ເສີມຂະຫຍາຍຂໍ້ມູນຂ່າວສານການຕ່າງປະເທດຢູ່ເຂດຊາຍແດນແຂວງ ແທງຮ໋ວາ ຢ່າງມີປະສິດທິຜົນ

15:20 | 18/12/2023

ຍສໝ - ໃນ​ຊຸມ​ປີ​ຜ່ານມານີ້, ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະ ລັດ, ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຢູ່​ເຂດ​ຊາຍ​ແດນ​ແຂວງ ແທງ​ຮ໋ວາ ນັບ​ມື້​ນັບ​ພັດທະນາ, ​ແຕ່​ໂດຍ​ທົ່ວ​ໄປ, ຊີວິດ​ຂອງ​ທະຫານ ​ແລະ ປະຊາຊົນ​ເຂດ​ຊາຍ​ແດນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ; ບັນດາ​ອິດທິກຳລັງປະຕິການ, ສັດຕູສວຍ​ໃຊ້​ບັນດາ​ບັນຫາ​ປະຊາທິປະ​ໄຕ, ສິດທິ​ມະນຸດ, ຊົນ​ເຜົ່າ, ສາສະໜາ ​ເພື່ອ​ບິດ​ເບືອນ​ແຜນນະໂຍບາຍ, ແນວທາງຂອງ ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ ລັດ. ສະພາບ​ຕົວ​ຈິງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ໄດ້​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ ​ແລະ ​ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃຫ້​ແກ່​ວຽກ​ງານ​ຖະ​ແຫຼ​ງຂ່າວການຕ່າງປະເທດ​ຂອງ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ແທງ​ຮ໋ວາ.

ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນ ຫວຽດນາມ-ລາວ ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນ ຫວຽດນາມ-ລາວ
ແຂວງແທງຮ໋ວາ - ເງ້ອານ - ຮ່າຕິງ ເຊື່ອມຕໍ່ ໜຶ່ງຈຸດໝາຍປາຍທາງ, ຫຼາຍປະສົບການ ແຂວງແທງຮ໋ວາ - ເງ້ອານ - ຮ່າຕິງ ເຊື່ອມຕໍ່ ໜຶ່ງຈຸດໝາຍປາຍທາງ, ຫຼາຍປະສົບການ

​ແຂວງ ​ແທງ​ຮ໋ວາ ມີ​ເສັ້ນ​ຊາຍ​ແດນ​ທາງ​ບົກ 213,6 ກິ​ໂລ​ແມັດ, ​ເຂດ​ຊາຍ​ແດນ​ລວມມີ 5 ​ເມືອງດ້ວຍ 16 ຕາ​ແສງ, ເທດສະບານ, ໃນ​ເຂດ​ຊາຍ​ແດນ​ມີ 6 ຊົນ​ເຜົ່າ​ຄື: ​ໄທ, ເມື່ອງ, ມົ້ງ, ຢ້າວ, ເກີມູ, ກິງ. ນີ້​ແມ່ນ​ເຂດ​ທີ່​ມີ​ທີ່​ຕັ້ງ​ສຳຄັນ​ພິ​ເສດ​ໃນ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງກັນຄວາມສະງົບ ​ແລະ ການ​ຕ່າງປະ​ເທດ.

