ຄໍາແນະນໍາສໍາລັບ​ນັກ​ທ່ອງ​ທ່ຽວທີ່ມາຢ້ຽມຢາມປະເທດລາວເປັນ​ຄັ້ງ​ທໍາ​ອິດ​

16:48 | 13/03/2024

ຍສໝ - ລາວ, ປະເທດບ້ານເຮືອນຄຽງທີ່ຄຸ້ນເຄີຍ, ມີສິ່ງຕ່າງໆທີ່ຫນ້າສົນໃຈຫຼາຍຢ່າງທີ່ຍັງບໍ່ທັນໄດ້ຄົ້ນກາ ແລະ ຍັງລໍຖ້າຜູ້ທີ່ມັກຮັກການທ່ອງທ່ຽວມາຢ້ຽມຢາມ. ຖ້າທ່ານມາຮອດ "ດິນແດນລ້ານຊ້າງ" ຄັ້ງທໍາອິດ, ສິ່ງທີ່ຄວນເອົາໃຈໃສ່ລຸ່ມນີ້ຈະເປັນຄໍາແນະນໍາທີ່ຫນ້າສົນໃຈເພື່ອເຮັດໃຫ້ການເດີນທາງຂອງທ່ານມີຄວາມສຸກ ແລະ ສົມບູນແບບຍິ່ງຂຶ້ນ.

ການທ່ອງທ່ຽວຊົມທິວທັດຍາມລະດູບານໃໝ່ມິດຕະພາບ - ວັນບຸນເພື່ອສໍາຜັດກັບວັດທະນະທໍາຫວຽດນາມຂອງເພື່ອນມິດສາກົນ ການທ່ອງທ່ຽວຊົມທິວທັດຍາມລະດູບານໃໝ່ມິດຕະພາບ - ວັນບຸນເພື່ອສໍາຜັດກັບວັດທະນະທໍາຫວຽດນາມຂອງເພື່ອນມິດສາກົນ
ຫວຽດນາມ-ລາວ-ກຳປູເຈຍ ຊອກຫາວິທີຊຸກຍູ້ການທ່ອງທ່ຽວ “ເດີນທາງຖ້ຽວໜຶ່ງ, ທ່ອງທ່ຽວສາມປະເທດ” ຫວຽດນາມ-ລາວ-ກຳປູເຈຍ ຊອກຫາວິທີຊຸກຍູ້ການທ່ອງທ່ຽວ “ເດີນທາງຖ້ຽວໜຶ່ງ, ທ່ອງທ່ຽວສາມປະເທດ”

ບາງສະຖານທີ່ທີ່ທ່ານຕ້ອງ "ເຊັກອິນ"

ນະຄອນຫຼວງ​ວຽງ​ຈັນ ເປັນໜຶ່ງໃນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ລາວ. ນະຄອນຫຼວງວຽງຈັນ ເປັນບ່ອນທີ່ ສະຫງົບງຽບ ແລະ ບໍ່ແອອັດ, ເປັນເມືອງເກົ່າແກ່ທີ່ມີສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ ເຊິ່ງຈະເຮັດໃຫ້ຫຼາຍຄົນຮູ້ສຶກຫຼົງຮັກ.

ມາວຽງຈັນ, ທ່ານຄວນໄປຢ້ຽມຢາມ ປະຕູໄຊ. ຈຸດ​ເດັ່ນ​ຂອງ​ປະ​ຕູ​ໄຊ​ແມ່ນ​ຢູ່​ໃນບັນດາຍອດ​ຫໍໄດ້​ມີເລື່ອງລາວສະເພາະໃນ​ນິ​ທານ​​ຂອງ​ລາວ. ຈາກບ່ອນ​ນີ້, ນັກ​ທ່ອງ​ທ່ຽວ​ເດີນ​ທາງໄປ​ກວ່າ 2 ກິ​ໂລ​ແມັດ ເພື່ອໄປທາດ​ຫຼວງ. ທາດຫຼວງມີຄວາມສູງ 45 ແມັດ, ສ່ວນຍອດສູງສຸດແມ່ນເຮັດດ້ວຍທອງຄໍາແທ້ ແລະ ສ່ວນທີ່ເຫຼືອແມ່ນເຄືອບດ້ວຍທອງຄໍາ. ນິທານເລົ່າຂານກັນມາວ່າ: ທາດຫຼວງແມ່ນໜຶ່ງໃນຈຳນວນວັດໃນໂລກທີ່ບັນຈຸພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າໄວ້.

