ຍສໝ - ສິ່ງທີ່ໃໝ່ອ່ຽມເມື່ອທຽບກັບຊຸມປີກ່ອນ ນັ້ນແມ່ນປີນີ້ລາຍການໄດ້ຂະຫຍາຍອອກສູ່ 5 ຄູ່ບ້ານຢູ່ເຂດຊາຍແດນຂຶ້ນກັບເມືອງເຊໂປນ, ແຂວງສະຫວັນນະເຂດ ຂອງປະເທດເພື່ອນລາວ, ເພື່ອໃຫ້ປະຊາຊົນຮູ້ສຶກໄດ້ເຖິງບັນຍາກາດບຸນປີໃໝ່ປະຈຳຊາດຫວຽດນາມ.
ຍສໝ - ເພື່ອປະຕິບັດໜ້າທີ່ເບິ່ງແຍງປະຊາຊົນຢູ່ບໍລິເວນຄຸ້ມຄອງ, ໄລຍະຜ່ານມາ, ບັນດາກອງບັນຊາການທະຫານຊາຍແດນ ໄດ້ສົມທົບກັບຜູ້ມີຄວາມເມດຕາ, ອຳນາດການປົກຄອງທ້ອງຖິ່ນຈັດຕັ້ງການກວດພະຍາດ, ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ແລະ ຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນພ້ອມກັບຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນໃນຂອບເຂດທີ່ຕັ້ງທັບ ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ, ຮັດແໜ້ນການພົວພັນດ້ານການທະຫານ - ພົນລະເຮືອນຢູ່ເຂດດັ່ງກ່າວຕື່ມອີກ.
ຍສໝ - ວັນທີ 30 ເມສານີ້, ບັດດາເຈົ້າໜ້າທີ່ຂັ້ນສູງປ້ອງກັນປະເທດ ລາວ ແລະ ກຳປູເຈຍ ໄດ້ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບຕາມຊາຍແດນຂອງສອງປະເທດ, ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບ ແລະ ການພັດທະນາຂອງປະຊາຊົນ.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບກ່ຽວກັບການແກ້ໄຂການສົມທົບກັນປະຕິບັດວຽກງານປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າຢູ່ເຂດຊາຍແດນຂອງສອງຝ່າຍໃນໄລຍະຈະມາເຖິງ ຄື: ສືບຕໍ່ເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າ; ເພີ່ມທະວີການລາດຕະເວນສອງຝ່າຍເພື່ອປົກປັກຮັກສາປ່າໄມ້, ຮ່ວມມືແລກປ່ຽນເຕັກນິກ, ບົດຮຽນກ່ຽວກັບການປົກປັກຮັກສາປ່າໄມ້, ການປ້ອງກັນໄຟໄໝ້ປ່າ...
ຍສໝ - “ເສັ້ນທາງທຸງຊາດ” ທີ່ມີລວງຍາວ 1,8 km ໂດຍໜັງສືພິມແຮງງານ, ຄະນະຊາວໜຸ່ມແຂວງ ແລະທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ເປີດນຳໃຊ້ຢູ່ເຂດຊາຍແດນ ຫວຽດນາມ-ລາວ ໃນລາຍການ “ເດືອນມີນາ ຢູ່ເຂດຊາຍແດນ”.
ຍສໝ - ໃນລາຍການມີຫຼາຍການເຄື່ອນໄຫວວັດທະນະທຳທີ່ຟົດຟື້ນມ່ວນຊື່ນ, ເຕັມໄປດ້ວຍຈຸດຄວາມງາມໃນຮີດຄອງປະເພນີຂອງປະຊາຊົນ ຢູ່ເຂດຊາຍແດນ, ຄື: ຫໍ່ເຂົ້າຕົ້ມ, ກໍ່ກອງໄຟຕັ້ງຄ້າຍ, ແຂ່ງຂັນກັນຕຳເຂົ້າໜົມໄຢ່, ລາຍການສະແດງສິລະປະ...
ຍສໝ - ບົນພື້ນຖານໝາກຜົນທີ່ບັນລຸໄດ້, ກອງບັນຊາການຕໍາຫຼວດຫວຽດນາມ ແລະກອງບັນຊາການປ້ອງກັນຄວາມສະຫງົບບັນດາແຂວງ ສາລະວັນ-ສະຫວັນນະເຂດ-ຈໍາປາສັກ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືໄລຍະ 2023-2024.