​ໃນ​ໄລຍະ​ຜ່ານ​ມາ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ແທງ​ຮ໋ວາ ​ໄດ້​ປະຕິບັດ​ບັນດາວາງແຜນນະໂຍບາຍ, ນະ​ໂຍບາຍ ແລະ ທິດ​ທາງ​ສຳຄັນ​ຂອງ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ການ​ຕ່າງປະ​ເທດ. ຕາມ​ນັ້ນ​ແລ້ວ, ໄດ້​ສຸມ​ໃສ່ນຳພາ ແລະ ຊີ້​ນຳ​ບັນດາ​ປ້ອມປ້ອງ​ກັນ​ຊາຍ​ແດນ ສົມທົບ​ກັບ​ບັນດາ​ຄະນະພັກບັນດາຂັ້ນ, ອຳນາດ​ການ​ປົກຄອງ, ແນວ​ໂຮມ​ປະ​ເທດ​ຊາດ; ຕາມ​ນັ້ນ​ແລ້ວ, ໄດ້​ສຸມ​ໃສ່ນຳພາ ແລະ ຊີ້​ນຳ​ບັນດາ​ສະຖານີ​ປ້ອງ​ກັນ​ຊາຍ​ແດນ ສົມທົບ​ກັບ​ບັນດາ​ຄະນະພັກບັນດາຂັ້ນ, ອຳນາດ​ການ​ປົກຄອງ, ແນວ​ໂຮມ​ປະ​ເທດ​ຊາດ; ບັນດາ​ອົງການ​ການ​ເມືອງ-ສັງຄົມ​ເຄື່ອນ​ໄຫວ​ໂຄສະນາ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢູ່​ເຂດ​ຊາຍ​ແດນ​ໄດ້​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ເຖິງ​ທີ່​ຕັ້ງ, ບົດບາດ, ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ວຽກ​ງານ​ຂ່າວສານການ​ຕ່າງປະ​ເທດ. ຮັກສາ​ການ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ​ປ້ອງ​ກັນ​ຊາຍ​ແດນ ​ແລະ ການ​ທູດ​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ.

ເສີມຂະຫຍາຍຂໍ້ມູນຂ່າວສານການຕ່າງປະເທດຢູ່ເຂດຊາຍແດນແຂວງ ແທງຮ໋ວາ ຢ່າງມີປະສິດທິຜົນ

ພະນັກງານປ້ອມ​ປ້ອງ​ກັນ​ຊາຍ​ແດນ ປູຍີ່ ໂຄສະນາ​ເຜີຍ​ແຜ່​ວຽກ​ງານ​ຂ່າວສານການ​ຕ່າງປະ​ເທດ

ບັນດາປ້ອມປ້ອງ​ກັນ​ຊາຍ​ແດນ​ຢູ່​ເຂດ​ຊາຍ​ແດນ​ຂອງ​ແຂວງ​​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກຳລັງ​ອື່ນໆຢ່າງເປັນ​ປົກກະຕິ, ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ສະພາບ​ການ, ປັບປຸງ​ຄຸນ​ນະພາ​ບການ​ຄາດ​ຄະ​ເນ, ຕັ້ງໜ້າ​ກຳນົດ​ທິດ​ທາງ, ຊີ້​ນຳ​ຂໍ້​ມູນ​ຂ່າວສານ​ທີ່​ຖືກຕ້ອງ, ທັນການ, ຕໍ່ສູ້​ຂໍ້​ມູນ​ຂ່າວບໍ່ມີມູນຄວາມຈີງຢ່າງ​ມີ​ປະສິດທິ​ຜົນ, ຖ້ອຍທຳນອງວິພາກບັນຫາບິດ​ເບືອນຂອງ​ກຳລັງ​ສັດຕູ, ເປັນຕົ້ນ​ແມ່ນ​ບັນດາ​ບັນຫາ​ກ່ຽວ​ກັບ​ຊາຍ​ແດນ, ທະ​ເລ​ຕາ​ເວັນ​ອອກ, ຊົນ​ເຜົ່າ, ສາສະໜາ, ປະຊາທິປະ​ໄຕ, ສິດທິ​ມະນຸດ... ຢ່າງມີປະສິດທິຜົນ.

