ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

08:03 | 24/08/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ສິງຫາ, ​ລາຍການ​ ‘ພົບປະແລກປ່ຽນ​ນາຍທະຫານ​ໜຸ່ມ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ ຫວຽດນາມ - ລາວ’ ຄັ້ງ​ທີ 3 ປີ 2024 ​ໄດ້​ເລີ່​ມດຳ​ເນີນ​ຢູ່​ ລາວ. ​ລາຍການ​ດຳ​ເນີນ​ໄປ​ເປັນ​ເວລາ 4 ວັນ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ຂອງ​ ລາວ.

ຟົດຟື້ນບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມ ຫວຽດນາມ - ລາວ
ກຽມພ້ອມໃຫ້ການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບນາຍທະຫານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ

ບັນດາການ​ເຄື່ອນ​ໄຫວ​ວຽກ​ງານ​ການພົວພັນ​ຕ່າງປະ​ເທດ​ຂອງ​ກຳລັງ​ທະຫານຊາຍ​ແດນ 2 ປະ​ເທດ ຫວຽດນາມ - ລາວ ​ໄດ້​ດຳ​ເນີນ​ໃນຈຸດເວລາທີ່ ຫວຽດນາມ ພວມຈັດການ​ສະ​ເຫຼີ​ມສະຫຼອງ 79 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ ສິງຫາ (ວັນທີ 19 ສິງຫາ ປີ 1945 – ວັນທີ 19 ສິງຫາ ປີ 2024) ແລະ ວັນ​ຊາດ​ ສາທາລະນະ​ລັດ​ ສັງຄົມ​ນິຍົມ ຫວຽດນາມ (ວັນທີ 2 ກັນຍາ ປີ 1945 - ວັນທີ 2 ກັນຍາ ປີ 2024); ລາວ ກໍມຸ່ງໄປເຖິງການຈັດຕັ້ງສະເຫຼີມສະຫຼອງ ວັນປະກາດ ເອກະລາດແຫ່ງຊາດ ຄົບຮອບ 79 ປີ (ວັນທີ 12 ຕຸລາ ປີ 1945 - ວັນທີ 12 ຕຸລາ ປີ 2024).

ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ທະຫານຊາຍແດນ ຫວຽດນາມ ເຂົ້າຮ່ວມດ້ວຍທະຫານ 47 ຄົນທີ່ເປັນນາຍ ແລະທະຫານປະຊາຊົນອາຊີບໜຸ່ມທີ່ມາຈາກບັນດາແຂວງ ດ້ຽນບຽນ, ເຊີນລາ, ກວາງນາມ, ກອນຕູມ, ເງ້ອານ, ກວາງບິ່ງ, ກວາງຈີ້.

ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ບັນດາທະຫານຊາຍແດນຍິງ ຫວຽດນາມ ແລະ ລາວ ຈັບມືກັນຢູ່ຕໍ່ໜ້າອະນຸສາວະລີ ແກະສະຫຼັກຮູບທະຫານ 2 ກອງທັບ ຫວຽດນາມ ແລະ ລາວ ຢູ່ຂຸມຄອງດຽວກັນພາຍໃຕ້ທຸງຊາດ 2 ປະເທດ ລາວ - ຫວຽດນາມ ຢູ່ຫໍພິພິທະພັນຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ.

ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ບັນດານາຍທະຫານໜຸ່ມສອງປະເທດໄດ້ປູກຕົ້ນໄມ້ທີ່ລະນຶກຢູ່ກອງຮ້ອຍທະຫານຊາຍແດນ 320, ກອງບັນຊາການແຂວງ ສະຫວັນນະເຂດ, ລາວ.

ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ຜູ້ບັນນຍາຍຂອງຫໍພິພິທະພັນມູນເຊື້ອຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ໄດ້ບັນລະຍາຍກ່ຽວກັບວັດຖຸພັນໃຫ້ ທ່ານພັນໂທ ສັກສິດ ພິຈິດ, ຮອງຫົວໜ້າກົມທະຫານຊາຍແດນ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ) ແລະ ທ່ານພັນເອກພິເສດ ຫງວຽນແທ່ງຫາຍ, ຮອງຫົວໜ້າຮັບຜິດຊອບດ້ານ​ການ​ເມືອງ​ຂອງ​ທະຫານ​​ຊາຍ​ແດນ ​ຫວຽດນາມ.

ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ໜ້າຕາທີ່ມີສະເໜ່ຂອງທະຫານຍິງສອງຄົນຈາກ ລາວ ແລະ ຫວຽດນາມ. ​ລາຍການພົບປະ​ແລກປ່ຽນ​ຍັງ​ມີ​ຫຼາຍ​ເນື້ອ​ໃນ​ຄື: ການຈັດ​ຕັ້ງ​ການ​ໂອ້ລົມສົນທະນາ, ການແຂ່ງຂັນ​ກິລາ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ກົມກອງ,...

ນາຍທະຫານໜຸ່ມກອງທັບລາວ ຢ້ຽມຢາມ ແລະພົບປະແລກປ່ຽນຢູ່ວິທະຍາຄານການແພດ ຫວຽດນາມ ນາຍທະຫານໜຸ່ມກອງທັບລາວ ຢ້ຽມຢາມ ແລະພົບປະແລກປ່ຽນຢູ່ວິທະຍາຄານການແພດ ຫວຽດນາມ

ຍສໝ - ພົນຈັດຕະວາ ຫງວຽນວັນນາມ ຢັ້ງຢືນວ່າ: ການພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມວິທະຍາຄານເສນາຮັກ ແລະຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດເວົ້າລວມ ແລະຂອງຖັນແຖວນາຍທະຫາຍໜຸ່ມກອງທັບສອງປະເທດເວົ້າສະເພາະ ເຊິ່ງຍາມໃດກໍ່ໄດ້ຈົດຈຳ ແລະຝັງເລິກໃນໃຈກ່ຽວກັບຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: “ສອງຊາດ ຫວຽດນາມ - ລາວ ໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ນໍ້າຂອງ ບໍ່ເລິກປຸນປານໄດ້”.

ນາຍທະຫານໜຸ່ມກອງທັບປະຊາຊົນລາວ ຢ້ຽມຢາມວິທະຍາຄານເຕັກນິກການທະຫານ ຫວຽດນາມ ນາຍທະຫານໜຸ່ມກອງທັບປະຊາຊົນລາວ ຢ້ຽມຢາມວິທະຍາຄານເຕັກນິກການທະຫານ ຫວຽດນາມ

ຍສໝ - ນີ້ແມ່ນການເຄື່ອນໄຫວແນໃສ່ປະກອບສ່ວນສຶກສາຊາວໜຸ່ມສອງປະເທດ ແລະຄວາມຕັດສິນໃຈຂອງນາຍທະຫານໜຸ່ມກອງທັບສອງປະເທດໃນການຮັກສາ ແລະພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ພ້ອມທັງແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການເຄື່ອນໄຫວຂອງນາຍທະຫານໜຸ່ມ ແລະວຽກງານບໍາລຸງສ້າງນາຍທະຫານໜຸ່ມ.

ມິງດຶກ (ແປຕາມ baomoi.com)

ເຫດການ
302 Found

Found

The document has moved here.