ທົ່ງແປ ອົບອຸ່ນໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ-ລາວ

06:00 | 04/03/2024

ທົ່ງແປ ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ-ລາວ

ຄວາມໝາຍລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ” ຄວາມໝາຍລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ”
10 ປີ ແຫ່ງການແຮກສ່ຽວ ລະຫວ່າງ ບ້ານເຊີນກິມ 1  ແລະ ບ້ານທົ່ງແປ 10 ປີ ແຫ່ງການແຮກສ່ຽວ ລະຫວ່າງ ບ້ານເຊີນກິມ 1 ແລະ ບ້ານທົ່ງແປ

ການດໍາລົງຊີວີດຂອງປະຊາຊົນບ້ານທົ່ງແປ, ເມືອງຄໍາເກີດ, ແຂວງ ບໍລິຄຳໄຊ (ລາວ) ພວມມີການປ່ຽນແປງຢ່າງຕັ້ງໜ້າຫຼາຍຢ່າງ, ເສັ້ນທາງຄົມມະນາຄົມໃຫຍ່ກວ່າ, ເຮືອນຊານ​ໃຫຍ່ໂຕສວຍງາມຫຼາຍຫຼັງ ໄດ້​ຮັບ​ການ​ປຸກ​ສ້າງ​ໃໝ່... ໃນຄວາມປິຕິຊົມຊື່ນລວມໃນການດຳລົງຊີວິດ ໄດ້ນັບມື້ນັບອີ່ມໜຳສຳລານ, ພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນຍາມໃດ ກໍ່ເຄົາລົບນັບຖື, ຮູ້ບຸນຄຸນທະຫານຊາຍແດນແຂວງ ຮ່າຕິ້ງ (ຫວຽດນາມ) ທີ່ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍພໍ່ແມ່ປະຊາຊົນໃນທຸກດ້ານ.

ທົ່ງແປ ອົບອຸ່ນໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ-ລາວ

ທ່ານໝໍທະຫານ ຫງວຽນແອັງດຶກ ກວດພະຍາດໃຫ້ປະຊາຊົນບ້ານທົ່ງແປ. ພາບ: ຫວຽດ ລາມ.

ພາຍຫຼັງຫຼາຍປີທີ່ໄດ້ກັບຄືນບ້ານທົ່ງແປ, ອາດເຫັນໄດ້ວ່າ ກຸ່ມປະຊາຊົນຊາຍແດນຂອງປະເທດລາວ ໄດ້ມີການປ່ຽນແປງຫຼາຍຢ່າງເມື່ອທຽບໃສ່ກ່ອນໜ້ານີ້. ເຮືອນຊານຂອງປະຊາຊົນສ່ວນຫຼາຍໄດ້ຮັບ​ການ​ກໍ່​ສ້າງແບບຖາວອນ, ຫຼາຍເສັ້ນທາງຄົມມະນາຄົມຫຼາຍ​ສາຍໃນໝູ່ບ້ານ ໄດ້ຮັບ​ການຂະຫຍາຍອອກກວ້າງກວ່າ, ໝູ່ບ້ານສະອາດສວຍງາມກວ່າ, ມີຕົ້ນໄມ້ສີຂຽວຫຼາຍຂຶ້ນ. ໂດຍລໍຖ້າຕ້ອນຮັບພວກຂ້າພະເຈົ້າຢູ່ເສັ້ນທາງ​ໄປ​ຍັງສຸກສາລາແພດທະຫານປະຊາຊົນ ທົ່ງແປ ກໍ່ຍັງແມ່ນທ່ານໝໍທະຫານ ຫງວຽນຫວຽດດຶກ - ຜູ້ທີ່ສະໜິດຕິດພັນ, ເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນໃນບ້ານ​ໄດ້ 10 ປີແລ້ວ. ພ້ອມດ້ວຍພະນັກງານການແພດທະຫານຊາຍແດນ, ທ່ານ ອຸໄດ, ນາຍບ້ານໆທົ່ງແປ ກໍ່ມາ​ຕ້ອນຮັບທຸກຄົນຢູ່​ທີ່ນີ້. ຍ່າງໄປ​ໄດ້​ບຶດ​ດຽວ, ພວກຂ້າພະເຈົ້າໄດ້ເຫັນສຸກ​ສາ​ລາໂດຍແພດທະຫານຂອງທະຫານຊາຍແດນຮ່າຕິ້ງ ຮັບຜິດຊອບ ຕັ້ງຢູ່ໂນນພູ, ຢູ່ໃຈກາງໝູ່ບ້ານ, ການຄົມມະນາຄົມກໍ່​ສະດວກທີ່ສຸດ.