Khải hoàn môn Patuxai là công trình biểu tượng của Lào. ອະນຸສາວະລີ ປະຕູໄຊ ແມ່ນໂຄງສ້າງທີ່ເປັນສັນຍາລັກສະເພາະຂອງປະເທດລາວ.

ອະນຸສາວະລີ ປະຕູໄຊ ແມ່ນກິດຈະກຳທີ່ເປັນສັນຍາລັກຂອງປະເທດລາວ.

ອອກຈາກວຽງຈັນ, ນັກທ່ອງທ່ຽວສາມາດເດີນທາງໄປທິດເໜືອເພື່ອໄປເມືອງເກົ່າຫຼວງພະບາງ. ​ຫຼວງພະບາງຍັງໄດ້ຮັບການຮັບຮອງ​ຈາກ​ອົງການ UNESCO ​ໃຫ້​ເປັນ​ມໍລະດົກ​ທາງດ້ານວັດທະນະທຳ​ໂລກ ໃນປີ 1995, ​ຫຼວງ​ພະ​ບາງ​ຍັງ​ຄົງ​ຮັກສາ​ຮູບ​ແບບ​ບູຮານທີ່ເກົ່າແກ່​​ດ້ວຍພຸດທະສາດສະໜາ ຫຼື ພະລາດຊະວັງເຈົ້າຊີວິດ.

ມາຮອດນີ້, ທ່ານສາມາດຊົມເມືອງມໍລະດົກທີ່ຖືກປົກຄຸມດ້ວຍແສງຕາເວັນທີ່ພວມຄ້ອຍຄ່ຳລົງດິນແຕ່ທາດພູສີ. ນອກ​ນີ້, ລາວ​ຍັງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ອີກ​ຫຼາຍ​ແຫ່ງ​ທີ່​ລໍຖ້າ​ໃຫ້​ນັກ​ທ່ອງ​ທ່ຽວ​ໄປ​ສຳ​ຜັດ​ເຊັ່ນ: ທົ່ງໄຫຫີນ, ຖ້ຳກອງລໍ, ນ້ຳຕົກຕາດກວາງຊີ ແລະ ອື່ນໆ...

ອາຫານທີ່ຕິດພັນເຊິ່ງຄົນຫວຽດນາມ ບໍ່ຄວນພາດ

ລັກສະນະສະເພາະທີ່ໂດດເດັ່ນຂອງອາຫານລາວ ແມ່ນລົດຊາດເຜັດ, ເຄັມ, ສົ້ມ. ອາຫານລາວ ມີຫຼາຍອັນຄ້າຍຄືກັນກັບອາຫານຫວຽດນາມ ດັ່ງນັ້ນ ທ່ານຈິ່ງສາມາດເພີດເພີນໄປກັບລົດຊາດຂອງອາຫານທີ່ນີ້ໄດ້ຢ່າງງ່າຍດາຍ. ໃນນັ້ນ, ລາບແມ່ນອາຫານທີ່ບໍ່ຄວນພາດ. ຊີ້ນໄກ່, ຊີ້ນງົວ, ຊີ້ນໝູ ຫຼື ຊີ້ນເປັດ ໄດ້ຊອຍເປັນຕ່ອນນ້ອຍໆ, ຂົ້ວໃຫ້ພໍໝາດໆ ແລ້ວຄົນປົນກັບຫົວຂ່າ, ຫົວສີໄຄ ແລະ ປະສົມນໍ້າປາແດກພື້ນບ້ານ.

