ຍສໝ - ແຕ່ວັນທີ 3-5 ກໍລະກົດນີ້ ຢູ່ນະຄອນດ່ານັງ, ມີການຈັດກອງປະຊຸມຝຶກອົບຮົມ ແລະ ບໍາລຸງວິຊາສະເພາະໃຫ້ແກ່ພະນັກງານອົງການກາແດງລາວໂດຍສະມາຄົມກາແດງຫວຽດນາມຈັດຂຶ້ນ. ກອງປະຊຸມແນໃສ່ເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາແຂວງທີ່ມີຊາຍແດນຮ່ວມ, ສົ່ງເສີມບັນດາແຂວງພົບປະແລກປ່ຽນ, ແຮກສ່ຽວ, ລົງນາມໃນສັນຍາຮ່ວມມື, ເພີ່ມທະວີການແລກປ່ຽນບົດຮຽນໃນການເຄື່ອນໄຫວມະນຸດສະທຳ.
ຍສໝ - ສືບຕໍ່ບັນດາການເຄື່ອນໄຫວວຽກງານການຕ່າງປະເທດໃນປີຜ່ານມາ, ໃນບັນດາເດືອນທຳອິດຂອງປີນີ້, ອົງການກຳມະບານ ອຸດສາຫະກຳ ແລະ ການຄ້າ ໄດ້ສືບຕໍ່ຊຸກຍູ້ການຮ່ວມມືສາກົນ.
ຍສໝ - ໃນໄລຍະ 2008-2023, ອິນເດຍ ມີວິສາຫະກິດ 311 ແຫ່ງລົງທຶນເຂົ້າ ລາວ ດ້ວຍຍອດຈຳນວນລົງທຶນ 314 ລ້ານ USD.
ຍສໝ - ທຶນການສຶກສາ 50 ທຶນ ໄດ້ມອບໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ, ນັກຮຽນດຸໝັ່ນ, ຮຽນເກັ່ງຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ.
ຍສໝ - ຜົນຂອງການຢ້ຽມຢາມລາວ ແລະກຳປູເຈຍ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ໃນຄັ້ງນີ້ແມ່ນການສ້າງກຳລັງໜູນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ - ລາວ - ກໍາປູເຈຍ.
ຍສໝ - ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດລາວ ແລ້ວ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 ຄາດຄະເນວ່າ ຈະຮັບຮອງເອົາຖະແຫຼງການຮ່ວມລັດຖະມົນຕີການຕ່າງປະເທດ. ພ້ອມທັງສຸມໃສ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະການສ້າງຍຸດທະສາດຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045...
ຍສໝ - ພາຍຫຼັງທີ່ທ່ານປະທານປະເທດ ໂຕເລິມ ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງ ສປປ ລາວ ແລະລາຊະອານາຈັກກໍາປູເຈຍ ຄັ້ງທໍາອິດໃນຖານະຕໍາແໜ່ງໃໝ່, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍ ກໍ່ຄືໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ. ຕໍ່ໄປນີ້ແມ່ນເນື້ອໃນການສໍາພາດ.
ຍສໝ - ”ຫວຽດນາມ ໜູນຊ່ວຍ ລາວ ໃນການຄົ້ນຄວ້າ, ຜັນຂະຫຍາຍບັນດານະໂຍບາຍພັດທະນາກະສິກຳ, ຊຸກຍູ້ການຮ່ວມມື - ການລົງທຶນໃນຂົງເຂດກະສິກຳນຳໃຊ້ເຕັກໂນໂລຢີສູງ ເພື່ອຜະລິດບັນດາຜະລິດຕະພັນກະເສດສະອາດ ແລະ ການຄຸ້ມຄອງແບບຍືນຍົງ”.
ຍສໝ - ທ່ານປະທານປະເທດ ໄດ້ຢ້ຽມຢາມຖາມຂ່າວປະຊາຊົນດ້ວຍຄວາມອົບອຸ່ນ ແລະຢືນຢັນວ່າ ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງຍາດຕິພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ...
ຍສໝ - ວັນທີ 11 ກໍລະກົດ, ຢູ່ຫໍສະພາແຫ່ງຊາດລາວ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ.
ຍສໝ - ສາຍພົວພັນທີ່ສັດຊື່ບໍລິສຸດ ແລະ ຈົງຮັກພັກດີລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຮັບການສ້າງໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແລະ ໄດ້ຮັບການເສີມສ້າງຢ່າງຂະຫຍັນຂັນເຄື່ອນຈາກການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. 60 ປີທີ່ຜ່ານມານັບແຕ່ສ້າງຕັ້ງການພົວພັນທາງການທູດ, ການພົວພັນແບບພິເສດນີ້ກໍ່ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ.
