ພາບ​ຖ່າຍ​ຮ່ອມພູ​ ລະ​ດູ​ເຂົ້າ​ສຸກ​ເຫຼືອງກາວ​ບັ່ງ ຄ້​ວາ​ໄດ້​ລ​າງວັນ​ຄຳ​ສາ​ກົນ

08:55 | 14/10/2022

ຍ​ສ​ໝ - ພາບ​ຖ່າຍ “Ripe rice valley” (ຮ່ອມ​ພູ​ເຂົ້າ​ສຸກ​ເຫຼືອງ) ໄດ້ຖ່າຍເມື່ອ​ທ້າຍ​ເດືອນ​ກັນ​ຍາ 2019 ຢູ່​ຟອງ​ເນິມ, ກາວ​ບັ່ງ​ ຂອງ​ນັກ​ຖ່າຍ​ຮູບ ກາວ​ກີ່​ເຍິນ ຄ້​ວາ​ໄດ້​ລາງວັນ​ຄຳ​ຢູ່​ການ​ແຂ່ງ​ຂັນ​ພາບ​ຖ່າຍ​ທິວທັດ​ທຳ​ມະ​ຊາດ​ສາ​ກົນ "Epson International Pano Awards".

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ
ໄຂງານ​ວາງ​ສະ​ແດງ​ “​ພາບ​ຖ່າຍ, ​ຜະ​ລິດ​ຕະ​ພັນ, ສິນ​ຄ້າ ຮ່າ​ໂນ້ຍ - ວຽງ​ຈັນ” ໄຂງານ​ວາງ​ສະ​ແດງ​ “​ພາບ​ຖ່າຍ, ​ຜະ​ລິດ​ຕະ​ພັນ, ສິນ​ຄ້າ ຮ່າ​ໂນ້ຍ - ວຽງ​ຈັນ”
ພາບ​ຖ່າຍ​ຄ້າວ​ໄດ້​ລາງວັນ
ພາບ​ຖ່າຍ​ຄ້າວ​ໄດ້​ລາງວັນ

ນັກ​ຖ່າຍ​ຮູບ ກາວ​ກີ​ເຍິນ (ອາ​ຍຸ 40 ປີ, ນະ​ຄອນ​ໂຮ່​ຈີ​ມິນ) ກໍ່​ແມ່ນ​ຊາວ​ຫວຽດ​ນາມ ຄົນ​ໜຶ່ງ​ດຽວ​ທີ່ຄ້​ວາ​ໄດ້​ລາງວັນ​ຄຳ​ຢູ່​ການ​ແຂ່ງ​ຂັນ​ຖ່າຍ​ຮູບ​ທຳ​ມະ​ຊາດ​ສາ​ກົນ "Epson International Pano Awards ເຊິ່ງ​ໄດ້​ປະ​ກາດ​ໃນ​ຕົ້ນ​ເດືອນ​ຕຸ​ລາ. ພາບ​ຖ່າຍ “Ripe rice valley " ໄດ້​ຮັບ​ຄະ​ແນນ 87/100 ຄະ​ແນນ, ຢືນ​ຢູ່​ອັນ​ດັ​ບ​ທີ 15/50 ພາບ​ຖ່າຍ​ທຳ​ມະ​ຊາດ​ທີ່ສວຍ​ງາມ​ທີ່​ສຸດ​ໃນ​ລາຍ​ການ Open - Nature/Landscape.

ພາຍ​ຖ່າຍ​ໄດ້​ຖ່າຍ​ໃນ​ທ້າຍ​ເດືອນ​ກັນ​ຍາ 2019 ຢູ່​ຟອງ​ເນິມ, ກາວ​ບັ່ງ. ນີ້​ກໍ່​ແມ່ນ​ຈຸດ​ເວ​ລາ​ກາວ​ບັ່ງ ​ເຂົ້າ​ສູ່​ລະ​ດູ​ເຂົ້າ​ສຸກ​ເຫຼືອງ ດ້ວຍ​ຮ່ອມ​ພູ​ສີ​ເຫຼືອງ​ສະຫຼັບຊັບຊ້ອນ​ກັນກັບ​ເຂດ​ພູ​ຜາ​ປ່າ​ໄມ້​ ແລະ ແມ່​ນ້ຳ ​ກວຍ​ເຊີນ.

