ຍສໝ - ຕອນບ່າຍວັນທີ 27 ພຶດສະພາ, ພາຍໃຕ້ການເປັນປະທານຂອງສະຫາຍ ຫວໍວັນຮຶງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ; ຄະນະກຳມະການປະຊາຊົນແຂວງ ໄດ້ຈັດກອງປະຊຸມເພື່ອຮັບຟັງບົດລາຍງານການຜັນຂະຫຍາຍໂຄງການຂົນສົ່ງຖ່ານຫີນຈາກ ລາວ ໄປ ຫວຽດນາມ ຜ່ານດ່ານສາກົນ ລາໄລ ແລະ ໂຄງການລົງທຶນກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 15D ແຕ່ທາງຫຼວງແຫ່ງຊາດ ເລກ 1 ຫາເສັ້ນທາງ ໂຮ່ຈີມິນ ສາຂາທິດຕາເວັນຕົກ.
ຍສໝ - 300 ຮ້ານຂອງ 120 ວິສາຫະກິດຂອງ ຫວຽດນາມ, ກຳປູເຈຍ ແລະ ລາວ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນ ຕິງບຽນ ຈັດໂດຍແຂວງ ອານຢາງ.
ຍສໝ - ໃນຕອນເຊົ້າວັນທີ 24 ພຶດສະພາ, ທີ່ວັດ ເຝີດຕິກ ໃນນະຄອນຫຼວງ ວຽງຈັນ - ລາວ ໄດ້ຈັດຕັ້ງງານບຸນໃຫຍ່ວັນວິສາຂະບູຊາ ຕາມພຸດທະສັກກະຫຼາດປີ 2568 (ປະຕິທິນສາກົນ 2024) ຢ່າງສະຫງ່າຜ່າເຜີຍ, ມີການເຂົ້າຮ່ວມຢ່າງຄັບຄາໜາແໜ້ນຂອງບັນດາ ພະສົງ, ພະມະຫາອາຈານ, ພະສັງຄະນາຍົກ, ພະອາຈານ ແລະ ພະສົງສາມະເນນ, ແມ່ຂາວ ຫວຽດນາມ ແລະ ລາວ ພ້ອມກັບການເຂົ້າຮ່ວມຢ່າງຄັບຄາໜາແໜ້ນຂອງບັນດາພຸດທະສາສະນິກກະຊົນ, ພໍ່ແມ່ປະຊາຊົນ ຫວຽດນາມ ທີ່ກຳລັງຮ່ຳຮຽນສຶກສາ, ເຮັດວຽກ ແລະ ດໍາລົງຊີວິດຢູ່ ລາວ.
ຍສໝ - ຕອນເຊົ້າວັນທີ 23 ພຶດສະພາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງບິ່ງ ໄດ້ຈັດພິທີມອບຮັບ, ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໄດ້ກັບຄືນບ້ານເກີດ ແລະ ຝັງທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບ່າຢົກ (ໂບ໋ແຈັກ, ກວາງບິ່ງ).
ຍສໝ - ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງຫວຽດນາມ ແລະ ລາວ ພວມຢູ່ໃນຂະບວນການເຕີບໂຕທີ່ດີ, ຄວາມສາມາດບົ່ມຊ້ອນຮ່ວມມືຍັງໃຫຍ່ຫຼວງ ແລະ ມີແງ່ຫວັງຫຼາຍຢ່າງໃນໄລຍະຈະມາເຖິງ.
ຍສໝ - ຕອນບ່າຍວັນທີ 23 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຫຍີດເຕິ່ນ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ.
ຍສໝ - ຄະນະກົງສຸນໃຫຍ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ນະຄອນ ດານັງ ນຳໂດຍ ກົງສຸນໃຫຍ່ ທ່ານ ສຸພັນ ຫາດາວເຮືອງ ໄດ້ເຂົ້າອວຍພອນ ແລະ ບູຊາໃນບຸນວິສາຂະບູຊາ Vesak 2568 – 2024 ທີ່ວັດ ຕາມບາວ, ຕາແສງ ບິ່ງຮຽນ, ເມືອງ ຫາຍເຈົາ, ນະຄອນ ດານັງ.
ຍສໝ - ວັນທີ 18 ພຶດສະພາ, ລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ” ປີ 2024 ທີ່ຈັດຕັ້ງໂດຍຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ສົມທົບກັບບັນດາສຳນັກງານ, ອົງການຈັດຕັ້ງ ເພື່ອເຊື່ອມໂຍງເຂົ້າກັບຄອບຄົວຊາວຫວຽດນາມ 96 ຄົນ, ມີນັກສຶກສາລາວ 127 ຄົນ, ນັກສຶກສາກຳປູເຈຍ 35 ຄົນພວມຮ່ຳຮຽນຢູ່ ຫວຽດນາມ.
ຍສໝ - ສືບຕໍ່ປະຕິບັດໂຄງການເຮັດວຽກຢູ່ ສປປ ລາວ. ຕອນບ່າຍວັນທີ 16 ພຶດສະພາ, ຄະນະຜູ້ແທນຄະນະກຳມະການພິເສດແຂວງເທື່ອທຽນເຫ້ວ ນຳໂດຍທ່ານພັນເອກ ຮ່ວາງວັນເຍີນ - ກຳມະການການເມືອງກະຊວງປ້ອງກັນປະເທດແຂວງ, ຮອງຫົວໜ້າຄະນະກຳມະການ 515 ແຂວງເທື່ອທຽນເຫ້ວ, ໄດ້ມີການພົບປະເຈລະຈາ ແລະ ເຮັດວຽກຮ່ວມກັບຄະນະປະຕິບັດງານພິເສດແຂວງເຊກອງ - ລາວ.
