ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ

07:25 | 13/10/2022

ຍ​ສ​ໝ - ສອງ​ຝ່າ​ຍ​ກໍ່​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ, ສາ​ກົນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ເມ​ລິ​ກາ - ອາ​ຊຽນ

ໜັງ​ສື​ພິມ​ແຖວ​ໜ້າ​ສະ​ວິດ ຕີ​ລາ​ຄາ​ວ່າ ຫວຽດ​ນາມ ແມ່ນ​​ເສືອ​ຕົວໃໝ່​ຂອງ​ອາ​ຊີ ໜັງ​ສື​ພິມ​ແຖວ​ໜ້າ​ສະ​ວິດ ຕີ​ລາ​ຄາ​ວ່າ ຫວຽດ​ນາມ ແມ່ນ​​ເສືອ​ຕົວໃໝ່​ຂອງ​ອາ​ຊີ
ເລຂາທິການ ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ: ບັນ​ດາ​ຜົນງານ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແມ່ນ​ບໍ່​​ສາ​ມາດປະ​ຕິ​ເສດ​ໄດ້ ເລຂາທິການ ສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ: ບັນ​ດາ​ຜົນງານ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແມ່ນ​ບໍ່​​ສາ​ມາດປະ​ຕິ​ເສດ​ໄດ້
ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ
ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ
ທ່ານ Ami Bera ປະທານ​ອະນຸ​ກຳມະການ​ອາຊີ - ປາຊີ​ຟິກ, ສະພາຕ່ຳ ອາ​ເມ​ລິ​ກາ

​ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ​ ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ຕ່ຳ ອາ​ເມ​ລິ​ກາ ນຳ​ໂດຍ​ທ່ານ Ami Bera ປະທານ​ອະນຸ​ກຳມະການ​ອາຊີ - ປາຊີ​ຟິກ, ສະພາຕ່ຳ ອາ​ເມ​ລິ​ກາ ​ເນື່ອງ​ໃນ​ໂອກາດຄ​ະ​ນະ​ມາ​ຢ້ຽມຢາມ ຫວຽດນາມ.

ທ່ານ​ລັດຖະມົນຕີ ບຸຍ​ແທັງ​ເຊີນ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນບັນດາ​ຂັ້ນ, ໃນບັນດາ​ຊ່ອງ​ທາງ, ​ໃນ​ນັ້ນ​ມີ​ຊ່ອງ​ທາງ​ສະພາ​ແຫ່ງ​ຊາດ, ​ທ່ານເນັ້ນ​ໜັກ​ວ່າຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ, ເປີດກວ້າງເຄືອ​ຂ່າຍ​ບັນດາ​ສະມາຊິກ​ລັດຖະສະພາ ອາ​ເມ​ລິ​ກາ ​ໃຫ້ມີ​ຄວາມເຫັນອົກເຫັນໃຈ ແລະ ສະ​ໜັບ​ສະ​ໜູນ ຫວຽດ​ນາມ. ທ່ານ​ລັດຖະມົນຕີ​ຢືນຢັນ​ວ່າຫວຽດນາມສະໜັບສະໜູນອາ​ເມ​ລິ​ກາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ພາກ​ພື້ນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ

ສ່ວນ​ບັນ​ດາ​ສະ​ມາ​ຊິກສະພາ​ຕ່ຳໄດ້​ຢືນຢັນ​ວ່າ ສະພາແຫ່ງ​ຊາດອາ​ເມ​ລິ​ກາ ຖື​ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ໃນ​ພາກ​ພື້ນ ​ແລະ ສະໜັບສະໜູນ​ຫວຽດນາມທີ່​ເຂັ້ມ​ແຂງ, ມີ​ເອກະລາດ ​ແລະ ວັດທະນາ​ຖາວອນຢ່າງສະເໝີຕົ້ນສະເໝີປາຍ. ບັນ​ດາສະມາ​ຊິກ​ສະ​ພາ​ຕ່ຳ​ໄດ້​ຢັ້ງ​ຢືນ​ວ່າຈະສວມ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສະ​ພາ​ແຫ່ງ​ຊາດ ແລະ ອຳ​ນາດ​ການ​ປົກ​ຄອງອາ​ເມ​ລິ​ກາກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ຫວຽດ​ນາມ. ​

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ເນັ້ນ​ໜັກວ່າ ການ​ຮ່ວມ​ມືໃນ​ການ​ແກ້​ໄຂ​ຜົນ​ຮ້າຍຕາມມາພາຍຫຼັງສົງຄາມແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃຫ້​ແກ່ວິ​ວັດ​ການ​ໄກ່ເກ່ຍປອງ​ດອງ, ຮຳ​ບາດ​ແຜ​ສົງ​ຄາມ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ. 2 ຝ່າຍໄດ້​ເຫັນ​ດີ​ເປັນ​ເອກະພາ​ບ​​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຄື ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການສຶກສາ - ບຳລຸງ​ສ້າງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ພະລັງງານ​ສະອາດ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ຮັກສາ​ຕ່ອງ​ໂສ້​ການ​ສະໜອງ… 2 ຝ່າຍ​ກໍ່​ໄດ້​ປຶກສາ​ຫາລືກ່ຽວກັບບັນຫາ​ພາກ​ພື້ນ ​ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເປັນເອກະພາບເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ອາ​ເມ​ລິ​ກາ-ອາ​ຊຽນ.

ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ
ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ
ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.