ເບິ່ງ​ຈາກ​ບ່ອນ​ສູງ ຟອງ​ເນິມ ຄ້າຍ​ຄື​ກັນ​ຜືນ​ຜ້າ​ໄໝທີ່​ຍາວ​ຢຽດ​ຈົນ​ສຸດ​ສາຍ​ຕາ ດ້ວຍ​ສີ​ສັນ​ທີ່​ສວຍ​ສົດ​ງົດ​ງາມ, ແມ່​ນ້ຳ​ກວຍ​ເຊີນ ​ແມ່ນ​ຈຸດເນັ້ນ​ເຮັດ​ໃຫ້​ພາບ​ທຳ​ມະ​ຊາດ​ນີ້​ຍິ່ງມີ​ຄວາມ​ປະ​ທັບ​ໃຈຫຼາຍຂຶ້ນ. ທິວ​ທັດ​ທຳ​ມະ​ຊາດ​ຢູ່​ແຫ່ງ​ນີ້ ນຳ​ມາ​ໃຫ້​ແຂກ​ທ່ອງ​ທ່ຽວ​ເຊິ່ງ​ຄວາມ​ຮູ້​ສຶກ​ຄື​ກ້າວ​ເຂົ້າ​ສູ່​ໂລກ​ໃໝ່ ທັງ​ສວຍ​ງາມ​ ທັງ​ສະ​ຫງົບ​ສຸກ​ ທັງ​ຮູ້ສຶກສະ​ບາຍ.

ພາບ​ຖ່າຍ​ຮ່ອມພູ​ ລະ​ດູ​ເຂົ້າ​ສຸກ​ເຫຼືອງກາວ​ບັ່ງ ຄ້​ວາ​ໄດ້​ລ​າງວັນ​ຄຳ​ສາ​ກົນ
​ນັກ​ຖ່າຍ​ຮູບ ກາວ​ກີ່​ເຍິນ

ນອກ​ຈາກ​ພາບ​ຖ່າ​ຍ​ດັ່ງ​ກ່າວ, ນັກ​ຖ່າຍຮູບ​ ກາວ​ກີ​ເຍິນ ​ຍັງ​ຄ້​ວາ​ໄດ້​ລາ​ງວັນ​ເງິນ ດ້ວຍ​ພາບ​ຖ່າຍ “City in the fog” (ນະ​ຄອນ​ແຫ່ງ​ໝອກ), ບັນ​ລຸ​ໄດ້ 82/100 ຄະ​ແນນ ແລະ ຢືນ​ຢູ່​ອັນ​ດັບ​ທີ 20/50 ພາບ​ຖ່າຍ​ທີ່ງາມ​ທີ່​ສຸດ​ໃນ​ລາຍ​ການ Open - Built Environment/Architecture. ພາບ​ຖ່າຍ​ໄດ້​ຖ່າຍ​ໃນ​ເດືອນ​ພະ​ຈິກ ປີ 2021 ຢູ່​ນ​ະ​ຄອນ​ໂຮ່​ຈີ​ມິນ, ເມື່ອ​ນະ​ຄອນ​ເລີ່ມ​ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ​ພາຍຫຼັງ​ການ​ແຍກ​ຫ່າງສັງຄົມ​ຍ້ອນ​ພະ​ຍາດ​ໂຄວິດ - 19.

ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ນັກ​ຖ່າຍຮູບ ກາວ​ກີ​ເຍິນ ​ຄ້​ວາ​ໄດ້​ລາງວັນ​ສາ​ກົນ. ກ່ອນ​ໜ້າ​ນັ້ນ ປີ 2021, ລາວ​ເຄີຍ​ຄ້​ວາ​ໄດ້​ລາງວັນ​ຄຳ​ດ້ວຍ​ພາບ​ຖ່າຍ ລະ​ດູ​ໃບ​ໄໝ້ຫຼົ່ນ​ແຄມຫ້ວຍ ເຕ້ຍ, ເລິມ​ດົ່ງ ແລະ ຫຼຽນ​ທອງ​ດ້ວຍ​ພາບ​ຖ່າຍ​ພູ​ຜາ​ປ່າ​ໄມ້ທ່າມ​ກາງ​ໝອກ​ຢູ່​ ບາວ​ລົກ. ນອກ​ຈາກ​ນັ້ນ, ເພິ່ນ​ຍັງ​ຄ້​ວາ​ໄດ້​ລາງວັນ​ສົ່ງ​ເສີມ​ປະເພດ​ຊຸດ​ພາບ​ຖ່າຍ ຂອງ​ການ​ແຂ່ງຂັນ Drone Photo Awards ​ທີ່​ຫາ​ກໍ່​ໄດ້​ປະ​ກາດ​ໃນ​ປີ 2022.

ບາງ​ຮູບ​ແບບ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ - ຫວຽດ​ນາມ:

ບຸນ​ຄົງ

ເຫດການ
302 Found

Found

The document has moved here.