ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ:

ລາວ​ ​ໝັ້ນໃຈ​ຮັບດຳລົງບົດບາດເປັນ​ປະ​ທານ​ອາ​ຊຽນ 2024 ກັບການຮ່ວມເດີນທາງຂອງຫວຽດ​ນາມ

15:47 | 07/10/2024

ຍສໝ - ໂດຍ​ຮັບ​ຄຳເຊີນ​ຂອງ​​ທ່ານ ສອນ​ໄຊ ສີ​ພັນ​ດອນ, ນາຍົກລັດຖະມົນຕີ ລາວ, ປະເທດປະທານ ອາ​ຊຽນ 2024 ທ່ານ ຟ້າ​ມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 44 ​ແລະ 45 ​ແລະ ບັນດາກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ​​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແຕ່​ວັນ​ທີ 8 - 10 ຕຸລາ. ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ກ່ຽວກັບຜົນງານສຳຄັນຂອງລາວ ໃນເວລາດຳລົງຕຳແໜ່ງປະທານອາຊຽນ 2024; ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ ​ໃນ​ໄລຍະ​ນີ້ ​ແລະ ບົດບາດ​ຂອງ​ຫວຽດນາມ ​ໃນ​ການ​ຫັນ​ວິ​ໄສ​ທັດ​ພັດທະນາ​ຂອງ ອາ​ຊຽນ ປະກົດຜົນຕົວຈິງ.

ລັດ​ເຊຍ ຍາມ​ໃດ​ກໍ່​ຖື​ ຫວຽດ​ນາມ ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນ​ເພື່ອນມິດ​ທີ່​ສັດ​ຊື່
ທ່ານ ຫງວຽນ​ແທ່ງ​ລຽມ ໄດ້ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຊາວຫວຽດ​ນາມ ຢູ່ Chungcheongnam (ສ.​ເກົາຫຼີ)

- ຂໍຮຽນທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ, ທ່ານນາງສາມາດແບ່ງປັນກ່ຽວກັບການກະກຽມຂອງລາວ ໃນຖານະເປັນປະທານອາຊຽນ 2024 ສໍາລັບກອງປະຊຸມສຸດຍອດອາຊຽນທີ່ຈະມາເຖິງ ແລະຄວາມໝາຍຂອງກອງປະຊຸມຄັ້ງນີ້ຕໍ່ກັບວິວັດທະນາການພັດທະນາຂອງອາຊຽນ?

ນີ້ແມ່ນຄັ້ງທີ 3 ເຊິ່ງລາວ ໄດ້ ຮັບດຳລົງຖານະບົດບາດເປັນປະທານອາຊຽນ ນັບແຕ່ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ດ້ວຍຄັ້ງທຳອິດໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016. ແຕ່ແນວໃດກໍ່ຕາມ, ອາຍຸການປະທານຄັ້ງນີ້ ໄດ້ດໍາເນີນໃນສະພາບພູມສາດການເມືອງ ແລະ ພູມສາດເສດຖະກິດ ໃນພາກພື້ນ ແລະ ສາກົນ ມີ ການປ່ຽນແປງຢ່າງສະຫຼັບສັບຊ້ອນ ແລະ ມີສິ່ງທ້າທາຍຫຼາຍດ້ານ.

ລາວ ພວມມານະພະຍາຍາມຈົນສຸດຄວາມສະມາດ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມ ສຸດຍອດທີ່ກ່ຽວຂ້ອງອື່ນໆ ຫຼາຍກວ່າ 20 ກອງປະຊຸມ, ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືສາກົນ. ຄາດ​ວ່າ​ຈະ​ມີ​ຜູ້​ແທນ 2.000 ກວ່າ​ຄົນ​ເຂົ້າ​ຮ່ວມ ແລະ ມີເອກະສານສໍາຄັນປະມານ 80 ສະບັບຈະໄດ້ຮັບການຮັບຮອງ.

ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍການປະສານງານກັບບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື, ກອງປະຊຸມສຸດຍອດຄັ້ງນີ້ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນປັບປຸງຄວາມສາມັກຄີໃນອາຊຽນ, ສ້າງເງື່ອນໄຂສະດວກເພື່ອແກ້ໄຂບັນຫາສິ່ງທ້າທາຍໃນພາກພື້ນ ແລະ ສາກົນ ເພື່ອເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.

ລາວ​ ​ໝັ້ນໃຈ​ຮັບດຳລົງບົດບາດເປັນ​ປະ​ທານ​ອາ​ຊຽນ 2024 ກັບການຮ່ວມເດີນທາງຂອງຫວຽດ​ນາມ

ກອງປະຊຸມວົງແຄບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ​ໄດ້​ດຳເນີນຢູ່ຫຼວງພະບາງ, ລາວ, ເດືອນ​ມັງ​ກອນ 2024. (ພາບ: VGP)

- ຂໍຮຽນທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ທ່ານນາງຕີລາຄາຄືແນວໃດກ່ຽວກັບຜົນງານອັນພົ້ນເດັ່ນຂອງລາວ ໃນບົດບາດເປັນປະທານອາຊຽນ 2024, ພິເສດແມ່ນໃນການປະຕິບັດບັນດາບູລິມະສິດໃນການເພີ່ມທະວີການເຊື່ອມຕໍ່ ແລະ ຄວາມເຂັ້ມແຂງຂອງອາຊຽນ?

-ອາຍຸການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ໄດ້ດໍາເນີນໄປພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະຄວາມເຂັ້ມແຂງຂອງອາຊຽນ”. ຄໍາຂວັນນີ້ ແມ່ນສອດຄ່ອງກັບນະໂຍບາຍ ແລະ ເປົ້າຫມາຍ ຂອງ ສປປ ລາວ ໃນການຫັນຈາກປະເທດທີ່ບໍ່ມີທະເລໃຫ້ກາຍເປັນສູນກາງ ຂອງ ການເຊື່ອມໂຍງ- ເຊື່ອມຈອດ ຂອງພາກພື້ນ ແລະ ທັງສອດຄ່ອງ ກັບເປົ້າຫມາຍລວມ ຂອງອາຊຽນ ໃນການສ້າງ ອາຊຽນໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ເພື່ອສາມາດ ຮັບມືກັບສິ່ງທ້າທາຍຕ່າງໆ ໄດ້ຢ່າງມີປະສິດທິພາບ ແລະ ທັນການ ໃນທ່າມກາງສະພາບການ ຂອງ ພາກພື້ນ ແລະ ຂອງໂລກທີ່ພວມຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ.

ດ້ວຍຄໍາຂວັນນີ້, ສປປ ລາວ ໄດ້ກໍານົດ 9 ບຸລິມະສິດກະທຳ. ໃນນັ້ນ ປະກອບມີ 4 ບູລິມະສິດກ່ຽວກັບການເພີ່ມທະວີການເຊື່ອມຕໍ່ອາຊຽນ, ລວມມີການເຊື່ອມໂຍງ ແລະ ການເຊື່ອມຕໍ່ເສດຖະກິດ, ກໍ່ສ້າງອະນາຄົດຮອບດ້ານແລະ ຍືນຍົງ, ການຫັນເປັນດີຈີຕອນ, ວັດທະນະທຳ-ສິລະປະ; ຄຽງ​ຄູ່​ກັບ 5 ບຸລິມະສິດ​ດ້ານ​ຄວາມເຂັ້ມແຂງອາຊຽນ ລວມມີການກໍ່ສ້າງ​ຍຸດ​ທະ​ສາດ​ການຈັດຕັ້ງປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2045, ຮັກສາ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມ, ​ແມ່ຍິງ - ​ເດັກ, ແລະ ສາທາລະນະສຸກ.

ໄລຮອດ​ປະຈຸ​ບັນ, ສປປ ລາວ ​ໄດ້​ຈັດ​ຕັ້ງຢ່າງສໍາເລັດຜົນປະມານ 300 ກອງປະຊຸມຈາກ​ຈຳນວນ 500 ກອງປະຊຸມ​ທີ່ຄາດວ່າຈະ​ຈັດ​ຂຶ້ນ​ໃນ​ປີ 2024. ສິ່ງນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນສັນຍາຂອງ​ລາວ ໃນ​ການ​ນຳພາ​ອາ​ຊຽນກ້າວ​ໄປ​ສູ່​ອະນາຄົດ​ທີ່​ໝັ້ນຄົງ ​ແລະ​ ເຂັ້ມແຂງ

ລາວ​ ​ໝັ້ນໃຈ​ຮັບດຳລົງບົດບາດເປັນ​ປະ​ທານ​ອາ​ຊຽນ 2024 ກັບການຮ່ວມເດີນທາງຂອງຫວຽດ​ນາມ

ທ່ານນາງ ຄຳເພົາ ເອີນທະວັນ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະຈຳ ຫວຽດນາມ. (ພາບ: TTXVN)

- ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ຄືແນວ​ໃດ​ແດ່​ ເພື່ອ​ໜູນ​ຊ່ວຍ​ລາວ ​ໃນ​ການປະຕິບັດ​ບົດບາດ​ເປັນ​ປະທານ​ອາ​ຊຽນ 2024 ເປັນຢ່າງດີ, ຂໍຮຽນທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ?

- ການ​ພົວພັນ​ແບບ​ພິ​ເສດລະຫວ່າງ ​ຫວຽດນາມ - ລາວ ຍາມໃດກໍ່ໄດ້​ຮັບ​ການ​ຮັກສາ​ຢ່າງ​ແໜ້ນແຟ້ນ. ຫວຽດນາມ ​ໄດ້​ໜູນ​ຊ່ວຍ​​ພວກ​ຂ້າພະ​ເຈົ້າ​ໃນ​ຫຼາຍ​ດ້ານ​ໃນ​ຂະ​ບວນການຮັບດຳລົງຖານະເປັນປະທານ​ອາ​ຊຽນ 2024, ນັບ​ແຕ່​ການ​ໜູນ​ຊ່ວຍ​ບັນດາ​ເນື້ອ​ໃນໂຄງການດຳເນີນງານ, ສະໜອງ​ວັດຖຸ​ອຸປະກອນ, ຫາການຮັບປະກັນ​ຄວາມ​ໝັ້ນຄົງປ້ອງກັນຊາດໃຫ້ເຫດການ. ເຫດການນີ້ ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ລາວ ປະຕິບັດ​ບົດບາດ​ເປັນ​ປະທານເປັນຢ່າງດີ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ ແລະ ຕິດພັນກັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດອີກດ້ວຍ.