Laap tượng trưng cho sự may mắn và thường được sử dụng để thết đãi bạn bè, khách quý.  ລາບເປັນສັນຍາລັກແຫ່ງຄວາມໂຊກດີ ແລະ ມັກນໍາໃຊ້ເພື່ອຈັດພາເຂົ້າຮັບຕອ້ນໝູ່ເພື່ອນວາມບັນເທີງຂອງໝູ່ເພື່ອນ, ແຂກທີ່ມີກຽດ.
ລາບເປັນສັນຍາລັກແຫ່ງຄວາມໂຊກດີ ແລະ ມັກນໍາໃຊ້ເພື່ອຈັດພາເຂົ້າຮັບຕ້ອນໝູ່ເພື່ອນ, ແຂກທີ່ມີກຽດ.

ນອກ​ຈາກ​ນັ້ນ, ແກງ​ ຫຼື ເອາະຫຼາມ, ອາຫານທີ່ມີ​ສ່ວນ​ປະ​ກອບ​ຕົ້ນ​ຕໍແມ່ນ​ເຂົ້າເບືອ ບົດໃຫ້ລະອຽດ​, ຊີ້ນ​ງົວ​, ຊີ້ນນົກ​, ຊີ້ນໄກ່​, ໝາກເຂືອມ່ວງ​, ໝາກຖົ່ວ​​, ຫົວສີໄຄ​, ກະທຽມ​, ຜັກຫອມບົ່ວພ້ອມດ້ວຍໝາກເຜັດ ​ແມ່ນທາງ​ເລືອກ​ທີ່​ບໍ່ຄວນ​ພາດ​ໃນ​ເວ​ລາ​​ມາ​ເຖິງ​ປະ​ເທດ​ລາວ​.

ເຄື່ອງນຸ່ງທີ່ເໝາະສົມທີ່ຕ້ອງໄດ້ກະກຽມ

ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ, ປະ​ເທດ​ລາວ​ມີ 2 ລະ​ດູ​ການ​ທີ່ຊັດເຈນແມ່ນ ລະ​ດູ​ຝົນ (ແຕ່ເດືອນ​ພຶດ​ສະ​ພາ​ ຫາເດືອນ​ຕຸ​ລາ​) ແລະ​ ລະ​ດູ​ແລ້ງ (ແຕ່ເດືອນ​ພະ​ຈິກ ​ຫາ​ເດືອນ​ເມ​ສາ​)​. ອຸນຫະພູມໃນລະດູຝົນແມ່ນປະມານ 30 ອົງສາ ແລະໃນລະດູແລ້ງ ແມ່ນ 15-25 ອົງສາ, ຂ້ອນຂ້າງເຢັນ.

ຖ້າເດີນທາງທ່ອງທ່ຽວໃນລະດູຝົນ, ທ່ານຄວນນຸ່ງເຄື່ອງທີ່ສະດວກສະບາຍ, ເຄື່ອນໄຫວໄດ້ງ່າຍເພື່ອຫຼີກລ້ຽງຜົນກະທົບຈາກຝົນກໍ່ຄືກັບອາກາດຮ້ອນຊຸ່ມ. ໃນຂະນະ​ດຽວ​ກັນ​, ຖ້າ​ມາ​ລາວ​ໃນ​ລະດູ​ແລ້ງ​ກໍ່​ສາມາດ​ເລືອກ​ເຄື່ອງ​ນຸ່ງ​ໄດ້​ຢ່າງ​ຕາມໃຈ​ເພາະ​ອາກາດ​ຂ້ອນຂ້າງດີສົມຄວນ.