ຍສໝ - ເມືອງລາດ ແມ່ນເມືອງພູສູງຢູ່ຕິດກັບຊາຍແດນຫ່າງຈາກນະຄອນແທັງຮວ໋າ ໄປທາງທິດຕາເວັນຕົກປະມານ 250 ກິໂລແມັດ. ເມືອງລາດ ມີເສັ້ນຊາຍແດນຕິດກັບເມືອງວຽງໄຊ ແລະເມືອງສົບເບົາ, ແຂວງຫົວພັນ (ປະເທດລາວ) ທີ່ມີລວງຍາວກວ່າ 105 ກິໂລແມັດ, ມີດ່ານຊາຍແດນແຫ່ງຊາດ ແຕ໋ນຕັ່ນ ຕິດກັບດ່ານຊາຍແດນ ສົມຫວັງ (ເມືອງສົບເບົາ).
ຍສໝ - ການເຄື່ອນໄຫວອາສາສະໝັກລະດູຮ້ອນຢູ່ລາວ ແມ່ນການເຄື່ອນໄຫວປະຈຳປີຂອງຄະນະຊາວໜຸ່ມນະຄອນໂຮ່ຈິມິນ ດ້ວຍພາລະກິດເຊື່ອມຕໍ່, ກໍ່ສ້າງ ແລະ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ - ລາວ. ປີ 2024 ກໍ່ແມ່ນປີຄົບຮອບ 20 ປີແຫ່ງການເຄື່ອນໄຫວອາສາສະໝັກລະດູຮ້ອນຂອງຊາວໜຸ່ມນະຄອນໂຮ່ຈິມິນ ຢູ່ ສປປ ລາວ (2004-2024).
ຍສໝ - ປີ 2024 ແມ່ນ 10 ປີແຫ່ງການປະຕິບັດບົດບັນທຶກຊ່ວຍຈຳການລົງນາມໃນບັນດາເນື້ອໃນການຮ່ວມມືພັດທະນາລະຫວ່າງ ເມືອງ ນາມຢາງ (ແຂວງ ກວາງນາມ) ແລະ ເມືອງ ດາກຈຶງ (ແຂວງ ເຊກອງ). ການພົວພັນລະຫວ່າງສອງທ້ອງຖິ່ນຍາມໃດກໍ່ໄດ້ຮັດແໜ້ນດ້ວຍບັນດາການເຄື່ອນໄຫວລະອຽດ ເຊິ່ງໄດ້ປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອຄວາມສາມັກຄີ ຫວຽດນາມ - ລາວ.
ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ແຫ່ງ ສປປ ລາວ, ຕອນເຊົ້າວັນທີ 11 ກໍລະກົດ, ທີ່ຫ້ອງວ່າການນາຍົກລັດຖະມົນຕີ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ຍສໝ - ມະຫາວິທະຍາໄລແພດສາດ ແລະ ການຢາ ຖາຍບິ່ງ ຫາກໍ່ໄດ້ຈັດພິທີມອບໃບປະກາດສໍາເລັດການສຶກສາແພດສາດ ແລະ ການຢາໃຫ້ແກ່ນັກສຶກສາ ສປປ ລາວ, ລາຊະອານາຈັກກຳປູເຈຍ ແລະ ສາທາລະນະລັດ ໂມຊຳບິກ ຈໍານວນ 61 ຄົນ ໃນປີ 2024.
ຍສໝ - ຕອນເຊົ້າວັນທີ 11 ກໍລະກົດ, ພິທີຕ້ອນຮັບຢ່າງເປັນທາງການທ່ານປະທານປະເທດ ໂຕເລີມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ພວມຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ ທີ່ໄດ້ດໍາເນີນຢູ່ສະໜາມຫຼວງຫໍສະພາແຫ່ງຊາດຢູ່ນະຄອນຫຼວງວຽງຈັນ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.
ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ກ່ຽວກັບຄວາມໝາຍ, ຈຸດປະສົງ ແລະເນື້ອໃນຈຸດສຸມໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ.
ຍສໝ - ເນື່ອງໃນໂອກາ ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ລາວ ແລະກຳປູເຈຍ, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດ.
ຍສໝ - ປູກຕົ້ນໄມ້ມິດຕະພາບ; ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ; ການແຂ່ງຂັນຕີດອກປິກໄກ່ ແລະ ບານສົ່ງມິດຕະພາບ... ແມ່ນບັນດາການເຄື່ອນໄຫວທີ່ຟົດຟື້ນໃນໂຄງການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ແລະ ນາຍຕຳຫຼວດໜຸ່ມ ກຳລັງປ້ອງກັນຄວາມສະຫງົບ, ຕຳຫຼວດ ລາວ. ໂຄງການດັ່ງກ່າວໄດ້ດຳເນີນໃນວັນທີ 8 ກໍລະກົດ ຢູ່ດ່ານຊາຍແດນສາກົນ ເບີອີ (ຕາແສງ ເປີອີ, ເມືອງ ງອກໂຮ່ຍ, ແຂວງ ກອນຕູມ, ຫວຽດນາມ).