- ຂ້າພະເຈົ້າ ຂໍຕາງຫນ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ ການສະຫນັບສະຫນູນ, ຊ່ວຍເຫຼືອ ອັນລ້ໍາຄ່າ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນການ ເປັນປະທານອາຊຽນ 2024 ຂອງ ລາວ.

- ຂໍຮຽນທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ທ່ານໃຫ້ຂໍ້ສັງເກດຄືແນວໃດກ່ຽວກັບບົດບາດ​ຂອງ​ຫວຽດນາມ ​ໃນ​ການຫັນ​ວິ​ໄສ​ທັດ​ພັດທະນາ​ຂອງ ອາ​ຊຽນ ໃຫ້ປະກົດຜົນເປັນຈິງ, ພິເສດແມ່ນ​ເມື່ອ​ອາ​ຊຽນກະກຽມ​ເຂົ້າ​ສູ່ໄລຍະ​ຫັນ​ວິ​ໄສ​ທັດ​ເປັນຕົວຈິງ ແລະ ມຸ່ງໄປ​ເຖິງ​ວິ​ໄສ​ທັດ 2045?

- ຫວຽດນາມ ເປັນສະມາຊິກອາຊຽນສຳຄັນ ແລະປະກອບສ່ວນຢ່າງໃຫຍ່ຫຼວງໃນການ ​ກຳນົດບັນດານະໂຍບາຍພັດທະນາຂອງປະຊາຄົມອາຊຽນ. ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ໄດ້​ຢັ້ງຢືນ​ຕົນ​ເອງ​ແມ່ນ​ກຳລັງ​ໜູນ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ, ​ເປັນ​ສູນ​ການ​ລົງທຶນ ​ແລະ ​ເປັນ​ປະເທດທຳອິດໃນ​ການ​ກໍ່ສ້າງ​ພື້ນຖານ​ພັດທະນາ​ແບບ​ຍືນ​ຍົງ. ພ້ອມ​ກັນ​ນັ້ນ, ຫວຽດນາມ ກໍ່​ແມ່ນ​ຂົວ​ຕໍ່​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ, ການ​ທູດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.

ຫວຽດນາມ ກໍ່​ມີ​ບົດບາດ​ຕັ້ງໜ້າ​ໃນ​ການ​ກໍ່ສ້າງ ​ແລະ ປະຕິບັດ​ບັນດາ​ຍຸດ​ທະ​ສາດ​ໄລຍະ​ຍາວ, ​ເຊັ່ນ: ວິ​ໄສ​ທັດ​ອາ​ຊຽນ 2045, ດ້ວຍ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ການ​ພົວພັນ​ກັບ​ບັນດາ​ປະ​ເທດມະຫາ​ອຳນາດ. ພິ​ເສດ, ຂໍ້​ລິ​ເລີ່ມ​ການ​ທູດ​ດ້ານ​ວັດ​ທະ​ນະ​ທຳ​ຄື “ການ​ທູດ​ໄມ້​ໄຜ່” ໄດ້​ຊ່ວຍ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ.

ຂ້າພະເຈົ້າເຊື້ອຫມັ້ນວ່າ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ພ້ອມທັງຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ບັນດາເປົ້າ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ ອາ​ຊຽນ ວາງອອກຈະປະສົບຜົນສໍາເລັດເປັນຢ່າງດີ, ນຳ​ເອົາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ມາໃຫ້​ພາກ​ພື້ນ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ.

ບັນດາ​ອົງການ​ປະຊາຊົນ ​ຫວຽດນາມ ກະກຽມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ​ອາ​ຊຽນ 2024

ບັນດາ​ອົງການ​ປະຊາຊົນ ​ຫວຽດນາມ ກະກຽມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ​ອາ​ຊຽນ 2024

ຍສໝ - ​ອາທິດ​ຜ່ານ​ມານີ້, ຢູ່​ຮ່າ​ໂນ້ຍ ໄດ້ດຳເນີນກອງ​ປະຊຸມ​ບັນດາ​ອົງການ​ປະຊາຊົນ​ຫວຽດນາມ ກະກຽມ​ໃຫ້​ແກ່​ເວທີ​ປາ​ໄສ​ປະຊາຊົນ​ ອາ​ຊຽນ (APF) 2024 ຄາດວ່າທີ່​ຈະ​ຈັດຕັ້ງ​ຢູ່ Timor Leste.

ມີງດຶກ

ເຫດການ
302 Found

Found

The document has moved here.