ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງ 3 ປະເທດ

07:29 | 24/08/2024

ຍສໝ - ການຮ່ວມມືລະຫວ່າງສາມປະເທດແມ່ນເລີ່ມມາຈາກແຫຼ່ງທີ່ໝັ້ນແກ່ນຈາກຫຼັກການຮ່ວມມືພ້ອມກັນມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະກັນ.

ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ
ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ນັບແຕ່ປີ 1999, ເຂດສາມລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ໄດ້ກາຍເປັນຫຼັກຖານພະຍານໃຫ້ແກ່ຈິດໃຈຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ສາມປະເທດຫວຽດນາມ-ລາວ-ກໍາປູເຈຍ ໄດ້ ແລະກໍາລັງເພີ່ມທະວີການຮ່ວມມືເພື່ອຜົນປະໂຫຍດຂອງທັງໝົດ. ພາບ: ຕໍາຫຼວດປະຊາຊົນອອນໄລ

ສ່ອງແສງທ່າອ່ຽງໃນສະໄໝນັ້ນ, ເລື່ອງສ້າງເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ແມ່ນເລີ່ມມາຈາກຄວາມປາດຖະໜາລວມແມ່ນຊຸກຍູ້ລັດທິພາກພື້ນເປີດອົກເປີດໃຈ ແລະຮອບດ້ານ, ພ້ອມທັງຮັດແຄບໄລຍະຫ່າງພັດທະນາໃນປະຊາຄົມອາຊຽນ.

ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງ 3 ປະເທດ
ພາບປະກອບ: baoquocte.vn

ເພື່ອຊຸກຍູ້ຄວາມຈະເລີນຮຸ່ງເຮືອງລວມ ແລະຄວາມມານະພະຍາຍາມນໍາເສດຖະກິດຂອງບັນດາປະເທດໃຫ້ເທົ່າທຽມກັບບັນດາຄູ່ຮ່ວມມືອາຊຽນ, ກໍາປູເຈຍ, ລາວ, ມຽນມາ ແລະຫວຽດນາມ ໄດ້ ແລະກໍາລັງນໍາໃຊ້ຫຼາຍຂອບເຂດທີ່ແຕກຕ່າງກັນ, ຄື: ກອງປະຊຸມຂັ້ນສູງກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ແລະເຊື່ອມໂຍງອາຊຽນ (IAI) ຢ່າງມີຫົວຄິດປະດິດສ້າງ.

ອາດສາມາດເວົ້າວ່າ, ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ສືບຕໍ່ສວມບົດບາດທີ່ບໍ່ສາມາດຂາດໄດ້ໃນການຮັດແຄບໄລຍະຫ່າງພັດທະນາລະຫວ່າງບັນດາປະເທດສະມາຊິກອາຊຽນ. ການເຊື່ອມຕໍ່ຂ້າມຊາຍແດນບໍ່ພຽງແຕ່ແມ່ນສ້າງຖະໜົນຫົນທາງເທົ່ານັ້ນ ຫາກຍັງແມ່ນການຊຸກຍູ້ການເຕີບໂຕ ແລະເພີ່ມກາລະໂອກາດໂດຍຜ່ານດ້ານການຄ້າ, ການລົງທຶນ ແລະການທ່ອງທ່ຽວ. ດ້ວຍວິທີປັບປຸງການເຊື່ອມຕໍ່, ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ມີຄວາມສາມາດບົ່ມຊ້ອນ, ສາມາດນຳເອົາໂອກາດດ້ານເສດຖະກິດມາໃຫ້ປະຊາຊົນທ້ອງຖິ່ນ, ເອື້ອອຳນວຍໃຫ້ເຂົາເຈົ້າເຂົ້າຮ່ວມ ແລະໄດ້ຮັບຜົນປະໂຫຍດຈາກພື້ນຖານເສດຖະກິດຊາດ ແລະພາກພື້ນກວ່າອີກ.

ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງການພັດທະນາເສດຖະກິດ, ບັນດາເຂດຊາຍແດນລວມກໍ່ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍສໍາຄັນທີ່ກ່ຽວຂ້ອງເຖິງອາດຊະຍະກໍາຂ້າມຊາດ. ນັບແຕ່ການຄ້າມະນຸດເຖິງການຄ້າຢາເສບຕິດ, ບັນດາສ່ິງທ້າທາຍກ່ຽວກັບຄວາມສະຫງົບຊາຍແດນຮຽກຮ້ອງໃຫ້ມີການຮ່ວມມືເກີນຂອບເຂດຊາຍແດນຂອງຊາດ. ຜ່ານການແບ່ງປັນຂໍ້ມູນຂ່າວສານຢ່າງແຮງ, ສົມທົບຊາຍແດນລວມ ແລະການຮ່ວມມືລະຫວ່າງບັນດາອົງການປ້ອງກັນຄວາມສະຫງົບຂອງກໍາປູເຈຍ, ລາວ ແລະຫວຽດນາມ, ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ໄດ້ສ້າງຂົງເຂດໜຶ່ງເພື່ອຕ້ານບັນດາການເຄື່ອນໄຫວຜິດກົດໝາຍນີ້.

ດ້ວຍວິທີປັບປຸງຄວາມສະຫງົບຊາຍແດນ, ບັນດາປະເທດຈະປົກປັກຮັກສາບັນດາຜົນປະໂຫຍດເສດຖະກິດເຊິ່ງເຂົາເຈົ້າພວມມານະພະຍາຍາມບັນລຸໄດ້.

ນອກຈາກນັ້ນ, ເມື່ອຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດທີ່ນັບມື້ນັບຈະແຈ້ງຂຶ້ນນັ້ນ, ບັນດາເຂດຊາຍແດນຢູ່ສາມປະເທດນີ້ຈຶ່ງໄດ້ຮັບຜົນກະທົບຫຍໍ້ທໍ້ຈາກໄພທໍາມະຊາດ, ຄື ນໍ້າຖ້ວມ, ດິນເຈື່ອນ ແລະໄພແຫ້ງແລ້ງ. ບັນດາຄວາມມານະພະຍາຍາມຮ່ວມມືລະຫວ່າງກໍາປູເຈຍ, ລາວ ແລະຫວຽດນາມ ໃນວິວັດການຮັບມືກັບໄພພິບັດ ແລະກູ້ຊີບມະນຸດສະທໍາສາມາດກູ້ຊ່ວຍຊີວິດ, ປົກປ້ອງການທຳມາຫາກິນລ້ຽງຊີບ ແລະຫຼຸດຜົນກະທົບດ້ານເສດຖະກິດຂອງໄພພິບັດເຫຼົ່ານີ້. ເລື່ອງເຕົ້າໂຮມບັນດາຊັບພະຍາກອນມະນຸດ, ແບ່ງປັນຄວາມຮູ້ ແລະສົມທົບກັນຮັບມື ສາມາດຮັບປະກັນຄວາມມານະພະຍາຍາມກູ້ຊ່ວຍໄດ້ໄວກວ່າ, ມີປະສິດທິຜົນກວ່າ ເມື່ອເກີດໄພພິບັດ, ສຸດທ້າຍແມ່ນໜູນຊ່ວຍຄວາມສາມາດຟື້ນຟູູຂອງປະຊາຄົມ.

