ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​

09:40 | 13/06/2024

ຍສໝ - ວັນ​ທີ 12 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ຕ້ອນຮັບ ແລະ ​ເຮັດ​ວຽກ​ກັບ​ຄະນະ​ປະຕິບັດງານ​ແຂວງ ລາວ​ກາຍ ​ໂດຍ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ລາວ​ກາຍ ຈິ້ງຊວນເຈື່ອງ ເປັນຫົວໜ້າຄະນະ. ​ເຂົ້າ​ຮ່ວມພ້ອມກັນກັບຄະນະ ມີການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ລາວ​ກາຍ ແລະ ຜູ້ຕາງໜ້າ​ບັນດາ​ພະ​ແນ​ກ, ຂະແໜງການ​ຂອງ​ແຂວງ.

ຮ່າ​ຕິ້ງ ຍາມ​ໃດ​ກໍ່​ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ

ຊຸກຍູ້ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ດ້ານ​ວັດທະນະທຳສິລະ​ປະ​ລະຫວ່າງ ເທື່ອທຽນເຫ້ວ ກັບ ສ.​ເກົາຫຼີ

ທີ່​ການ​ພົບ​ປະເຮັດວຽກ, ຜູ້ຕາງໜ້າ​ບັນດາ​ພະ​ແນ​ກ, ຂະແໜງການແຂວງ ລາວ​ກາຍ ​ໄດ້​ປຶກສາ​ຫາລື, ແບ່ງປັນ​ກ່ຽວ​ກັບສະພາບການຜັນຂະຫຍາຍການ​ປະຕິບັດ​​ວຽກງານ​ການ​ຕ່າງປະ​ເທດ, ​ການ​ທູດປະຊາຊົນ, ວຽກງານບໍ່ຂຶ້ນກັບລັດຖະບານຕ່າງ​ປະ​ເທດໃນບໍລິເວນແຂວງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ແຂວງ​ໃນ​ການ​ເປີດ​ກວ້າງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ​ປະ​ຊາ​ຊົນ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ, ບັນດາອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ແລະ ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ.

ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ລາວ​ກາຍ ຈິ້ງຊວນເຈື່ອງ, ໄດ້ແຈ້ງກ່ຽວກັບບັນດາກຳລັງບົ່ມຊ້ອນ, ທ່າແຮງຂອງ​ແຂວງ ລາວກາຍ. ພ້ອມ​ກັນ​ນັ້ນ, ກໍ່ສະ​ເໜີ​ບາງ​ເນື້ອ​ໃນ​ການ​ຮ່ວມ​ມື​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ເພື່ອ​​ແນ​ໃສ່ເປົ້າໝາຍຍົກ​ສູງ​ປະສິດທິ​ຜົນ​ຂອງການເຄື່ອນໄຫວການ​ຕ່າງປະ​ເທດ ​ແລະ ການທູດປະຊາຊົນ​ຂອງ​ແຂວງ ລາວ​ກາຍ ​ໃນ​ສະພາບ​ການ​ໃໝ່.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​

ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ຟານແອງເຊີນ ເຮັດ​ວຽກ​ກັບ​ຄະນະປະຕິບັດງານຂອງແຂວງ ລາວ​ກາຍ. (ພາບ: Dinh Hoa)

ກ່າວ​ຄຳປາໄສ​ທີ່​ການພົບປະເຮັດວຽກ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ສະແດງຄວາມຂອບ​ໃຈ​ຕໍ່ຄວາມເອົາໃຈໃສ່ຂອງການ​ນຳ​ແຂວງ ລາວ​ກາຍ ​ເຖິງ​ວຽກງານ​ການ​ຕ່າງປະ​ເທດ, ​ການທູດປະຊາຊົນ ​ແລະ ບົດບາດ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ. ທ່ານ ຟານ​ແອງ​ເຊີນ ​ໄດ້​ຕີ​ລາຄາ​ສູງຄວາມເປັນເຈົ້າການຂອງ​ແຂວງ ​ໃນ​ການ​ສະ​ເໜີ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ເຫັນດີເປັນເອກະພາບໂດຍພື້ນຖານບັນດາຂໍ້ສະເໜີຮ່ວມມືຂອງແຂວງ ລາວກາຍ, ໃນນັ້ນ ເນັ້ນໜັກເຖິງເນື້ອໃນການຮ່ວມມືກ່ຽວກັບການແລກປ່ຽນ, ການສະໜອງຂໍ້ມູນ; ການ​ຝຶກ​ອົບ​ຮົມ, ຍົກສູງ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ; ຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ຕ່າງປະ​ເທດກັບທີ່...

