ນະຄອນ ໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງ ລາວ ຮ່ວມມືໃນຫຼາຍຂົງເຂດ

07:57 | 24/08/2024

ຍສໝ - ສະຫາຍ ນາງ ຫງວຽນ​ທິ​ເລ້ ​ຮອງ​ເລຂາ​​ພັກ​ນະຄອນ, ປະທານ​ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໃຫ້ການຕ້ອນຮັບ ສະຫາຍ ສາຍທອງ ​ໄຊ​ຍະ​ວົງ, ຮອງ​ເລຂາ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ ຈຳປາ​ສັກ ພ້ອມ​ດ້ວຍ​ຄະນະຜູ້ແທນຂອງ ພັກປະຊາຊົນ ປະຕິວັດ ລາວ ວັນ​ທີ 21 ສິງຫາ​ ຢູ່​ນະຄອນ​ ໂຮ່ຈີ​ມິນ.

ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ນອນໃນ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍການທ່ອງທ່ຽວຖືກກວ່າໝູ່ຢູ່ ອາຊີ
ນັກຮົບອາສາສະໝັກ 120 ຄົນຈາກນະຄອນ ໂຮ່ຈີມິນ ໄປເຂົ້າຮ່ວມການເຄື່ອນໄຫວລະດູແລ້ງຢູ່ ລາວ

ທີ່​ການ​ຕ້ອນຮັບ, ສະຫາຍ ​ນາງ ຫງວຽນ​ທິ​ເລ້ ຢືນຢັນ​ວ່າ ນະຄອນ ​ໂຮ່ຈີ​ມິນ ​ພາກ​ພູມ​ໃຈ​ຕໍ່​ການ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ​ລາວ ທີ່ພວມ​ພັດທະນາ​ຢ່າງ​ເລິກເຊິ່ງ​ໃນ​ຫຼາຍ​ຂົງ​ເຂດ, ນັບມື້ນັບບັນລຸ​ໄດ້​ໝາກຜົນ​ທີ່ແທດ​ຈິງຫຼາຍຢ່າງ.

ນະຄອນ ໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງ ລາວ ຮ່ວມມືໃນຫຼາຍຂົງເຂດ

ສະຫາຍ ນາງ ຫງວຽນ​ທິ​ເລ້ ​ຮອງ​ເລຂາ​​ພັກ​ນະຄອນ, ປະທານ​ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ກ່າວຄຳປາໄສທີ່ການຕ້ອນຮັບ ສະຫາຍ ສາຍ​ທອງ ​ໄຊ​ຍະ​ວົງ, ຮອງ​ເລຂາ​ພັ​ກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ ຈຳປາ​ສັກ - ລາວ ຢູ່ນະຄອນ​ ໂຮ່ຈີ​ມິນ​ ໃນ​ວັນ​ທີ 21 ສິງຫາ​.

ສະຫາຍ ນາງ ຫງວຽນ​ທິ​ເລ້ ​ຖືວ່າ: ການ​ຢ້ຽມຢາມ​ຂອງ​ ສະຫາຍ ສາຍທອງ ​ໄຊ​ຍະ​ວົງ ຈະ​ປະກອບສ່ວນ​ຫັນ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ສອງ​ພັກ ​ແລະ ລັດຖະບານ 2 ປະ​ເທດໃຫ້ປະກົດຜົນເປັນຈິງ, ​ເຮັດໃຫ້ການ​ຮ່ວມ​ມືທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ລາວ ເລິກເຊິ່ງກວ່າອີກ.

ສະຫາຍ ​ນາງ ຫງວຽນ​ທິ​ເລ້ ຢືນຢັນ​ວ່າ ທັດສະນະ​ທີ່​ສະເໝີຕົ້ນສະເໝີປາຍ​ຂອງ​ນະຄອນ ​ໂຮ່ຈີ​ມິນ ນັບແຕ່ກ່ອນມາຮອດປະຈຸບັນແມ່ນ ຍາມ​ໃດ​ກໍ່​ນັບຖືຢ່າງສູງ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປົກ​ປັກ​ຮັກສາ, ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ກັບ ​ລາວ ​ເວົ້າ​ລວມ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ ລາວ​ ເວົ້າ​ສະ​ເພາະ.

ນະຄອນ ໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງ ລາວ ຮ່ວມມືໃນຫຼາຍຂົງເຂດ

ສະຫາຍ ນາງ ຫງວຽນ​ທິ​ເລ້ ​ຮອງ​ເລຂາ​​ພັກ​ນະຄອນ, ປະທານ​ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຕ້ອນຮັບ ສະຫາຍ ສາຍ​ທອງ ​ໄຊ​ຍະ​ວົງ, ຮອງ​ເລຂາ​ພັ​ກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ ຈຳປາ​ສັກ - ລາວ ຢູ່ນະຄອນ​ ໂຮ່ຈີ​ມິນ​ ໃນ​ວັນ​ທີ 21 ສິງຫາ​.