ພິເສດ, ໃນລະດູແລ້ງຢູ່ປະເທດລາວ ກໍ່ຍັງຕົກຢູ່ໃນຊ່ວງທ້າຍປີ ເຊິ່ງມີງານບຸນທີ່ເປັນເອກະລັກພິເສດຫຼາຍງານ, ອັນເປັນໂອກາດໃຫ້ທ່ານໄດ້ໄປເຊົ່າຊຸດພື້ນເມືອງຢູ່ສະຖານທີ່ທ່ອງທ່ຽວ ແລະ ເຊື່ອມຕົວເຂົ້າໃນງານບຸນ, ສໍາຜັດປະສົບການທີ່ເປັນເອກະລັກສະເພາະຂອງຊົນເຜົ່າປະຈຳຖິ່ນ.

ພາຫະນະຂົນສົ່ງໂດຍສານທີ່ນິຍົມກັນທົ່ວໄປ

ຫາກຕ້ອງການມາທ່ຽວປະເທດລາວ ແລະ ຄົ້ນຫາສິ່ງທີ່ໜ້າສົນໃຈທີ່ຍັງເຊື່ອງຊ້ອນໄວ້ນັ້ນ, ທ່ານສາມາດເລືອກເດີນທາງດ້ວຍຍົນເພື່ອປະຢັດເວລາ ແລະ ເຫື່ອແຮງ ປະຈຸບັນນີ້ມີຖ້ຽວບິນໂດຍກົງຂອງ Vietjet ເຊື່ອມຕໍ່ນະຄອນ ໂຮ່ຈີ່ມິນ ແລະ ນະຄອນຫຼວງວຽງຈັນ ດ້ວຍເວລາບິນພຽງແຕ່ 1 ຊົ່ວ​ໂມງ​ 45 ນາ​ທີ​ ເທົ່ານັ້ນ.

ປີ້ຍົນສາມາດສັ່ງໄດ້ງ່າຍໆຢູ່ເວັບໄຊ ຫຼື ແອັບພລິເຄຊັ່ນໂທລະສັບຂອງ Vietjet Air ດ້ວຍໂປຣໂມຊັນຫຼາຍຮູບແບບໃນລາຄາພຽງແຕ່ 0 ດົ່ງ (ຍັງບໍ່ລວມພາສີ ແລະ ຄ່າທຳນຽມ).

ເພື່ອປະຢັດຄ່າໃຊ້ຈ່າຍ, ທາງເລືອກການບໍລິໂພກທີ່ສະຫຼາດຂອງຫຼາຍຄົນ ຄືການຈອງປີ້ຍົນ Vietjet ແລະ ເລືອກລາຍການຊື້ປີ້ຍົນ ຜ່ອນຊຳລະ "ບິນກ່ອນ - ຈ່າຍພາຍຫຼັງ" ໂດຍໃຊ້ເວລາພຽງແຕ່ 3 ນາທີໃນການລົງທະບຽນອອນໄລນ໌ທີ່ວ່ອງໄວທັນການ, ນັ້ນຍັງບໍ່ທັນໄດ້ເວົ້າເຖິງການມອບຄ່າປະກັນໄພຟຼີໃນການທ່ອງທ່ຽວຂອງ Sky Care ແລະ evoucher ອື່ນໆອີກດ້ວຍ ....

ທ່ານຈະໄປຮອດປະເທດລາວ ໄດ້ຢ່າງງ່າຍດາຍ, ເພີດເພີນກັບອາຫານທີ່ທັງແປກ ແລະ ທັງຄຸ້ນເຄີຍ, ຂີ່ລົດຕຸກໆໄປຕາມຖະໜົນຫົນທາງທີ່ສະຫງົບງຽບ, ຊົມຜົນງານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ດູູດດື່ມໄປກັບ​ງານ​ບຸນຕ່າງໆ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ "ດິນແດນ​ລ້ານ​ຊ້າງ" ທີ່ງົດງາມແຫ່ງນີ້.

ທອງມີ ສີຫາວົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.