ຍສໝ - ຢູ່ນອກເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31 (AAPF 31) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ, ຕອນເຊົ້າວັນທີ 25 ພະຈິກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ແລະ ຮອງປະທານສະພາສະຫະພັນລັດເຊຍຜູ້ທີໜຶ່ງ.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນ, ຄະນະພະສົງ, ນັກຮຽນຮູ້, ນັກບວດຂອງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ແລກປ່ຽນ, ປຶກສາຫາລື ແລະ ຍົກໃຫ້ເຫັນບົດບາດຂອງພຸດທະສາສະໜາໃນການຊຸກຍູ້ສັນຕິພາບ, ຄວາມຖືກຕ້ອງປອງດອງ ແລະການປົກປັກຮັກສາສິ່ງແວດລ້ອມໃນພາກພື້ນ..
ຍສໝ - ວິທະຍາຄານການແພດທະຫານ ຫວຽດນາມ ແລະ ວິທະຍາຄານການແພດກອງທັ ບລາວ ໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັດບັນດາເນື້ອໃນຕາມແຜນການຮ່ວມມືປະຈຳປີຂອງກະຊວງປ້ອງກັນປະເທດ 2 ປະເທດກ່ຽວກັບການບຳລຸງສ້າງພະນັກງານຂະແໜງການແພດທະຫານໃຫ້ແກ່ກອງທັບປະຊາຊົນລາວ. ນອກນັ້ນ, ກໍ່ໄດ້ສົ່ງນັກຊ່ຽວຊານ ຫວຽດນາມ ໄປລາວ ເພື່ອໜູນຊ່ວຍການບຳລຸງສ້າງ; ຈັດຕັ້ງບັນດາຊຸດຮຽນບຳລຸງ, ການຝຶກອົບຮົມ ແລະ ບຳລຸງສ້າງຄູອາຈານ; ຮັບເອົາການບຳລຸງສ້າງໄລຍະສັ້ນໃຫ້ພະນັກງານ, ອາຈານສອນ, ນັກເຕັກນິກຂອງວິທະຍາຄານການແພດກອງທັບ ລາວ; ການບຳລຸງສ້າງໄລຍະສັ້ນໃນການປະຕິບັດກວດວິເຄາະພະຍາດຢູ່ບັນດາໂຮງໝໍ, ສູນຂຶ້ນກັບວິທະຍາຄານການແພດທະຫານ ຫວຽດນາມ. ຈັດຕັ້ງກອງປະຊຸມວິທະຍາສາດລະຫວ່າງບັນດາໂຮງຮຽນວິທະຍາຄານການແພດທະຫານ ຫວຽດນາມ - ວິທະຍາຄານການແພດກອງທັບລາວ ໃນທຸກໆ 2 ປີຕໍ່ເທື່ອ; ຮ່ວມມືກັນຜັນຂະຫຍາຍບັນດາໂຄງການຄົ້ນຄວ້າວິທະຍາສາດໃນຂົງເຂດການແພດການທະຫານ, ຮັບປະກັນການແພດທະຫານ ແລະ ແພດສາດພື້ນຖານຕາມຫຼັກການການທູດການທະຫານລະຫວ່າງ 2 ປະເທດ.
ຍສໝ - ທ່ານພົນໂທ ຟຸ່ງສີເຕີ໊ນ ຕີລາຄາວ່າ ການຮ່ວມມືລະຫວ່າງກອງທັບສອງປະເທດໃນໄລຍະຜ່ານມາສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍຈາກສອງຝ່າຍຕາມທິດແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດ...
