ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ

00:00 | 19/12/2023

ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ

ເຊິນລາ ມອບເຄື່ອງຊ່ວຍຫາຍໃຈ 18 ໜ່ວຍ ແລະວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ 9 ແຂວງຂອງປະເທດລາວ ເຊິນລາ ມອບເຄື່ອງຊ່ວຍຫາຍໃຈ 18 ໜ່ວຍ ແລະວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ 9 ແຂວງຂອງປະເທດລາວ
ແຂວງສາລະວັນ - ກວາງຈິ ສສ ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືຮອບດ້ານ ແຂວງສາລະວັນ - ກວາງຈິ ສສ ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືຮອບດ້ານ

ວັນທີ 18 ທັນວາ, ທີ່ນະຄອນດົງຮ່າ ໄດ້ດໍາເນີນການພົບປະເຈລະຈາຕີລາຄາໝາກຜົນການຮ່ວມມືໄລຍະ 2022-2023 ແລະລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໄລຍະ 2023-2024 ລະຫວ່າງກອງບັນຊາການຕໍາຫຼວດແຂວງກວາງຈິ ແລະກອງບັນຊາການປ້ອງກັນຄວາມສະຫງົບບັນດາແຂວງ: ສາລະວັນ, ສະຫວັນນະເຂດ, ຈໍາປາສັກ (ລາວ).

ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ

ການນໍາກອງບັນຊາການຕໍາຫຼວດແຂວງກວາງຈິ ແລະກອງບັນຊາການປ້ອງກັນຄວາມສະຫງົບ 3 ແຂວງ ສາລະວັນ, ສະຫວັນນະເຂດ, ຈໍາປາສັກ ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໄລຍະ 2023-2024. ພາບ: cand.com.vn

ໃນໄລຍະ 2022-2023, ກອງບັນຊາການຕໍາຫຼວດແຂວງກວາງຈິ ແລະກອງບັນຊາການປ້ອງກັນຄວາມສະຫງົບ 3 ແຂວງ ສາລະວັນ, ສະຫວັນນະເຂດ, ຈໍາປາສັກ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານຮ່ວມມືປະຈໍາປີ ແລະຈັດຕັ້ງການຝຶກອົບຮົມວິຊາສະເພາະ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວກັບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຖອດຖອນບົດຮຽນ ແລະພິຈາລະນາມາດຕະການຍົກສູງປະສິດທິຜົນການປະສານສົມທົບກັນໃນວຽກງານຕໍ່ສູ້, ສະກັດກັ້ນ ແລະຕ້ານອາດຊະຍາກໍາ ເວົ້າລວມ, ເຂດຊາຍແດນ ເວົ້າສະເພາະ.

ສອງຝ່າຍໄດ້ສົມທົບກັນສະກັດກັ້ນ, ຈໍາກັດການເຄື່ອນໄຫວເຜີຍແຜ່ສາສະໜາທີ່ຜິດກົດໝາຍຢູ່ບໍລິເວນຕິດກັບຊາຍແດນ; ເປັນເຈົ້າການສົມທົບກັນຜັນຂະຫຍາຍວຽກງານສືບສວນຄະດີທີ່ສັບສົນກ່ຽວກັບຢາເສບຕິດ, ການເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ການຂີ້ລັກ, ລັກຊັບສິນ, ການຄ້າເຖື່ອນ, ການຂົນສົ່ງສິນຄ້າເກືອດຫ້າມ,... ສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ຄະນະສໍາຫຼວດສອງຝ່າຍຫວຽດນາມ-ລາວ ກ່ຽວກັບເນື້ອໃນຊອກຫາມາດຕະການສ້າງເງື່ອນໄຂສະດວກໃຫ້ການຂົນສົ່ງຖ່ານຫີນຈາກລາວ ເຂົ້າຫວຽດນາມ...

ບົນພື້ນຖານໝາກຜົນທີ່ບັນລຸໄດ້, ກອງບັນຊາການຕໍາຫຼວດຫວຽດນາມ ແລະກອງບັນຊາການປ້ອງກັນຄວາມສະຫງົບບັນດາແຂວງ ສາລະວັນ-ສະຫວັນນະເຂດ-ຈໍາປາສັກ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື ໄລຍະ 2023-2024.

ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ເພີ່ມທະວີການສົມທົບກັນໃນວຽກງານປົກປັກຮັກສາ ແລະຄຸ້ມຄອງຄວາມໝັ້ນຄົງຢູ່ເຂດຊາຍແດນ, ເປັນເຈົ້າການກໍາແໜ້ນສະພາບການ ແລະແຈ້ງໃຫ້ກັນຊາບກ່ຽວກັບກົນອຸບາຍ, ເລ່ກົນ, ວິທີການເຄື່ອນໄຫວຂອງອາດຊະຍາກໍາ.

ໂຄສະນາສຶກສາໃຫ້ພົນລະເມືອງສອງປະເທດ, ພິເສດແມ່ນປະຊາຊົນຢູ່ເຂດຕິດກັບຊາຍແດນເຄົາລົບກົດໝາຍ ແລະຮີດຄອງປະເພນີຂອງແຕ່ລະປະເທດ; ສືບຕໍ່ເປັນເສນາທິການໃຫ້ອໍານາດການປົກຄອງທຸກຂັ້ນກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງແຕ່ລະປະເທດ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນສອງປະເທດພັດທະນາເສດຖະກິດ ແລະຮັບປະກັນສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຕິດກັບຊາຍແດນໃຫ້ເປັນຢ່າງດີ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.