ຫວຽດນາມ-ລາວ ເພີ່ມທະວີການລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາສັນຕິພາບຢູ່ເຂດຊາຍແດນ

00:00 | 30/08/2024

ຍສໝ - ການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວທີ່ຂາດບໍ່ໄດ້ໃນວຽກງານພົວພັນຕ່າງປະເທດຊາຍແດນລະຫວ່າງສອງປະເທດ. ບັນດາບາດກ້າວເດີນທີ່ບໍ່ຮູ້ອິດຮູ້ເມື່ອຍລະຫວ່າງກຳລັງປົກປັກຮັກສາຊາຍແດນ ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ກັບກອງບັນຊາການທະຫານແຂວງຄໍາມ່ວນ (ລາວ) ໄດ້ປະກອບສ່ວນຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ

ສ້າງພື້ນທີ່ເປີດເພື່ອໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມມືກັນປະຕິບັດຄວາມຕັ້ງຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ ສ້າງພື້ນທີ່ເປີດເພື່ອໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມມືກັນປະຕິບັດຄວາມຕັ້ງຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ
ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ

ແຕ່ລະກອງທັບກ້າວເດີນໄປໜ້າ, ໃນທ່າມກາງເມກ ແລະທ້ອງຟ້າທີ່ກວ້າງສຸດສາຍຕາ, ປົກປັກຮັກສາປະເທດຊາດ, ດ້ວຍຫົວໃຈຫວຽດນາມ, ປະເທດຫວຽດນາມ. ນັ້ນແມ່ນເນື້ອເພງທີ່ບັນດາສະມາຊິກໃນກອງລາດຕະເວນຂອງກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຮ້ອງໄປຕາມທຸກເສັ້ນທາງລາດຕະເວນສອງປະເທດ ໂດຍກອງບັນຊາທະຫານຊາຍແດນແຂວງກວາງບິ່ງ ສົມທົບກັບກອງບັນຊາການທະຫານແຂວງຄຳມ່ວນ ຈັດຕັ້ງຂຶ້ນ.

ຫວຽດນາມ-ລາວ ເພີ່ມທະວີການລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາສັນຕິພາບຢູ່ເຂດຊາຍແດນ
ກອງລາດຕະເວນກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ກັບກອງບັນຊາການທະຫານແຂວງຄໍາມ່ວນ (ລາວ) ປະຕິບັດພິທີເຄົາລົບຢູ່ຫຼັກໝາຍທີ 547 ຢູ່ເສັ້ນຊາຍແດນຫວຽດນາມ-ລາວ. ພາບ: ຮຽວຟຸ່ງ

ໃນຕົ້ນເດືອນກໍລະກົດ, ໂດຍມີໂອກາດໄດ້ຮ່ວມເດີນທາງພ້ອມກັບກອງລາດຕະເວນສອງຝ່າຍຂອງສອງກົມກອງ, ພວກຂ້າພະເຈົ້າຈຶ່ງຫາກໍ່ເຂົ້າໃຈຄວາມສະຫງ່າງາມທີ່ເປັນໜ້າທະນົງໃຈໃນຊີວິດການເປັນຢູ່ຂອງຖັນແຖວພະນັກງານ, ນັກຮົບແຕ່ລະຄົນ. ຕາມເສັ້ນທາງທີ່ໄດ້ກຳນົດເປັນປົກກະຕິ, ພາຍຫຼັງຕ້ອນຮັບຄະນະຢູ່ດ່ານຊາຍແດນ ກ່າຣ່ອງ-ນ້ອງມາແລ້ວ, ກອງລາດຕະເວນຂອງທັງສອງຝ່າຍໄດ້ເຄື່ອນຍ້າຍໄປຮອດບ້ານອາກີ, ຕາແສງເທື້ອງແຈັກ, ເມືອງໂບ໊ແຈັກ-ເຊິ່ງເປັນບ່ອນປັກຫຼັກໝາຍຊາຍແດນທີ 547 ຢູ່ຈຸດທີ່ມີຄວາມສູງ 737,17 ແມັດ. ຢູ່ແຄມປ່າ, ກ່ອນທີ່ຈະເຄື່ອນຍ້າຍ, ຫົວໜ້າກອງລາດຕະເວນກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ໄດ້ເຜີຍແຜ່ແຜນການ, ຈັດຮູບແຖວການລາດຕະເວນ.

