ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ

01:16 | 07/12/2023

ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ

ຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືລະຫວ່າງສອງຫ້ອງວ່າການປະທານປະເທດຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ ຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືລະຫວ່າງສອງຫ້ອງວ່າການປະທານປະເທດຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ
ໃນ 5 ເດືອນຕົ້ນປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນ ໃນ 5 ເດືອນຕົ້ນປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນ

ວັນທີ 5 ແລະ 6 ທັນວາ, ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນເມືອງຊານໄຊ, ແຂວງອັດຕະປື, ລາວ ແລະເມືອງງອກໂຮ່ຍ, ແຂວງກອນຕູມ, ຫວຽດນາມ.

ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ

ທ່ານພົນຕີ ວັນທອງ ບຸດຕະວົງ ພ້ອມດ້ວຍຜູ້ຕາງໜ້າກົມການແພດທະຫານ, ທະຫານຊາຍແດນ ສອງປະເທດ ຖ່າຍຮູບລວມ. ພາບ: qdnd.vn

ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1.

ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ

ປະຊາຊົນຢູ່ເຂດຊາຍແດນໄດ້ຮັບການກວດພະຍາດໂດຍບໍ່ເສຍຄ່າ. ພາບ: qdnd.vn

ເມື່ອໄປຢ້ຽມຢາມ ແລະກວດກາວຽກງານກວດພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າຢູ່ເມືອງຊານໄຊ, ຕອນເຊົ້າວັນທີ 5 ທັນວາ, ທ່ານພົນຕີ ວັນທອງ ບຸດຕະວົງ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ຕີລາຄາສູງວ່າ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍຈະຊ່ວຍໃຫ້ບັນດາການເຄື່ອນໄຫວກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນໄດ້ດໍາເນີນໄປຢ່າງດີງາມ.

ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ
ປະຊາຊົນຢູ່ເຂດຊາຍແດນໄດ້ຮັບການແຈກຢາຍຢາໂດຍບໍ່ເສຍ. ພາບ: qdnd.vn

ສ່ວນທ່ານພັນເອກພິເສດ ເລວັນດົງ, ຮອງຫົວໜ້າກົມການແພດທະຫານ (ກົມໃຫຍ່ພະລາທິການ) ໃຫ້ຮູ້ວ່າ: ລາຍການກວດ ແລະປິ່ນປົວພະຍາດຮ່ວມກັນລະຫວ່າງກອງທັບສອງປະເທດ ຫວຽດນາມ ແລະ ລາວ ໄດ້ດຳເນີນໄປດ້ວຍຈິດໃຈ “ສາມັກຄີ, ຮ່ວມມື, ມິດຕະພາບ, ຊ່ວຍກັນພັດທະນາ”. ພະນັກງານ, ພາລະກອນເສນາຮັກທີ່ມີລະດັບວິຊາສະເພາະ ແລະມີປະສົບການຫຼາຍຢ່າງ ກວ່າ 70 ຄົນ ຂອງໂຮງໝໍກອງທັບ 87 (ກົມໃຫຍ່ພະລາທິການ) ໄດ້ຜ່ານໄລຍະທາງອັນຍາວໄກ ເພື່ອມາສົມທົບກັບກໍາລັງເສນາຮັກລາວ ກວດ, ປິ່ນປົວ ພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ. ທ່ານພັນເອກພິເສດ ເລວັນດົງ ເຊື່ອໝັ້ນວ່າ: ການສົມທົບກັນຈັດຕັ້ງກວດ, ປິ່ນປົວພະຍາດ, ແຈກຢາຍໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ຈະປະກອບສ່ວນຮັດແໜ້ນ ແລະເພີ່ມພູນຄູນສ້າງຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນສອງປະເທດເວົ້າລວມ ແລະຂະແໜງການແພດທະຫານຂອງສອງສອງປະເທດ ເວົ້າສະເພາະ.

ບູນມີ

ເຫດການ
302 Found

Found

The document has moved here.