ໂດຍປະຕິບັດ​ບັນດາ​ເນື້ອ​ໃນ​ຂອງ​ໂຄງການ​ສົມທົບ​ກັນ​ໃນ​ວຽກ​ງານ​ຖະ​ແຫຼ​ງຂ່າວ, ສື່ສານ ​ແລະ ການ​ຕ່າງປະ​ເທດ​ຢູ່​ເຂດ​ຊາຍ​ແດນ​ ໄລຍະ 2022-2023 ລະຫວ່າງ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ແທງ​ຮ໋ວາ ກັບ​ພະແນກ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ແຂວງ, ປີ 2023, 2 ຝ່າຍ​ໄດ້​ສົມທົບ​ກັນ​ດຳ​ເນີນ​ການ​ສຳ​ຫຼວດ ​ແລະ ​ລາຍ​ງານ​ຂໍ້​ສະ​ເໜີການປັບປຸງ​ກຸ່ມ​ຂໍ້​ມູນ​ຂ່າວ​ສານ​ການຕ່າງປະ​ເທດ​ຢູ່​ດ່ານ​ສາກົນ​ ນາແມວ, ສະ​ເໜີ​ກໍ່ສ້າງ​ 2 ກຸ່ມ​ຂໍ້​ມູນ​ຂ່າວສານການ​ຕ່າງປະ​ເທດ​ໃໝ່​ຢູ່​ດ່ານ​ຊາຍ​ແດນ ແຕັ໋ນຕັນ ແລະ ດ່ານ​ຊາຍ​ແດນ​ທ່າ​ກຳ​ປັ່ນ ງີເຊີນ. ບັນດາ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ແທງ​ຮ໋ວາ ​ໄດ້​ເພີ່ມ​ທະວີ​ການການ​ໂຄສະນາ​ກ່ຽວ​ກັບ​ຮູບ​ພາບ, ວັດທະນະທຳ, ປະ​ຊາ​ຊົນ ​ແລະ ປະ​ເທດ​ຊາດ ຫວຽດນາມ, ບັນດາ​ເອກະສານ​ກົດໝາຍ​ກ່ຽວ​ກັບ​ຊາຍ​ແດນ​ຢູ່​ບັນດາດ່ານຊາຍແດນ, ທ່າກຳປັ່ນທະ​ເລ.

ປີ 2023, ກອງບັນຊາການທະຫານຊາຍແດນ ແທງຮ໋ວາ ໄດ້ສັງລວມ ແລະ ເຜີຍແຜ່ 12 ບົດຂ່າວ, ສື່ສິ່ງພິມໂຄສະນາ 9 ສະບັບ ແລະ ໃບປິວ 68.500 ໃບ ແຈກຢາຍໃຫ້ປະຊາຊົນຢູ່ເຂດຊາຍແດນ. ແຕ່ລະເດືອນ, ກອງບັນຊາການທະຫານຊາຍແດນແຂວງ ແທງຮ໋ວາ ສົມທົບກັບວິທະຍຸກະຈາຍສຽງ - ໂທລະພາບແຂວງ ອອກອາກາດປະຈຳເດືອນ ເຊິ່ງມີສອງລາຍການ “ຊາຍແດນທົ່ວປວງຊົນ”; ສົມທົບ​ກັບ​ບັນດາ​ອົງການສື່ມວນຊົນສູນ​ກາງ ​ແລະ ທ້ອງ​ຖິ່ນ ສ້າງ​ບົດ​ສາລະຄະດີ 18 ບົດ, 40 ຂ່າວ, ບົດ, ​ເນື້ອ​ໃນ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ລົງ​ພິມ​ໃນ​ໜັງສືພິມ​ກອງທັບ​ປະຊາຊົນ, ໜັງສືພິມ​ປ້ອງ​ກັນ​ຊາຍ​ແດນ, ໜັງສືພິມ​ ແທງ​ຮ໋ວາ, ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ ​ແທງ​ຮ໋ວາ... ເຊິ່ງໄດ້ສະແດງໃຫ້ເຫັນຢ່າງແທດຈິງ ແລະ ຄົບຖ້ວນກ່ຽວກັບບັນດາການເຄື່ອນໄຫວຂອງກອງບັນຊາການທະຫານຊາຍແດນແຂວງ ໃນການຄຸ້ມຄອງ, ປ້ອງກັນຊາຍແດນ, ຕ້ານອາດຊະຍາກຳ, ໜູນຊ່ວຍປະຊາຊົນໃນການຜະລິດ ແລະ ການເຄື່ອນໄຫວອື່ນໆອີກ.

