ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ

06:19 | 16/10/2022

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ພະ​ມະ​ຫາ​ອາ​ຈານ ທິກ​ດຶກ​ຕວັນ, ເຈົ້າ​ອະ​ທິ​ການ​ວັດ ​ຟາບ​ເວືອ​ງ (ລັດ California, ອາ​ເມ​ລິ​ກາ). ວັດ ຟາບ​ເວືອງ ແມ່ນ​ວັດ​​ໜຶ່ງ​ດຽວ​ທີ່ຂຶ້ນ​ກັບ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໃນ​​ຈຳ​ນວນ 105 ວັດ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ.

ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ອິນ​ເດຍ ເຂົ້າ​ຢ້ຽມ​ອຳ​ລາ ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ອິນ​ເດຍ ເຂົ້າ​ຢ້ຽມ​ອຳ​ລາ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin
ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ
ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ຕ້ອນ​ຮັບ ພະ​ມະ​ຫາ​ອາ​ຈານ ທິກ​ດຶກ​ຕວັນ, ເຈົ້າ​ອະ​ທິ​ການ​ວັດ ​ຟາບ​ເວືອ​ງ (ລັດ California, ອາ​ເມ​ລິ​ກາ)

ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ໄດ້​ແນະ​ນຳ​ສັງ​ລວມ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ, ທ່ານ​ນາງ​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ໃນ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໃນ​ການ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ນ້ຳ​ໃຈ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ພາຍ​ນອກ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ. ທ່ານ​ນາງ​ ​ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໃນ​ການ​ເພີ່ມ​ທະ​ວີ, ປັບ​ປຸງ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ.

ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ
ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ
ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ

ພະ​ມະ​ຫາ​ອາ​ຈານ ທິກ​ດຶກ​ຕວັນ, ເຈົ້າ​ອະ​ທິ​ການ​ວັດ ​ຟາບ​ເວືອ​ງ

ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ
ວັດ ຝາບເວື່ອງ ໄດ້​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ຍາດຕິພີ່ນ້ອງ ເວີນກຽວ ຢູ່ເມືອງ​ ກວາງ​ນິງ, ແຂວງ ກວາງບິ່ງ ພາຍຫຼັງ​ພາຍຸລົມແດງເລກ 10 ​ໃນ​ເດືອນ ຕຸລາ 2017.

ຕາມ​ພະ​ມະ​ຫາ​ອາ​ຈານ ທິກ​ດຶກ​ຕວັນ ແລ້ວ, ປັດ​ຈຸ​ບັນ ​ມີ​ຊາວ​ເຊື້ອ​ຊາດ ຫວຽດ​ນາມ ປະ​ມານ 2 ລ້ານ​ຄົນ ພວມ​ດຳ​ລົງ​ຊີ​ວິດ​ຢູ່​ລັດ California (ອາ​ເມ​ລິ​ກາ). ມີຫຼາຍ​ຊ່ອງ​ທາງ​ໂທ​ລະ​ພາບ​ທີ່ນຳສະເໜີ​ຂໍ້​ມູນ​ກ່ຽວ​ກັບ ຫວຽດ​ນາມ ທີ່ເຮັດໃນແງ່ມູມດ້ານ​ດຽວ, ດັ່ງ​ນັ້ນ​ຖ້າ​ສ້າງ​ ຊ່ອງ​ທາງ​ຫວຽດ​ນາມ ໃນ​ລະ​ບົບ​ຊ່ອງ​ໂທ​ລະ​ພາບ​ທາງ​ການ​ຂອງ ອາ​ເມ​ລິ​ກາ ໄດ້ ກໍຈະ​ປະ​ກອບ​ສ່ວນ​ຂໍ້​ມູນບັນດາແຜນ​ນະ​ໂຍບາຍ, ນະ​ໂຍ​ບາຍ​ຂອງ​ພັກ, ລັດ​ ແລະ ສະ​ພາບ​ການ​ພາຍ​ໃນ​ປະ​ເທດ​ໄປສູ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຢ່າງ​ຄົບ​ຖ້ວນ, ທັນ​ການ, ຮອບ​ດ້ານ. ທ່ານ​ພະ​ມະ​ຫາ​ອາ​ຈານ ທິ​ກ​ດຶກ​ຕວັນ ໃຫ້​ຮູ້​ວ່າ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ພໍ່​ແມ່​ປະ​ຊາ​ຊົນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ພາຍ​ໃນ​ປະ​ເທດ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ, ປະກອບ​ສ່ວນເຫື່ອ​ແຮງ​ຂອງ​ຕົນ​ເຂົ້າ​ໃນ​ການ​ແນະ​ນຳ​ພາບ​ພົດ, ຊາວ​ຫວຽດ​ນາມ, ວັດ​ທະ​ນະ​ທຳ, ມູນ​ເຊື້ອ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ​ໄປສູ່ເພື່ອນ​ມິດ, ພະ​ສົງ​ສາ​ກົນ, ລະ​ດົມ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ຮ່ວມ​ແຮງ​ຮ່​ວມ​ໃຈສ້າງສາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.