ຍສໝ - ໃນຊຸມປີຜ່ານມານີ້, ດ້ວຍຄວາມເອົາໃຈໃສ່ຂອງພັກ ແລະ ລັດ, ເສດຖະກິດ, ວັດທະນະທຳ, ສັງຄົມຢູ່ເຂດຊາຍແດນແຂວງ ແທງຮ໋ວາ ນັບມື້ນັບພັດທະນາ, ແຕ່ໂດຍທົ່ວໄປ, ຊີວິດຂອງທະຫານ ແລະ ປະຊາຊົນເຂດຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ; ບັນດາອິດທິກຳລັງປະຕິການ, ສັດຕູສວຍໃຊ້ບັນດາບັນຫາປະຊາທິປະໄຕ, ສິດທິມະນຸດ, ຊົນເຜົ່າ, ສາສະໜາ ເພື່ອບິດເບືອນແຜນນະໂຍບາຍ, ແນວທາງຂອງ ພັກ, ນະໂຍບາຍ, ກົດໝາຍຂອງ ລັດ. ສະພາບຕົວຈິງທີ່ກ່າວມາຂ້າງເທິງນີ້ໄດ້ສົ່ງຜົນສະທ້ອນໂດຍກົງ ແລະ ໄດ້ສ້າງສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ວຽກງານຖະແຫຼງຂ່າວການຕ່າງປະເທດຂອງທະຫານປ້ອງກັນຊາຍແດນ ແທງຮ໋ວາ.
ຍສໝ - ຢູ່ສະຖານທີ່ຕ່າງໆ ເຊິ່ງຄະນະລົງກວດກາ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ຖອດຖອນບົດຮຽນ ແລະຮຽກຮ້ອງໃຫ້ບັນດາກົມກອງກ່ຽວຂ້ອງ ແກ້ໄຂບັນຫາທີ່ຍັງຄ້າງ ໃນວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທໍາອິດ.
ຍສໝ - ເນື່ອງໃນໂອກາດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ສະຫາຍນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ຕອບສໍາພາດກ່ຽວກັບການພົບປະກໍ່ຄືບັນດາການເຄື່ອນໄຫວດ້ານປ້ອງກັນຊາດລະຫວ່າງສອງປະເທດ.
ຍສໝ - ພາຍຫຼັງລົງກວດກາວຽກງານກະກຽມທຸກດ້ານຢູ່ບັນດາສະຖານທີ່, ກິດຈະກຳຮັບໃຊ້ໃຫ້ການພົບປະແລກປ່ຽນ, ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງລາຍການພົບປະແລກປ່ຽນ, ພົນຈັດຕະວາ ຮວ່າງຮືວຈ໊ຽນ ໄດ້ຊາບຊຶມ, ຮຽກຮ້ອງພາກສ່ວນຮັບໃຊ້ລາຍການພົບປະແລກປ່ຽນຕ້ອງເສີມຂະຫຍາຍຈິດໃຈຮັບຜິດຊອບ, ກວດກາຄືນຢ່າງຮີບດ່ວນ, ປະຕິບັດສໍາເລັດບາງກິດຈະກຳຍ່ອຍທີ່ຄວນເພີ່ມເຕີມເຊິ່ງຄະນະປະຕິບັດງານໄດ້ຍົກອອກ.
ຍສໝ - ຕັ້ງຢູ່ລະຫວ່າງ ດ່ານຊາຍແດນສາກົນນ້ຳແຄນ (ເມືອງ ກີເຊີນ, ແຂວງ ເງ້ອານ, ຫວຽດນາມ) ແລະ ດ່ານຊາຍແດນສາກົນນ້ຳແຄນ (ແຂວງຊຽງຂວາງ, ລາວ), ມີຕະຫຼາດນັດພິເສດທີ່ພົບກັນທຸກວັນອາທິດ. ຕະຫຼາດແຫ່ງນີ້ມີຊື່ວ່າ ນ້ຳແຄນ, ເຊິ່ງແມ່ນຊື່ທີ່ຄຸ້ນເຄີຍແມ່ນຕະຫຼາດດ່ຽນດວານ. ຕະຫຼາດບໍ່ພຽງແຕ່ແມ່ນບ່ອນແລກປ່ຽນການຄ້າ, ການຄ້າເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ລາວ.
