ສ້າງເງື່ອນໄຂສະດວກໃຫ້ປະຊາຊົນໄປເຮັດວຽກຢູ່ ລາວ

14:04 | 05/03/2024

ຍສໝ - ​ແຕ່​ກາງ​ເດືອນ​ກຸມພາ 2024 ​ມາ​ຮອດ​ປະຈຸ​ບັນ (ໝາຍຄວາມວ່າຫຼັງບຸນເຕັດປີມະໂລງ 2024​) ແມ່ນ​ເວລາ​​ຈຸດສຸມ, ປະຊາຊົນ​ບັນດາ​ແຂວງ​ຢູ່ບັນດາເຂດພາກ​ກາງ​ຕອນເຫນືອ​​ໄປ​ເຮັດ​ວຽກ​ຢູ່ປະເທດເພື່ອນມິດ ລາວ ໂດຍຜ່ານ​ດ່ານ​ຊາຍ​ແດນ​ສາກົນ 2 ​ແຫ່ງ​ຄື ລາໄລ ແລະ ລາວ​ບາວ ຂຶ້ນກັບ​ແຂວງ ກວາງ​ຈີ້.

ຖ່າຍທອດນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ລຸ້ນໜຸ່ມ ຖ່າຍທອດນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ລຸ້ນໜຸ່ມ
ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈແບບພິເສດລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈແບບພິເສດລະຫວ່າງປະຊາຊົນຢູ່ສອງຟາກຊາຍແດ

ໃນການບັນທຶກ​ຢູ່​ດ່ານ​ຊາຍ​ແດນ​ສາກົນ ​ລາໄລ, ​ເມືອງ​ພູດ​ອຍ Đakrông, ​ໃນ​ແຕ່​ລະ​ມື້​ມີ​ປະຊາຊົນ​ນັບ​ຮ້ອຍ​ຄົນ​ຢູ່ບັນດາແຂວງ ​ເງ້ອ່ານ, ​ເທື່ອ​ທຽນ-​ເຫ້ວ, ກວາງ​ຈີ້... ປະຕິບັດຂັ້ນຕອນອອກເມືອງ ໄປ​ເຮັດ​ວຽກ​ຢູ່​ ລາວ. ປະຊາຊົນ ສ່ວນໃຫຍ່ແມ່ນຢູ່ໃນເກນອາຍຸເຮັດວຽກ ເປັນຕົ້ນ, ລວມມີທັງຍິງ ແລະ ຊາຍ, ຂົນກະເປົາຈໍານວນຫລາຍ, ບາງຄົນກໍພາລູກນ້ອຍໄປເຮັດວຽກຢູ່ ລາວ ນຳ. ຢູ່​ທີ່​ນີ້, ປະຊາຊົນ ​ໄດ້​ຮັບ​ເງື່ອນ​ໄຂ​ສະດວກ ​ແລະ ໜູນ​ຊ່ວຍຈາກກຳລັງເຈົ້າທີ່ ​ເພື່ອໄປເຖິງບັນດາທ້ອງຖິ່ນຂອງ ລາວ ໄວທີ່ສຸດ .

ໃນ 10 ປີ​ທີ່​ຜ່ານ​ມາ, ນາງ ເຈີ່ນ​ທິທູ​ງາ (ຢູ່​ເມືອງ ຝູ​ລົກ, ​ແຂວງ ​ເທື່ອ​ທຽນ - ​ເຫ້ວ) ພາຍຫຼັງບຸນເຕັດ ​ປີໃດກໍ່​ໄປ​ເຮັດ​ວຽກ​ຢູ່​ແຂວງ ​ເຊ​ກອງ​ ຂອງ​ລາວ . ນາງ​ ງາ ໃຫ້ຮູ້ວ່າ ​ໃນ​ຊຸມ​ປີ​ກ່ອນ ວຽກ​ງານ​ຢູ່​ ລາວ​ ແມ່ນ​ສະດວກ​ກວ່າ. ຫວ່າງ​ມໍ່ໆ​ມາ​ນີ້ ເນື່ອງ​ຈາກ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19 ​ແລະ ສະພາບ​ເສດຖະກິດ​ ເວົ້າລວມ ທີ່​ບໍ່ສະດວກ ສະນັ້ນ ວຽກງານກໍຫຍຸ້ງຍາກກ່ວາ. ວຽກງານຢູ່ ລາວ ຍັງໄດ້ຮັບການຮັກສາ ແລະ ລາຍຮັບກໍພຽງພໍກັບຄ່າໃຊ້ຈ່າຍໃນການດຳລົງຊີວິດ ສະນັ້ນ ໃນຕົ້ນປີ 2024, ລາວ ສືບຕໍ່ປະຕິບັດຂັ້ນຕອນອອກເມືອງໄປຢູ່ ລາວ ເພື່ອໄປດຳລົງຊີວິດ ແລະ ດຳເນີນທຸລະກິດ.