ນະຄອນ ໂຮ່ຈີມິນ ຈະຕັ້ງໜ້າຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນ, ເຊື່ອມຕໍ່ເສດຖະກິດ, ສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ, ແລກປ່ຽນຄະນະ ແລະ ພົບປະແລກປ່ຽນປະຊາຊົນ, ເບິ່ງແຍງດູແລ ແລະ ຊ່ວຍເຫຼືອພະນັກງານ, ນັກຮຽນ, ນັກສຶກສາ ລາວ ທີ່ພວມຄົ້ນຄວ້າຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ.

​ຢູ່ທີ່ການຕ້ອນຮັບ, ສະຫາຍ ສາຍທອງ ​ໄຊ​ຍະ​ວົງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ ລາວ ​ເຊິ່ງໃນນັ້ນມີ​ແຂວງ​ ຈຳປາ​ສັກ.

ສະຫາຍ ສາຍທອງ ໄຊຍະວົງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງ ລາວ, ໃນນັ້ນມີແຂວງ ຈໍາປາສັກ ຈະສືບຕໍ່ປະຕິບັດບັນດາເນື້ອໃນຂອງການຮ່ວມມືໃນບັນດາຂົງເຂດຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ.

ນະຄອນ ໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງ ລາວ ຮ່ວມມືໃນຫຼາຍຂົງເຂດ

ສະຫາຍ ນາງ ຫງວຽນ​ທິ​ເລ້ ​ຮອງ​ເລຂາ​​ພັກ​ນະຄອນ, ປະທານ​ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຖ່າຍຮູບທີ່ລະນຶກກັບ ສະຫາຍ ສາຍ​ທອງ ​ໄຊ​ຍະ​ວົງ, ຮອງ​ເລຂາ​ພັ​ກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ ຈຳປາ​ສັກ - ລາວ ຢູ່ນະຄອນ​ ໂຮ່ຈີ​ມິນ​ ໃນ​ວັນ​ທີ 21 ສິງຫາ​.

ທີ່ການເຮັດວຽກ, ຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງນະຄອນ ໂຮ່ຈີມິນ ແລະ ຄະນະປະຕິບັດງານຂອງ ລາວ ໄດ້ປຶກສາຫາລືລະອຽດຫຼາຍບັນຫາທີ່ກ່ຽວຂ້ອງເຖິງປະສົບການໃນການພັດທະນາເສດຖະກິດ - ສັງຄົມ ແລະ ການດຶງດູດການລົງທຶນ ເພື່ອແນໃສ່ເຮັດໃຫ້ສາຍພົວພັນລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງ ລາວ, ໃນນັ້ນມີແຂວງ ຈໍາປາສັກ ເລິກເຊິ່ງກວ່າອີກ.

ຊຸກຍູ້ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ລາວ

ຊຸກຍູ້ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ລາວ

ຍສໝ - ການນຳນະຄອນ ໂຮ່ຈີມິນ ຢືນຢັນວ່າ: ນະຄອນ ຍາມໃດກໍ່ສຸມໃສ່ເພີ່ມທະວີການພົວພັນຮ່ວມມືກັບ ລາວ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຂອງ 2 ຝ່າຍຊອກຫາກາລະໂອກາດລົງທຶນ, ສົ່ງເສີມການຄ້າ.

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ກໍ່ສ້າງແຫຼ່ງຊັບພະຍາກອນຄຸນນະພາບສູງ

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ກໍ່ສ້າງແຫຼ່ງຊັບພະຍາກອນຄຸນນະພາບສູງ

ຍສໝ - ທີ່ການຕ້ອນຮັບ, ສະຫາຍ ຫງວຽນວັນເນັນ ສະແດງຄວາມປາດຖະໜາວ່າ ນອກຈາກຊຸກຍູ້ການພັດທະນາເສດຖະກິດ, ຫວຽດນາມ ແລະລາວ ຈະຮ່ວມມື ແລະພັດທະນາໃນຂົງເຂດວັດທະນະທໍາ, ການທູດປະຊາຊົນ, ສ້າງເງື່ອນໄຂສະດວກກວ່າອີກເພື່ອໃຫ້ປະຊາຊົນສອງປະເທດຜະລິດ, ດໍາເນີນທຸລະກິດ, ທ່ອງທ່ຽວ...

ມິງດຶກ (ແປຕາມ nld.com.vn)

ເຫດການ
302 Found

Found

The document has moved here.