ຕາມການແນະນຳຂອງທ່ານໝໍ ດຶກ: ສຸກສາລາແພດທະຫານປະຊາຊົນ ທົ່ງແປ ມີ ທ່ານໝໍ 1 ຄົນ, ພະຍາບານ 2 ຄົນ, ລວມມີ: ຫ້ອງກວດພະຍາດ ແລະ ແຈກຢາຍຢຸກຢາ, ຫ້ອງເອໂກ, ​ຫ້ອງປິ່ນປົວພະຍາດ, ຫ້ອງສຳລັບພະນັກງານພາລະກອນ 2 ຫ້ອງ, ຫ້ອງຄົວກິນ, ຫ້ອງນ້ຳ 2 ຫ້ອງ. ວັດຖຸອຸປະກອນຂອງສຸກສາລາ ຕອບສະໜອງໄດ້ຄວາມຮຽກຮ້ອງ​ຕ້ອງ​ການດ້ານວິຊາການ​ໂດຍ​ພື້ນ​ຖານ...

​ເມື່ອພວກຂ້າພະເຈົ້າມາ​​ຮອດນີ້ ​ໄດ້​ເຫັນປະຊາຊົນ 3-4 ຄົນ ພວມຢູ່ສຸກສາລາເພື່ອປິ່ນປົວ​ພະ​ຍາດ. ເຂົາເຈົ້າລ້ວນ​ແຕ່ແມ່ນຄົນເຈັບທີ່ທຸກຍາກ​ມາ​ແຕ່​ໝູ່ບ້ານທີ​ຫ່າງໄກ. ທ່ານ ອຸໄດ ເບິ່ງພວກຂ້າພະເຈົ້າ ແລ້ວເວົ້າ​ແບບອະທິບາຍວ່າ: “ເຖິງວ່າມີການປ່ຽນແປງຫຼາຍຢ່າງແລ້ວ​ກໍ່​ຕາມ, ແຕ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ ທົ່ງແປ ແລະ ບັນດາໝູ່ບ້ານອ້ອມຂ້າງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຢູ່. ສູນການ​ແພດເມືອງ, ແຂວງ ຢູ່ໄກໂພດ ເພາະສະນັ້ນເມື່ອເປັນພະຍາດເຂົາເຈົ້າ​ກໍ່ຈະມາສຸກສາລາແພດທະຫານປະຊາຊົນ ທົ່ງແປ ເພື່ອກວດ ແລະ ປິ່ນປົວພະຍາດ. ໃນກໍລະນີຕ້ອງນອນປິ່ນປົວພະຍາດຢູ່​ທີ່ນີ້ໃນຫຼາຍວັນ, ຄອບຄົວຈະຈັດຄົນມາເບິ່ງແຍງດູແລ ແລະ ແຕ່ງກິນຢູ່ຫ້ອງຄົວກິນຂອງສຸກສາລາເລີຍ”.

ທ່ານ ອຸໄດ ເລົ່າເລື່ອງກ່ຽວກັບບ້ານທົ່ງແປ ໃນຫຼາຍປີກ່ອນໜ້ານີ້​ວ່າ: ຄາວນັ້ນ, ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍ, ຄວາມຮູ້​ກໍ່​ຈຳ​ກັດ, ພະຍາດຂົ່ມ​ຂູ່​ເຖິງຊີວິດເປັນ​ປະ​ຈຳ. ບໍ່ພຽງແຕ່ຄື​ແນວນັ້ນ, ໝູ່ບ້ານ ຍັງຖືກພວກ ອາດຊະຍາກຳ ສວຍໃຊ້ເພື່ອ​ຫັນເປັນບ່ອນເຕົ້າໂຮມ, ​ສົ່ງ​ຕໍ່ຢາເສບຕິດຂ້າມຊາດ. ໂດຍຮັບຮູ້ໄດ້ສິ່ງ​ທ້າ​ທາຍຢູ່ບ້ານຊາຍແດນ, ລັດຖະບານສອງປະເທດ ລາວ ແລະ ຫວຽດນາມ ໄດ້ເຫັນດີິເປັນເອກະພາບຕໍ່ແຜນນະໂຍບາຍ ໜູນຊ່ວຍປະຊາຊົນທົ່ງແປ ບືນຕົວຂຶ້ນສ້າງຊີວິດທີ່ໄດ້ກິນອີ່ມນຸ່ງອຸ່ນ.