ກອງລາດຕະເວນຂອງທະຫານຊາຍແດນແຂວງກວາງບິ່ງ ນໍາໂດຍທ່ານພັນເອກພິເສດ ຈິ້ງແທງບິ່ງ, ຜູ້ບັນຊາການທະຫານຊາຍແດນແຂວງກວາງບິ່ງ, ບັນດາສະມາຊິກເປັນຜູ້ຕາງໜ້າບັນດາຫ້ອງການ ແລະຄ້າຍທະຫານຊາຍແດນ ກ່າຣ່ອງ. ກອງລາດຕະເວນຂອງກອງບັນຊາການທະຫານແຂວງຄໍາມ່ວນ ນໍາໂດຍທ່ານພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງຄໍາມ່ວນ, ພ້ອມກັບບັນດາສະມາຊິກເປັນຜູ້ຕາງໜ້າບັນດາຫ້ອງການ, ຄະນະວິຊາສະເພາະ ແລະກອງຮ້ອຍທະຫານຊາຍແດນ 316. ພາຍຫຼັງສໍາເລັດ ວຽກງານກະກຽມ, ພວກຂ້າພະເຈົ້າ ພ້ອມດ້ວຍສະມາຊິກຂອງກອງລາດຕະເວນເລີ່ມຕົ້ນອອກໄປລາດຕະເວນ.

ຢູ່ກ້ອງຮົ່ມໄມ້ເຂດປ່າຕຶບດົງໜາທີ່ໃຫຍ່ໂຕມະໂຫຖານນັ້ນ, ຄົນທີ່ຍ່າງຕາມຫຼັງຕ້ອງໄດ້ຍ່າງໄປຕາມຮອຍຕີນຂອງຄົນທີ່ຍ່າງໄປກ່ອນເພື່ອບໍ່ໃຫ້ແຕກແຖວ, ໃນໄລຍະທາງລາດຕະເວນ ປະມານ 2 ກິໂລແມັດ, ກອງລາດຕະເວນຄ່ອຍໆພິຊິດເສັ້ນທາງປ່າໄປເທື່ອລະໜ້ອຍ ດ້ວຍພູມສັນຖານທີ່ເປັນພູສູງຊັນຫຼາຍ, ຫົນທາງຫີນໝາມແຫຼມ, ຕົ້ນໄມ້ລົ້ມຕັນຂວາງທາງ, ຊັ້ນຫີນທີ່ພະລາດມື່ນ. ຈຸດເວລາທີ່ພິເສດທີ່ສຸດຂອງການລາດຕະເວນຄັ້ງນີ້ແມ່ນທ້ອງຟ້າປອດໂປ່ງ, ເຕັມໄປດ້ວຍຄວາມສະຫວ່າງ ແລະຄວາມມີຊີວິດຊີວາຂອງໂລກ ແລະທ້ອງຟ້າ - ນັ້ນແມ່ນບ່ອນທີ່ມີຫຼັກໝາຍ ທີ 547 ຕັ້ງຢູ່ຢ່າງສະຫງ່າຜ່າເຜີຍ ແລະເອກອ້າງທະນົງໃຈ, ຢືນຢັນອະທິປະໄຕຂອງປະເທດຊາດຫວຽດນາມ.