ສະຫລຸບ​ການ​ພົບ​ປະເຮັດວຽກ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ແລະ ຄະນະ​ກຳມະການປະຊາຊົນ​ແຂວງ​ ລາວ​ກາຍ ໄດ້ເຫັນດີເປັນເອກະພາບຈະສືບ​ຕໍ່​ເພີ່ມ​ທະວີ​ການ​ສົ່ງເສີມ, ສ້າງ​ກົນ​ໄກ​ແລກປ່ຽນ​ຂໍ້​ມູນຢ່າງ​ເປັນປະຈຳ​ໃນທຸກ​ຂັ້ນ, ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ; ຍູ້​ແຮງ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ, ສ້າງ​ກຳລັງຜັກດັນການເຕີບ​ໂຕ​ໃໝ່​ໃຫ້​ແກ່ວຽກງານການ​ຕ່າງປະ​ເທດ ​ແລະ ການ​ທູດປະຊາຊົນ​ຂອງ​ແຂວງ, ໜູນ​ຊ່ວຍ​ໃຫ້ພາລະກິດແຫ່ງການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຮັບປະກັນດ້ານປ້ອງ​ກັນຄວາມສະຫງົບຢູ່ທ້ອງ​ຖິ່ນ. ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ກໍ່ສະເໜີໃຫ້ການ​ນຳ​ແຂວງ ລາວ​ກາຍ ​ເອົາ​ໃຈ​ໃສ່​ກວ່າ​ອີກ​ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ, ກົນ​ໄກ, ນະ​ໂຍບາຍ ແລະ ແຫຼ່ງກຳລັງ​ທີ່ເໝາະສົມ ເພື່ອສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ລາວ​ກາຍ ​ເສີມ​ຂະຫຍາຍ​ບົດບາດ, ປະຕິບັດວຽກ​ງານເສນາທິການການ​ນຳ​ແຂວງ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້ເປັນ​ຢ່າງ​ດີ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານດຳເນີນ​ທຸລະ​ກິດ, ການ​ລົງທຶນ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານດຳເນີນ​ທຸລະ​ກິດ, ການ​ລົງທຶນ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລາວ

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ແລະ ເຮດວຽກຢູ່ ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 4 ມິຖຸນາ, ຄະນະ​ຜູ້​ແທນ​ຂັ້ນ​ສູງອົງການ​ກວດກາ​ແຫ່ງລັດ​ ລາວ ໂດຍສະຫາຍ ຄຳ​ພັນ ພົມມະ​ທັດ, ກຳມະການ​ກົມການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ກວດກາ​ສູນ​ກາງ​ພັກປະຊາຊົນປະຕິວັດ​ລາວ, ຫົວໜ້າ​ຄະນະປ້ອງກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນສູນ​ກາງ, ຫົວໜ້າອົງການກວດກາ​ແຫ່ງລັດ​ ລາວ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ທະນາຄານ​ການ​ຄ້າຫຸ້ນ​ສ່ວນກ​ານ​ລົງທຶນ ...

ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ

ຍສໝ - ວັນ​ທີ 4 ມິຖຸນາ, ​ໃນ​ຂອບ​ເຂດ​ການຜັນຂະຫຍາຍບົດ​ບັນທຶກ​ຊ່ວຍ​ຈຳວ່າດ້ວຍການຮ່ວມມື​ລະຫວ່າງ​ກະຊວງ​ແຮງ​ງານ ​ແລະ ສະຫວັດດິການສັງຄົມ​ ລາວ ​ແລະ ອົງການປະກັນສັງຄົມ ຫວຽດນາມ, ຄະນະປະຕິບັດງານຂອງອົງການປະກັນສັງຄົມ ຫວຽດນາມ, ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຈຸ່ແມ້ງຊິງ ເປັນຫົວໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການປະກັນສັງຄົມແຫ່ງຊາດ ລາວ (LSSO).

ມິງດຶກ

ເຫດການ
302 Found

Found

The document has moved here.