ນັກຮຽນ 30 ຄົນເຂົ້າຮ່ວມງານແຂ່ງຂັນ “ນ້ອງຮັກພາສາຫວຽດ” ຢູ່ລາວ

07:05 | 24/08/2024

ຍສໝ - ງານແຂ່ງຂັນ “ນ້ອງຮັກພາສາຫວຽດ” ບໍ່ພຽງແຕ່ສ້າງເງື່ອນໄຂເພື່ອເພື່ອສ້າງ, ພັດທະນາຄວາມສາມາດ ແລະຄຸນທາດທີ່ຈຳເປັນໃຫ້ແກ່ພວກນ້ອງນັກຮຽນເທົ່ານັ້ນ, ຫາກຍັງແມ່ນກິດຈະກຳເພື່ອໃຫ້ພວກນ້ອງໄດ້ເຂົ້າຮ່ວມ ແລະຝຶກຝົນຫຼໍ່ຫຼອມທັກສະ.

ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ ນັກຮຽນ ດາຫຼາດ ໄດ້ຮັບຄວາມຮູ້ກ່ຽວກັບວັດທະນະທຳ ສ.ເກົາຫຼີ ຕື່ມອີກ ຈາກອາສາສະໝັກຂອງປະເທດເພື່ອນມິດ
ລາວ​ກາຍ: ນັກຮຽນ​ທີ່ປະສົມກັບຄວາມຫຍຸ້ງຍາກມີ ລາວ​ກາຍ: ນັກຮຽນ​ທີ່ປະສົມກັບຄວາມຫຍຸ້ງຍາກມີ"​ແມ່ອຸປະຖຳ" ທີ່ຮັກແພງເບິ່ງແຍງດູແລ

ຫວ່າງແລ້ວນີ້, ຢູ່ແຂວງສະຫວັນນະເຂດ, ພາກກາງຂອງລາວ, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ແຂວງສະຫວັນນະເຂດ ຈັດຕັ້ງການແຂ່ງຂັນ “ນ້ອງຮັກພາສາຫວຽດ” ຮອບຊິງຊະນະເລີດ ສໍາລັບນັກຮຽນລາວ ແລະ ຫວຽດນາມ ຢູ່ແຂວງສະຫວັນນະເຂດ ແນໃສ່ເສີມຂະຫຍາຍທັກສະຂອງພວກນ້ອງນັກຮຽນໃນການສະແດງຄວາມຮູ້ດ້ານພາສາຫວຽດນາມ ທີ່ພວກນ້ອງໄດ້ຮຽນ.

ນັກຮຽນ 30 ຄົນເຂົ້າຮ່ວມງານແຂ່ງຂັນ “ນ້ອງຮັກພາສາຫວຽດ” ຢູ່ລາວ
ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ພ້ອມກັບພວກນ້ອງນັກຮຽນ. ພາບ: TTXVN

ກ່າວຄຳເຫັນທີ່ພິທີ, ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ແບ່ງປັນວ່າ: ສຳລັບຊົນຊາດ, ພາສາແມ່ນພື້ນຖານຂອງການພັດທະນາວັດທະນະທຳສັງຄົມ. ພາສາແມ່ນເຄື່ອງມືໃນການພົວພັນແລກປ່ຽນ ແລະຮໍ່າຮຽນຄວາມຮູ້ໃໝ່. ເລື່ອງຮູ້ຫຼາຍພາສາຈະສ້າງຄວາມສະດວກໃຫ້ແກ່ການພັດທະນາຄວາມຮູ້ ແລະຈິດວິນຍານຂອງບຸກຄົນ. ທ່ານນາງເນັ້ນໜັກວ່າ ຫວຽດນາມ ແລະ ລາວ ແມ່ນສອງປະເທດອ້າຍນ້ອງ, ສະນັ້ນປະຊາຊົນສອງປະເທດຮຽນພາສາຂອງກັນແມ່ນຄວາມຈໍາເປັນທີ່ສຸດ; ພ້ອມກັນນັ້ນ, ທ່ານນາງຍັງສະແດງຄວາມຫວັງວ່າ ການເຄື່ອນໄຫວດັ່ງກ່າວຈະຊຸກຍູ້ພວກນ້ອງນັກຮຽນຫ້າວຫັນ, ໝັ່ນຮຽນ ແລະຝຶກຝົນຫຼໍ່ຫຼອມພາສາຫວຽດນາມ ໃນສົກຮຽນໃໝ່. ຜ່ານພາສາຫວຽດ, ພວກນ້ອງນັກຮຽນບໍ່ພຽງແຕ່ຈະມີຄວາມຮູ້ຕື່ມອີກກ່ຽວກັບວັດທະນະທຳ, ປະຫວັດສາດ, ມູນເຊື້ອຂອງຊົນຊາດຫວຽດນາມເທົ່ານັ້ນ, ຫາກຍັງມີເງື່ອນໄຂຮ່ຳຮຽນ ແລະເຮັດວຽກຢູ່ ຫວຽດນາມ ໃນອະນາຄົດອີກດ້ວຍ. ເມື່ອເຕີບໃຫຍ່ແລ້ວ, ພວກນ້ອງຈະກາຍເປັນຂົວຕໍ່ໃຫ້ສາຍພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ລາວ ໃຫ້ນັບມື້ນັບສະໜິດຕິດພັນ ແລະແໜ້ນແຟ້ນຂຶ້ນຕື່ມ.

ການແຂ່ງຂັນໄດ້ດຶງດູດນັກຮຽນເຂົ້າຮ່ວມ 30 ຄົນ, ແບ່ງອອກເປັນ 5 ທີມ. ພວກນ້ອງນັກຮຽນຈະພ້ອມກັນແຂ່ງຂັນການປະລະໄນ ແລະ ບັນລະຍາຍ. ການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ພວກນ້ອງນັກຮຽນໄດ້ໝູນໃຊ້ຄວາມຮູ້ທີ່ໄດ້ຮໍ່າຮຽນ ເພື່ອປະຕິບັດສຳເລັດການແຂ່ງຂັນຂອງທີມ.

ການແຂ່ງຂັນ “ນ້ອງຮັກພາສາຫວຽດ” ບໍ່ພຽງແຕ່ສ້າງເງື່ອນໄຂເພື່ອເພື່ອສ້າງ, ພັດທະນາຄວາມສາມາດ ແລະຄຸນທາດທີ່ຈຳເປັນໃຫ້ແກ່ພວກນ້ອງນັກຮຽນເທົ່ານັ້ນ, ຫາກຍັງແມ່ນກິດຈະກຳເພື່ອໃຫ້ພວກນ້ອງໄດ້ເຂົ້າຮ່ວມ ແລະຝຶກຝົນຫຼໍ່ຫຼອມທັກສະ. ຈາກນັ້ນ, ຊ່ວຍໃຫ້ພວກນ້ອງພັດທະນາທັກສະ ຟັງ, ເວົ້າ, ອ່ານ, ຂຽນ, ປະກອບສ່ວນຊຸກຍູ້ການຮໍ່າຮຽນ ແລະນໍາໃຊ້ພາສາຫວຽດນາມ ໃນວົງຄະນະຍາດຊຸມຊົນຢູ່ແຂວງສະຫວັນນະເຂດ.

ແສງເດືອນ

ເຫດການ
302 Found

Found

The document has moved here.