ຢູ່ທີ່ນີ້, ບັນດາສະມາຊິກຂອງທັງສອງຝ່າຍໄດ້ດຳເນີນພິທີເຄົາລົບຫຼັກໝາຍອະທິປະໄຕອັນສັກສິດ ແລະເຕັມໄປດ້ວຍຄວາມເອກອ້າງທະນົງໃຈ. ທ່ານພັນເອກພິເສດ ຈິ້ງແທງບິ່ງ ແລະທ່ານພັນເອກ ບຸນເລີດ ບຸບຜາວັນ ໄດ້ປະຕິບັດຂະບວນການກວດກາຫຼັກໝາຍຊາຍແດນ, ໂດຍຢັ້ງຢືນວ່າ ຫຼັກໝາຍອະທິປະໄຕຍັງຮັກສາຢູ່ໃນສະພາບເດີມ, ບໍ່ມີສັນຍານລະເມີດອະທິປະໄຕຜືນແຜ່ນດິນ ແລະການກະທຳລະເມີດກົດໝາຍ. ສືບຕໍ່ເດີນທາງ, ກອງລາດຕະເວນ 2 ກໍາລັງໄດ້ໄປຮອດຫຼັກໝາຍ ທີ 543 ແລະປະຕິບັດພິທີການອັນສັກສິດດ້ວຍຄວາມຕັດສິນໃຈຮ່ວມແຮງຮ່ວມໃຈ, ຄຽງບ່າຄຽງໄຫຼ່ກັນເພື່ອຮັກສາອະທິປະໄຕຂອງປະເທດຊາດຢູ່ເຂດຊາຍແດນທາງທິດຕາເວັນຕົກ. ພ້ອມກັນນັ້ນ, ທຸກໆຮ່ອງຮອຍໃນເສັ້ນທາງລາດຕະເວນໃນຍາມກາງຄືນລ້ວນແຕ່ໄດ້ຮັບການກວດກາ, ວິເຄາະ, ຕີລາຄາຢ່າງເລິກເຊິ່ງຈາກບັນດາສະມາຊິກກອງລາດຕະເວນ; ຈາກນັ້ນ, ໄດ້ພາກັນສະຫຼຸບ ແລະວາງທິດທາງການກະທຳທີ່ເໝາະສົມ, ຕັດສິນໃຈບໍ່ໃຫ້ພວກອາດຊະຍາກຳ ແລະບັນດາເປົ້າໝາຍບໍ່ດີຂ້າມຊາຍແດນຜິດກົດໝາຍ, ປົກປັກຮັກສາຜືນແຜ່ນດິນອັນສັກສິດໃນແຕ່ລະຕາແມັດຂອງປະເທດຊາດໄວ້.

ໃນຊຸມປີຜ່ານມາ, ການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວທີ່ຂາດບໍ່ໄດ້ໃນວຽກງານພົວພັນຕ່າງປະເທດຊາຍແດນລະຫວ່າງສອງປະເທດ. ບັນດາບາດກ້າວເດີນທີ່ບໍ່ຮູ້ອິດຮູ້ເມື່ອຍລະຫວ່າງກຳລັງປົກປັກຮັກສາຊາຍແດນ ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ກັບກອງບັນຊາການທະຫານແຂວງຄໍາມ່ວນ (ລາວ) ໄດ້ປະກອບສ່ວນຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ; ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ປະກອບສ່ວນກໍ່ສ້າງເຂດຊາຍແດນໃຫ້ມີຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະນັບມື້ນັບພັດທະນາ.

ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ

ຍສໝ - ວັນ​ທີ 11 ສິງຫາ, ຄະນະປະຕິບັດງານ​ກອງ​ບັນຊາ​ການ​ທະຫານ​​ຊາຍ​ແດນ ​ໂດຍ​ທ່ານ​ພັນ​ເອກພິເສດ ​ເຈີ່ນ​ນາມ​ຈຸງ, ຮອງຫົວໜ້າ​ເສນາ​ທິການ ທະຫານ​ຊາຍແດນ ​ຫວຽດນາມ ເປັນຫົວໜ້າຄະນະ ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ, ກວດກາ​ວຽກ​ງານ​ກະກຽມ​ຮັບ​ໃຊ້ການ​​ຈັດ​ຕັ້ງການພົບປະແລກປ່ຽນມິດຕະພາບການປ້ອງ​ກັນ​ປະ​ເທດ​ຊາຍ​ແດນ ຫວຽດນາມ - ລາວ ຄັ້ງທີ 2 ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ

ຍສໝ - ວັນທີ 16 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ໄດ້ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ.

ແສງເດືອນ

ເຫດການ
302 Found

Found

The document has moved here.