ຍສໝ - ການຄົ້ນຄວ້າເພື່ອພັດທະນາແລວເສດຖະກິດ ກວາງຈີ້-ສາລະວັນ-ອຸບົນຣາດຊະທານີ (PARA-EWEC) ຖືວ່າແມ່ນໜຶ່ງໃນບັນດາມາດຕະການເພື່ອຊ່ວຍເພີ່ມທະວີການເຊື່ອມຕໍ່, ຮັດແໜ້ນການພົວພັນຮ່ວມມືມິດຕະພາບ ກໍຄືຫຼຸດຊ່ອງວ່າງພັດທະນາເສດຖະກິດລະຫວ່າງບັນດາແຂວງ, ທ້ອງຖິ່ນ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົງ.
ຍສໝ - ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງຊົນຊາດຫວຽດນາມ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ 3 ປະເທດ ຫວຽດນາມ - ລາວ - ຈີນ, ສອງປ້ອມປ້ອງກັນຊາຍແດນ A Pa Chai ແລະ ແຊນເທື້ອງ (ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ, ຫວຽດນາມ) ໄດ້ດຳເນີນກອງປະຊຸມພົບປະກັບ ກົມຕຳຫຼວດເມືອງ ຍອດອູ, ແຂວງ ຜົ້ງສາລີ (ລາວ) ແລະ ກອງຮ້ອຍຄຸ້ມຄອງຊາຍແດນ ຢ່າງແທງ, ແຂວງ ຢູນໜານ (ຈີນ).
ຍສໝ - ເສັ້ນທາງລົດໄຟ ລາວ-ໄທ ແລະ ເສັ້ນທາງລົດໄຟ ລາວ-ຈີນ ແມ່ນບັນດາອົງປະກອບທີ່ສຳຄັນຂອງເຄືອຂ່າຍທາງລົດໄຟໃນພາກພື້ນ ເພື່ອເຊື່ອມຕໍ່ ຈີນ ກັບ ສິງກະໂປ ໂດຍຜ່ານ ລາວ, ໄທ ແລະ ມາເລເຊຍ.
ຍສໝ - ຕອນບ່າຍວັນທີ 16 ພຶດສະພາ, ຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ, ເມືອງ ໜອງບົກ, ແຂວງ ຄຳມ່ວນ, ພາກກາງລາວ ໄດ້ດຳເນີນພິທີຖະຫວາຍທູບທຽນ ເພື່ອສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈິມິນ (ວັນທີ 19 ພຶດສະພາ 1890 – 19 ພຶດສະພາ 2024) ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ໂຮ່ຈິມິນ ທີ່ມີຕໍ່ປະຊາຊົນ ແລະ ປະເທດຊາດລະຫວາ່ງ ຫວຽດນາມ - ລາວ.
ຍສໝ - ຊາກສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ຄົນ ເຊິ່ງເປັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວ ໄດ້ຖືກພົບເຫັນ ແລະ ສົ່ງກັບຄືນບ້ານເກີດເມືອງນອນ
ເພື່ອປົງສົບ.
ຍສໝ - ຕອນບ່າຍວັນທີ 13 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ຄະນະປະຕິບັດງານພິເສດແຂວງ ຮ່າຕິ້ງ ໄດ້ສົມທົບກັບຄະນະພັກ, ລັດຖະບານ, ກໍາລັງປະກອບອາວຸດ ແລະ ປະຊາຊົນນະຄອນຫຼວງວຽງຈັນ ຈັດຕັ້ງພິທີມອບ-ຮັບ ແລະ ສົ່ງຄືນຊາກສົບຂອງອາສາສະໝັກຫວຽດນາມ 2 ຊຸດ ທີ່ເປັນນັກຮົບ ແລະ ຊ່ຽວຊານ ທີ່ເສຍສະຫຼະຊີວິດ ຢູ່ນະຄອນຫຼວງວຽງຈັນ ເພື່ອກັບຄືນບ້ານເກີດເມືອງນອນຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 9 ພຶດສະພາ,, ຢູ່ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນປະເທດລາວ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ຄວາມໝາຍສຳຄັນຂອງໄຊຊະນະ ດ້ຽນບຽນຝູ ເພື່ອຄວາມສາມັກຄີ ແລະ ພັນທະມິດການສູ້ຮົບພິເສດຫວຽດນາມ - ລາວ” ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ຖ່າຍທອດວ່າ.
ຍສໝ - ໄຊຊະນະ ດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນສຳຄັນ, ຝຣັ່ງ ຕ້ອງຍອມຕົກລົງເຊັນສັນຍາ Geneve, ຟື້ນຟູສັນຕິພາບໃນອິນດູຈີນ, ຍົກເລີກການເປັນຫົວເມືອງຂຶ້ນຂອງຝຣັ່ງ ແລະ ຖະແຫຼງການປະກາດເອກະລາດຂອງສາມປະເທດອິນດູຈີນຄື: ຫວຽດນາມ, ລາວ ແລະ ກຳປູເຈຍ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ, ໃນວັນທີ 7 ພຶດສະພານີ້, ຢູ່ສູນປະຊຸມແຫ່ງຊາດລາວ, ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດລາວສູນກາ ... ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຕອບສໍາພາດ ກ່ຽວກັບຄວາມໝາຍແຫ່ງໄຊຊະນະດ້ຽນບຽນຝູ ຕໍ່ການປະຕິວັດຫວຽດນາມ - ລາວ ແລະບັນດາຂະບວນການປົດປ່ອຍຫົວເມືອງຂຶ້ນໃນໂລກໃນເວລານັ້ນ, ກໍ່ຄືການຮ່ວມເດີນທາງຂອງສອງປະເທດຫວຽດນາມ-ລາວ ໃນຕະຫຼອດຫຼາຍທົດສະວັດຜ່ານມາ.