ຍສໝ - ທີ່ພິທີມອບ-ຮັບ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບທຶນການສຶກສາ 100 ທຶນໃຫ້ນັກຮຽນ 100 ຄົນ, ໃນນັ້ນມີນັກຮຽນຫວຽດນາມ 50 ຄົນ, ນັກຮຽນລາວ 50 ຄົນ, ມອບງົວພັນ 20 ໂຕໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນຫວຽດນາມ-ລາວ,...
ຍສໝ - ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1.
ຍສໝ - ວັນທີ 5 ທັນວາ, ໂດຍໄດ້ຮັບການມອບສິດຈາກກະຊວງປ້ອງກັນປະເທດ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ນຳໂດຍທ່ານພົນຈັດຕະວາ ຮວ່າງຮື໊ວຈ໊ຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນ ໄດ້ເຂົ້າຮ່ວມພິທີມອບ-ຮັບຄ້າຍທະຫານຊາຍແດນໃຫ້ກອງຮ້ອຍທະຫານຊາຍແດນ 541, ກອງບັນຊາການທະຫານແຂວງ ອັດຕະປື (ລາວ)...
ຍສໝ - ໃນວັນທີ 5 ທັນວານີ້, ກອງບັນຊາການທະຫານບົກຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ ແລະ ຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນບ້ານໜອງພະເມຍ, ເມືອງສະໜາມໄຊ, ແຂວງອັດຕະປື, ລາວ.
ຍສໝ - ຊົ່ວໂມງຮຽນທີ່ມີຄວາມໝາຍຢູ່ເຂດຊາຍແດນຂອງນັກຮຽນສອງປະເທດຫວຽດນາມ - ລາວ ໄດ້ຊ່ວຍໃຫ້ພວກນ້ອງນ້ອຍເຂົ້າໃຈເຖິງຄຸນຄ່າສັກກະລະບູຊາຂອງອະທິປະໄຕ ແລະ ຜືນແຜ່ນດິນ, ຈາກນັ້ນ, ຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງເຂດຊາຍແດນແຫ່ງຊາດ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.
ຍສໝ - ຄະນະຜູ້ແທນກະຊວງປ້ອງກັນປະເທດ 3 ປະເທດ ໄດ້ລົງກວດກາວຽກງານກະກຽມ ແລະກວດຜ່ານບັນດາການເຄື່ອນໄຫວໃນຂອບເຂດລາຍການພົບປະແລກປ່ຽນຢູ່ບາງສະຖານທີ່ຄື: ເຂດຫຼັກໝາຍສາມແຍກຊາຍແດນ; ການຝຶກຊ້ອມຮ່ວມດ້ານການແພດທະຫານຢູ່ເຂດສາມແຍກປ້ອມເກັບຄ່າທຳນຽມ ຢູ່ດ່ານສາກົນເບີ່ອີ; ...
ຍສໝ - ຕອນບ່າຍວັນທີ 21 ພະຈິກ, ຢູ່ ນະຄອນທະເລ ຝູ໋ກວກ, ແຂວງ ກຽນຢາງ, ຄະນະໂຄສະນາສຶກສາສູນກາງ ໄດ້ສົມທົບກັບຄະນະພັກແຂວງ ກຽນຢາງ ແລະ ສະມາຄົມນັກຖ່າຍຮູບ ຫວຽດນາມ ຈັດຕັ້ງງານວາງສະແດງຮູບພາບ “ເອກອ້າງທະນົງໃຈເຂດຊາຍແດນ” ໃນປີ 2023.
ຍສໝ - ທີ່ກອງປະຊຸມ, ບັນດາອົງການ, ກົມກອງໄດ້ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ; ວຽກງານສ້າງແຜນການກຽມພ້ອມສູ້ຮົບ; ຈັດຕັ້ງການປະສານງານ ແລະມອບໝາຍໜ້າທີ່ລະອຽດໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມຮັບໃຊ້ ແລະປ້ອງກັນຢູ່ຕາມສະຖານທີ່ດໍາເນີນການເຄື່ອນໄຫວພົບປະແລກປ່ຽນ; ...