ສ້າງເງື່ອນໄຂສະດວກໃຫ້ປະຊາຊົນໄປເຮັດວຽກຢູ່ ລາວ

ປະຕິບັດຂັ້ນຕອນອອກເມືອງໄປຍັງ ລາວ

​ແຕ່​ວັນ​ທີ 15-29 ກຸມພາ​ນີ້, ປະຊາຊົນປະມານ 24.000 ກວ່າ​ຄົນ ສຸມໃສ່​ຢູ່​ບັນດາ​ແຂວງ​ພາກ​ກາງຕອນ​ເຫນືອ​​ ໄດ້​ໄປ​ເຮັດ​ວຽກ​ຢູ່​ລາວ, ຕົ້ນຕໍ​ແມ່ນ​ຜ່ານ​ດ່ານ​ຊາຍ​ແດນ​ສາກົນ 2 ​ແຫ່ງ​ຄື ​ລາ​ໄລ ​ແລະ ລາວ​ບາວ. ຕາມ​ຜູ້ຕາງໜ້າ​ຂອງຄ້າຍປ້ອງກັນຊາຍແດນດ່ານ​ຊາຍ​ແດນ​ສາກົນ ​ລາ​ໄລ​ ແລ້ວ, ປະຊາຊົນ​ໄດ້​ນຳ​ເອົາ​ເອກະສານຢ່າງຄົບຖ້ວນໄປ​ຍັງ​ດ່ານ​ຊາຍ​ແດນ​ ເພື່ອ​​ປະຕິບັດຂັ້ນຕອນອອກເມືອງ ໂດຍ​ໃຊ້​ເວລາ​​ສັ້ນໆກໍ່ປະຕິບັດສຳເລັດ. ປະຊາຊົນທີ່​ໄປ​ ລາວ ​ສ່ວນ​ໃຫຍ່ແມ່ນ​ເຮັດ​ວຽກ​ງານຄ້າຂາຍ, ຕັດຫຍິບ; ເຮັດວຽກຢູ່ບັນດາຮາກຖານເບິ່ງແຍງ ແລະ ປາດຢາງພາລາ; ກໍ່ສ້າງ; ຂຸດຄົ້ນບໍ່ແຮ່, ພິເສດແມ່ນຖ່ານຫີນ.

ຕາມທ່ານພັນເອກ ເລວັນເຟືອງ, ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງ ກວາງຈີ້ ແລ້ວ, ນັບແຕ່ບຸນເຕັດມາຮອດປະຈຸບັນ, ສະເລ່ຍແຕ່ລະມື້ມີປະມານ 1.900 – 2.000 ຄົນ ໄດ້ປະຕິບັດຂັ້ນຕອນອອກເມືອງໄປຕ່າງປະເທດ, ພິເສດແມ່ນຈະໄປເຮັດວຽກຢູ່ ລາວ. ເພີ່ມຂຶ້ນ 200 – 300 ຄົນ ເມື່ອທຽບໃສ່ມື້ປົກກະຕິ, ສຸມໃສ່ຢູ່ 2 ດ່ານຊາຍແດນສາກົນ ລາໄລ ແລະ ລາວບາວ.

ມິງດຶກ

ເຫດການ
302 Found

Found

The document has moved here.