ຜ່ານນັ້ນ, ​ກໍ່ໄດ້​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ຊາຍ​ແດນ​ກ່ຽວ​ກັບ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ສາສະໜາ, ຊົນ​ເຜົ່າ ​ແລະ ສິດທິ​ມະນຸດ, ນະ​ໂຍບາຍ​ຊົນ​ເຜົ່າ, ລະບຽບ​ການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ທາງ​ບົກ ຫວຽດນາມ - ລາວ.

ນອກຈາກນັ້ນ, ກອງບັນຊາການທະຫານຊາຍແດນ ແທງຮ໋ວາ ຍັງສືບຕໍ່ແນະນຳ ແລະ ຮັກສາການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ 17 ໝູ່ບ້ານໃກ້ກັບຊາຍແດນແຂວງ ແທງຮ໋ວາ - ຫົວພັນ (ລາວ); ຈັດ​ຕັ້ງ​ການ​ໂຄສະນາ​ກ່ຽວ​ກັບ​ການ​ຢ້ຽມຢາມ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ, ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ຂອງ​ການ​ນຳ​ພັກ ​ແລະ ລັດ; ​ບັນດາດຳລັດ, ຂໍ້ຕົກລົງ, ລະບຽບການຊາຍແດນ; ໂຄສະນາ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ.

ວຽກ​ງານ​ຂໍ້​ມູນ​ຂ່າວ​ສານການຕ່າງປະເທດ, ກອງ​ບັນຊາ​ການ​ປ້ອງ​ກັນ​ຊາຍ​ແດນ ​ແທງ​ຮ໋ວາ ກໍ່ໄດ້ຜັນຂະຫຍາຍໂດຍ​ຜ່ານ​ການ​ພົບພະເຈລະຈາ​ຢູ່​ຂັ້ນ​ແຂວງ, ​ຂັ້ນຄ້າຍ, ປ້ອມປ້ອງກັນຊາຍແດນ, ​ໂດຍ​ຜ່ານ​ການ​ພົບ​ປະ ​ແລະ ​ແລກປ່ຽນ​ກັບ​ບັນດາ​ກຳລັງ​ຄຸ້ມ​ຄອງ​ປ້ອງ​ກັນ​ຊາຍ​ແດນ. ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ແທງ​ຮ໋ວາ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ກອງ​ບັນຊາ​ການ​ທະຫານ ​ແລະ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ຫົວພັນ 5 ຄັ້ງ; ບັນດາປ້ອມປ້ອງກັນຊາຍແດນ ໄດ້ມີການເຈລະຈາ, ພົບປະສອງຝ່າຍກັບກຳລັງປ້ອງກັນຊາຍແດນລາວ 29 ຄັ້ງ; ປະສານ​ສົມທົບ​ການ​ລາດຕະ​ເວນສອງ​ຝ່າຍ 47 ຄັ້ງ / 1.248 ເທື່ອຜູ້ເຂົ້າຮ່ວມ; ສົມທົບ​ກັບ​ກຳລັງ​ປ້ອງ​ກັນ​ຊາຍ​ແດນ​ຈັດ​ຕັ້ງ​ການ​ໂຄສະນາ​ກ່ຽວ​ກັບ​ຂໍ້​ຕົກລົງ​ກ່ຽວ​ກັບ​ລະບຽບ​ການ​ຊາຍ​ແດນ, ຕ້ານ ​ແລະ ສະກັດ​ກັ້ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ລະ​ເມີດ​ລະບຽບ​ການ​ຊາຍ​ແດນ, ​ແກ້​ໄຂຢ່າງເຳິງຖອງຕໍ່ກັບ​ບັນດາ​ກໍລະນີ​ທີ່​ກ່ຽວຂ້ອງ​ຂອງ​ສອງຟາກຊາຍແດນ​ໂດຍຮັບປະກັນການປະຕິບັດຕາມກົດໝາຍ ແລະ ລະບຽບການສາກົນ.

ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ທະຫານ​ປ້ອງ​ກັນ​ຊາຍ​ແດນ, ທະຫານ​ປ້ອງ​ກັນ​ຊາຍ​ແດນ ແທງ​ຮ໋ວາ ​ໄດ້​ມອບ​ຂອງຂວັນ ​ແລະ ໜູນ​ຊ່ວຍ​ດ້ານ​ວັດຖຸ​ໃຫ້​ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ແລະ ອຳນາດການປົກຄອງຂອງປະເທດເພື່ອນ ​ເປັນ​ມູນ​ຄ່າ​ກວ່າ 700 ລ້ານ​ດົ່ງ; ມອບເຄື່ອງຊ່ວຍເຫຼືອນັກຮຽນລາວ 11 ຄົນ ຕາມ"ໂຄງການ "ຊ່ວຍໃຫ້ເດັກນ້ອຍໄດ້ໄປໂຮງຮຽນ"...

ທ່ານພັນເອກ ຮວ່າງວັນຮຸ່ງ, ຮັບຜິດຊອບວຽກງານການເມືອງ ປ້ອງກັນຊາຍແດນແຂວງ ແທງຮ໋ວາ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ເພື່ອປະຕິບັດວຽກງານຂໍ້ມູນຂ່າວສານການຕ່າງປະເທດຢູ່ເຂດຊາຍແດນຢ່າງຖືກຕ້ອງ, ກອງບັນຊາການທະຫານຊາຍແດນແຂວງ ຈະສືບຕໍ່ສົມທົບກັບບັນດາພະແນກ, ຄະນະ, ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ, ໂດຍແມ່ນພະແນກ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຊຸກຍູ້​ວຽກ​ງານ​ຂ່າວ​ສານການຕ່າງປະ​ເທດໂດຍ​ກົງ​. ຍົກ​ສູງກຳລັງ​ຄວາມ​ສາມາດໃນການ​ນຳພາ ​ແລະ ກຳລັງ​ຕໍ່ສູ້​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ຮາກ​ຖານ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ພະນັກງານ ​ແລະ ສະມາຊິກ​ພັກ​ໃນ​ວຽກ​ງານ​ຂ່າວສານການ​ຕ່າງປະ​ເທດຢ່າງບໍ່ຢຸດຢັ້ງ.

​ເພີ່ມ​ທະວີ​ການ​ແລກປ່ຽນ​ສະພາບ​ການ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ແທງ​ຮ໋ວາ - ຫົວພັນ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ນະ​ໂຍບາຍ​ຂອງ​ສອງ​ປະ​ເທດ​ພ້ອມ​ທັງ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ. ຜ່ານ​ນັ້ນ, ກໍ່ຊ່ວຍ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ກ່ຽວ​ກັບ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາອະທິປະໄຕຜືນແຜ່ນດິນແດນ, ຄວາມໝັ້ນຄົງເຂດຊາຍແດນ​ແຫ່ງ​ຊາດ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ, ໂຄ​ສະ​ນາ, ແນະ​ນຳ​ພາບພົດ​ຂອງ​ບ້ານ​ເກີດ​ເມືອງ​ນອນ ແລະ ປະ​ຊາ​ຊົນ​ເຖິງ​ເພື່ອນ​ມິດ​ພາຍ​ໃນ ແລະ ສາ​ກົນ.

ເຫດການ
302 Found

Found

The document has moved here.