ຍສໝ - ທ່ານຮອງປະທານຄະນະກໍາມະການປະຊາຊົນແຂວງດົ່ງນາຍ ຫງວຽນເຊີນຮຸ່ງ ຫວັງວ່າ ທ່ານຫົວໜ້າກົງສູນໃຫຍ່ລາວ ພອນສີ ບຸນມີໄຊ ຈະສືບຕໍ່ເປັນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນ, ປະກອບສ່ວນພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງແຂວງດົ່ງນາຍ ກັບບັນດາທ້ອງຖິ່ນຂອງລາວ ໃນໄລຍະຈະມາເຖິງ ແລະອວຍພອນໃຫ້ຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດຫວຽດນາມ-ລາວ ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ຍສໝ - ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສົ່ງຄໍາອວຍພອນດີງາມທີ່ສຸດມາຍັງເອກອັກຄະລັດຖະທູດ, ທີ່ປຶກສາາຝ່າຍທະຫານ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ ແລະຫ້ອງການທີ່ປຶກສາຝ່າຍທະຫານ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ.
ຍສໝ - ໃນລາຍການມີຫຼາຍການເຄື່ອນໄຫວວັດທະນະທຳທີ່ຟົດຟື້ນມ່ວນຊື່ນ, ເຕັມໄປດ້ວຍຈຸດຄວາມງາມໃນຮີດຄອງປະເພນີຂອງປະຊາຊົນ ຢູ່ເຂດຊາຍແດນ, ຄື: ຫໍ່ເຂົ້າຕົ້ມ, ກໍ່ກອງໄຟຕັ້ງຄ້າຍ, ແຂ່ງຂັນກັນຕຳເຂົ້າໜົມໄຢ່, ລາຍການສະແດງສິລະປະ...
ຍສໝ - ວັນທີ 16 ມັງກອນນີ້, ຢູ່ເມືອງວັງວຽງ, ແຂວງວຽງຈັນ, ໄດ້ຈັດພິທີມອບ-ຮັບກິດຈະກຳ ສຳນັກງານກອງບັນຊາການກອງພົນທະຫານບົກເລກ 1 ກອງທັບປະຊາຊົນລາວ. ນີ້ແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ທີ່ມອບໃຫ້ກະຊວງປ້ອງກັນປະເທດລາວ.
ຍສໝ - ໃນວັນທີ 19 ມັງກອນ, ຢູ່ສູນກອງປະຊຸມແຫ່ງຊາດ, ນະຄອນຫຼວງ ວຽງຈັນ, ໄດ້ຈັດພິທີມິດຕິງລະດັບຊາດ, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ (20 ມັງກອນ 1949 – 20 ມັງກອນ 2024).
ຍສໝ - ທ່ານພົນໂທ ຝຸ່ງສີ໊ເຕີນ ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ລາວ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຊຸກຍູ້ ແລະຜັນຂະຫຍາຍຢ່າງມີປະສິດທິຜົນ, ພິເສດແມ່ນໃນບັນດາຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນ (ພິເສດແມ່ນຄະນະຜູ້ແທນຂັ້ນສູງ), ການບຳລຸງສ້າງຊັບພະຍາກອນມະນຸດ, ການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີລະຫວ່າງສອງປະເທດ ແລະສອງກອງທັບ, ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ..
ຍສໝ - ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອພັກ, ລັດ ແລະປະຊາຊົນສອງປະເທດຍາມໃດກໍ່ພ້ອມກັນປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ.
ຍສໝ - ນີ້ກໍ່ແມ່ນໂອກາດເພື່ອໃຫ້ລຸ້ນໜຸ່ມຂອງສອງປະເທດໄດ້ພົບປະແລກປ່ຽນ ແລະຮຽນຮູ້ຜ່ານການເຄື່ອນໄຫວວັດທະນະທຳ, ສິລະປະ.
ຍສໝ - ໃນຕອນເຊົ້າວັນທີ 20 ມັງກອນນີ້, ຢູ່ນະຄອນດົ່ງເຫີຍ, ຄະນະປະຈຳສະພາປະຊາຊົນແຂວງ ໄດ້ມີການພົບປະກັບຄະນະເຮັດວຽກແຂວງສະຫວັນນາເຂດ (ສປປ ລາວ) ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ແລະ ການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ເມືອງວຽງໄຊ, ແຂວງຫົວພັນ (ທາງພາກເໜືອຂອງລາວ), ໄດ້ຈັດຕັ້ງພິທີເປີດ ແລະ ມອບໝາຍການກໍ່ສ້າງສວນສາທາລະນະມິດຫວຽດນາມ - ລາວ. ນີ້ແມ່ນຂອງຂວັນທີ່ຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ໃຫ້ແກ່ຄະນະພັກ ແລະ ລັດຖະບານເມືອງວຽງໄຊ ແຂວງຫົວພັນ, ລາວ ເພື່ອສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ.