ການຮ່ວມມືລະຫວ່າງສາມປະເທດແມ່ນເລີ່ມມາຈາກແຫຼ່ງທີ່ໝັ້ນແກ່ນຈາກຫຼັກການຮ່ວມມືພ້ອມກັນມີຜົນປະໂຫຍດ, ເຄົາລົບເຊິ່ງກັນ ແລະກັນ. ດ້ວຍວິທີເຄົາລົບບັນດາມູນຄ່າຊີ້ນໍາທີ່ໄດ້ຍົກອອກມາ, ບັນດາຄູ່ຮ່ວມມືເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ສາມາດປັບປຸງການພົວພັນ ແລະມຸ່ງເຖິງຄວາມຈະເລີນຮຸ່ງເຮືອງລວມ. ການຮ່ວມມືຮອບດ້ານນີ້ໄດ້ເອື້ອອຳນວຍໃຫ້ສາມປະເທດແກ້ໄຂສິ່ງທ້າທາຍລວມ, ພ້ອມກັນນັ້ນ ກໍ່ຊຸກຍູ້ຜົນປະໂຫຍດສະເພາະຂອງແຕ່ລະປະເທດຕາມວິທີມີຜົນປະໂຫຍດທີ່ສຸດໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງທັງໝົດ...

ພາຍໃຕ້ມູມມອງຂອງນັກຊ່ຽວຊານ, ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ແມ່ນຕົວຢ່າງກ່ຽວກັບການຮ່ວມມືພາກພື້ນສາມາດຊຸກຍູ້ບັນດາຜົນປະໂຫຍດດ້ານເສດຖະກິດ, ສັງຄົມ ແລະຄວາມໝັ້ນຄົງ. ດ້ວຍວິທີຮັດແຄບໄລຍະຫ່າງພັດທະນາ, ເພີ່ມທະວີການເຊື່ອມຕໍ່, ແກ້ໄຂອາດຊະຍະກໍາຂ້າມຊາດ ແລະປັບປຸງການຮັບມືກັບໄພພິບັດ, ສາມປະເທດກໍາປູເຈຍ, ລາວ ແລະຫວຽດນາມ ສາມາດພິສູດໄດ້ວ່າ, ຍ້ອນຄວາມປາດຖະໜາລວມ ແລະຜົນປະໂຫຍດລວມແມ່ນລູກກະແຈໃຫ້ສັນຕິພາບ ແລະການພັດທະນາແບບຍືນຍົງ. ເມື່ອສາມປະເທດສືບຕໍ່ຮ່ວມມື, ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ບໍ່ພຽງແຕ່ຈະເປັນການປັບປຸງການພົວພັນຂອງບັນດາປະເທດເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າພາກພື້ນອາຊຽນ ທີ່ສະໜິດຕິດພັນ ແລະວັດທະນາຖາວອນກວ່າ.

ນະຄອນໂຮ່ຈິມິນ ລາວ-ໄທ ຄະນະພົວພັນຕ່າງປະເທດ: ເອກອັກຄະລັດຖະທູດວັດທະນະທຳ ເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ. ນະຄອນໂຮ່ຈິມິນ ລາວ-ໄທ ຄະນະພົວພັນຕ່າງປະເທດ: ເອກອັກຄະລັດຖະທູດວັດທະນະທຳ ເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ.

ຍສໝ - ໂດຍ​ແມ່ນ​ອົງການ​ສັງຄົມ​ທີ່​ເຕົ້າ​ໂຮມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ລາວ ​ແລະ ​ໄທ ກັບ​ຄືນ​ປະ​ເທດ ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ, ຄະນະ​ພົວພັນ​ຕ່າງປະ​ເທດ ລາວ - ​ໄທ ຢູ່​ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ປະຕິບັດ​ບົດບາດ​ເປັນ​ຂົວ​ຕໍ່​ເຊື່ອມ​ໂຍງ ​ແລະ ພັດທະນາ. ມິດຕະພາບ​ລະຫວ່າງ​ສາມ​ປະ​ເທດ​ຫວຽດນາມ - ລາວ - ​ໄທ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 3 ...

ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ

ຍສໝ - ໃນໜ້າ 1 ຂອງໜັງສືພິມປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງພິມບົດນໍາດ້ວຍຫົວຂໍ້ “ສາຍພົວພັນ ລາວ-ຫວຽດນາມ ບໍ່ມີມື້ຈືດຈາງ”.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ທັດສະນີຍະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.