ບົນພື້ນຖານແຜນນະໂຍບາຍໃຫຍ່ຂອງລັດຖະບານສອງປະເທດ, ເດືອນເມສາ 2007, ທະຫານຊາຍແດນ ຮ່າຕິ້ງ ໄດ້ກໍ່ສ້າງສຸກສາລາແພດທະຫານປະຊາຊົນ ບ້ານທົ່ງແປ, ລົງທຶນປະ​ກອບວັດຖຸອຸປະກອນ, ສົ່ງພະນັກງານການແພດທີ່ເກັ່ງ​ມາປະຕິບັດໜ້າທີ່ເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນທ້ອງຖິ່ນ. ນັບແຕ່ນັ້ນຈົນຮອດປະຈຸບັນ, ສຸກສາລາຂອງທະຫານຊາຍແດນຮ່າຕິ້ງ ໄດ້ກາຍເປັນບ່ອນທີ່ໄວ້ເນື້ອເຊື່ອໃຈເພື່ອໃຫ້ປະຊາຊົນບ້ານທົ່ງແປ ແລະບ້ານອ້ອມຂ້າງ, ຄື: ນາແປ, ນາ ຮາດ, ນາເຮືອງ, ໜອງອໍ້ ມາກວດ ແລະ ປິ່ນປົວພະຍາດ. ບໍ່ພຽງແຕ່ປະຈຳການຢູ່ສຸກສາລາເທົ່ານັ້ນ ບັນດາແພດທະຫານຂອງທະຫານຊາຍແດນຮ່າຕິ້ງ ກໍ່ຍັງໄດ້ລົງທ້ອງຖິ່ນເພື່ອຮັບໃຊ້ປະຊາຊົນນຳອີກ.

ໂດຍປະຕິບັດໜ້າທີ່ຢູ່ທີ່ນີ້ກວ່າ 10 ປີ ແລ້ວ, ທ່ານໝໍ ຫງວຽນຫວຽດດຶກ ໄດ້ໄປ​ຍັງຫຼາຍໝູ່ບ້ານຢູ່ຫ່າງໄກສອກຫຼີກຂອງເມືອງຄຳເກີດ ເພື່ອປິ່ນປົວພະຍາດໃຫ້ປະຊາຊົນ. ນອກຈາກໜ້າທີ່ການ​ແພດ​ແລ້ວ, ເມື່ອທຳການກວດພະຍາດໃຫ້ຄົນເຈັບຢູ່​ໝູ່ບ້ານຕ່າງໆ, ອ້າຍຍັງແນະນຳວິທີການປ້ອງກັນ ແລະຕ້ານພະຍາດ, ຮັກສາສຸຂະພາບ​ໃຫ້ພໍ່ແມ່ປະຊາຊົນອີກດ້ວຍ. ບັນດາພະນັກງານການແພດທະຫານຊາຍແດນທົ່ງແປ ກໍ່ໄດ້ສົມທົບກັບພະນັກງານການແພດທ້ອງຖິ່ນໃນການໂຄສະນາ, ແນະນຳວິທີປ້ອງກັນພະຍາດ, ຮັກສາສະພາບແວດລ້ອມໃຫ້ສະອາດ​ໃຫ້ປະຊາຊົນ; ຂົນຂວາຍການສ້າງຫ້ອງນ້ຳ, ຄອກລ້ຽງສັດທີິ່ຮັບປະກັນລັກສະນະວິທະຍາສາດ.

ຄຽງຂ້າງກັນນັ້ນ, ພວກອ້າຍຍັງຕັ້ງໜ້າເຂົ້າຮ່ວມການຂົນຂວາຍປະຊາຊົນໃນບໍລິເວນ, ສະໜັບສະໜູນບ້ານສ້າງທາງເບຕົງ, ຊ່ວຍເຫຼືອບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຖືກເຄາະຮ້າຍ... ເພາະສະນັ້ນ, ຄວາມສາມັກຄີລະຫວ່າງພະນັກງານ, ພາລະກອນສຸກສາລາການແພດທະຫານປະຊາຊົນບ້ານທົ່ງແປ ກັບອຳນາດການປົກຄອງ, ປະຊາຊົນປະຈຳຖິ່ນຍິ່ງສະໜິດຕິດພັນກັນກວ່າອີກ. ທ່ານ ອຸໄດ ແບ່ງປັນວ່າ “ປະຊາຊົນ ຢູ່ທີ່ນີ້ ມີຄວາມຮູ້ບຸນຄຸນ, ເຄົາລົບນັບຖືພະນັກງານການແພດທະຫານຊາຍແດນຫວຽດນາມຫຼາຍ! ພໍ່ແມ່ປະຊາຊົນ ຖືພວກອ້າຍ​ປຽບ​ເໝືອນຍາດຕີພີ່ນ້ອງ”.

ໃນປີ 2023, ສຸສາລາການແພດທະຫານປະຊາຊົນ ບ້ານທົ່ງແປ ໄດ້ກວດພະຍາດ ແລະ ປິ່ນປົວພະຍາດ​ໃຫ້​ປະ​ຊາ​ຊົນ 3.675 ເທື່ອຄົນ, ໃນນັ້ນ, ໄດ້ດຳເນີນການປະຖົມພະຍາບານຄົນເຈັບ 105 ຄົນ, ເຮັດລະບຽບການສົ່ງໂຮງໝໍຂັ້ນເທິງໃຫ້ຄົນເຈັບ​ໜັກ​ທີ່​ມີຄວາມອັນຕະລາຍເຖິງຊີວິດ 9 ກໍລະນີ.

ສົມເພັດ

ເຫດການ
302 Found

Found

The document has moved here.