ປະ​ຊາ​ຄົມ​ພັດ​ທະ​ນາ​ສາ​ກົນ ມີ​ຄວາມ​ສົນ​ໃຈຕໍ່​ຍຸດ​ທະ​ສາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຂອງ ຫວຽດ​ນາມ

14:00 | 12/10/2022

ໃນລະຫວ່າງນັທີ 3 – 7 ຕຸລາ ຢູ່ເຊີແນວ (ສະວິດ) ໄດ້ດຳເນີນສັບປະດາສ້າງຂົວເຊື່ອມຕໍ່ (BBW) 2022 ໂດຍສຸມໃສ່ເຂົ້າຫົວຂໍ້ລະດົມການເງິນໃຫ້ແກ່ການອະນຸລັກຮັກສາທຳມະຊາດ ແລະ ບັນດາເປົ້າໝາຍດິນຟ້າອາກາດ.

ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄຳ​ເໝັ້ນ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄຳ​ເໝັ້ນ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ປະ​ຊາ​ຄົມ​ພັດ​ທະ​ນາ​ສາ​ກົນ ມີ​ຄວາມ​ສົນ​ໃຈຕໍ່​ຍຸດ​ທະ​ສາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຂອງ ຫວຽດ​ນາມ
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຄຽງຂ້າງ ສປຊ, ອົງການການຄ້າ ໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ ໄດ້ເຂົ້າຮ່ວມໃນຖານະເປັນນັກປະຖະກະຖາ ຢູ່ ສອງກອງປະຊຸມໃນ BBW 2022.

ຢູ່ສອງເຫດການນີ້, ທ່ານນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ ໄດ້ແນະນຳແຜນນະໂຍບາຍ, ນະໂຍບາຍຂອງ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນໄພທຳມະຊາດ, ຟື້ນຟູ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດຢູ່ເຂດທະເລຂອງ ຫວຽດນາມ.

ໃນແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 – 2025 ຂອງຫວຽດນາມ ໃຫ້ບຸລິມະສິດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ການຫັນເປັນເສດຖະກິດໝູນວຽນ ແລະ ຊັບພະຍາກອນສີຂຽວເພື່ອເປົ້າໝາຍພັດທະນາແບບຍືນຍົງ. ຫວຽດນາມ ໄດ້ ແລະ ພວມປະຕິບັດໂຄງການແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງໂດຍລັດຖະບານຮັບຮອງເອົາໃນປີ 2017 ແລະ ຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045 ທີ່ໄດ້ປະກາດໃຊ້ໃນປີ 2018.

ເລື່ອງຄະນະຈັດຕັ້ງບັນດາເຫດການເຊື້ອເຊີນຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມປຶກສາຫາລືກໍ່ຄືເລື່ອງຫວຽດນາມຜັນຂະຫຍາຍການຮ່ວມມືສາກົນໃນຂົງເຂດນີ້ກໍເປັນການສະແດງໃຫ້ຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່ຈາກປະຊາຄົມພັດທະນາສາກົນກ່ຽວກັບຍຸດທະສາດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໂຄງການດຳເນີນງານກ່ຽວກັບສິ່ງແວດລ້ອມ ແລະ ດິນຟ້າອາກາດ.

ໄຊພອນ

ເຫດການ
302 Found

Found

The document has moved here.