ຍສໝ - ໂດຍໄດ້ຮູ້ວ່າ ຕະຫຼາດຊາຍແດນ ນໍ້າກັ່ນ ໄດ້ຮັບການກໍ່ສ້າງມາແຕ່ດົນນານແລ້ວ, ສະແດງໃຫ້ເຫັນນໍ້າໃຈມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ. ນອກຈາກການຊື້-ຂາຍສິນຄ້າ, ປະຊາຊົນ ແລະນັກທ່ອງທ່ຽວຫຼາຍຄົນຍັງມາຕະຫຼາດເພື່ອຢ້ຽມຢາມ ແລະຊອກຮູ້ວັດທະນະທຳ, ອາຫານການກິນຂອງປະຊາຊົນເຂດພູດອຍສອງປະເທດ.
ຍສໝ - ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການກໍ່ສ້າງບໍລິເວນ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບລະຫວ່າງ ຫວຽດນາມ ແລະລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ. Thời gian tới, hai bên nhất trí tiếp tục tăng cường mối quan hệ hợp tác, trao đổi thông tin, kinh nghiệm xây dựng địa bàn, giữ vững an ninh trật tự, an toàn xã hội khu vực biên giới, góp phần vun đắp tình hữu nghị Việt-Lào mãi mãi xanh tươi, đời đời bền vững
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າກອງພົນທີ 1 ໄດ້ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ ແລະກະຊວງປ້ອງກັນປະເທດຫວຽດນາມ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ໜູນຊ່ວຍກອງພົນກໍ່ສ້າງພື້ນຖານໂຄງລ່າງທີ່ກວ້າງຂວາງສວຍງາມນີ້. ໂຄງການດັ່ງກ່າວແມ່ນສັນຍາລັກແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ.
ຢູ່ບົນດິນແດນເຂດຊາຍແດນຂອງມື້ຕົ້ນປີໃໝ່ 2024, ບັນດາທະຫານປ້ອງກັນຊາຍແດນພວມ “ຊົ້ນໄຟ” ໃຫ້ລຸ້ນໜຸ່ມຂອງສອງປະເທດ ກ່ຽວກັບນ້ຳໃຈສາມັກຄີ, ມິດຕະພາບທີ່ໄດ້ຮັບການເສີມຂະຫຍາຍ ມາແຕ່ລຸ້ນຫຼັງ. ບໍ່ວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃດໆ, ນ້ຳໃຈມິດຕະພາບຫວຽດນາມ - ລາວ ກໍ່ຍັງ“ຂຽວສົດງົດງາມ, ໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ”.
ຍສໝ - ນີ້ແມ່ນໜຶ່ງໃນບັນດາເນື້ອໃນຂອງແຜນການຮ່ວມມືປີ 2024 ທີ່ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ກະຊວງສຶກສາ ແລະ ກິລາ ລາວ ໄດ້ລົງນາມໃນໂອກາດການໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໃນໄລຍະທີ່ຜ່ານມາ.
ຍສໝ - ທີ່ກອງປະຊຸມ, ບັນດາກົມກອງໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມ, ຍົກສູງສະຕິ, ຄວາມຮູ້ດ້ານກົດໝາຍໃຫ້ປະຊາຊົນຢູ່ເຂດຊາຍແດນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ອາດຊະຍາກຳ, ຄວາມໝັ້ນຄົງຢູ່ຊາຍແດນແຫ່ງຊາດ, ບັນດາອົງການຕໍ່ຕ້ານທີ່ມີກົນອຸບາຍຕ້ານ ແລະທຳລາຍສອງຝ່າຍ.