ການສົ່ງອອກໝາກກ້ຽງໃຫຍ່ຕາມໂຄຕານັ້ນ ຈະຊ່ວຍໃຫ້ວິສາຫະກິດຫວຽດນາມ ມີໂອກາດໄດ້ເຂົ້າເຖິງຕະຫຼາດອາເມລິກາ ຢ່າງກ້ວາງຂວາງກ່ວາ ແລະ ກໍ່ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຄຸນນະພາບສູງອັນດັບໜຶ່ງໃນປັດຈຸບັນ, ພ້ອມທັງຊ່ວຍໃຫ້ວິສາຫະກິດ ແລະ ຊາວກະສິກອນ ມີກຳລັງສູງກ່ວາ.
ຍສໝ - ພາຍຫຼັງສິ້ນສຸດກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM), ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຮ່ວມການພົບປະບໍ່ເປັນທາງການລະຫວ່າງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກັບລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ.
ຍສໝ - ການຄົ້ນຄວ້າການນຳໃຊ້ເຕັກໂນໂລຊີ AI ໂດຍ ທ່ານ ປອ ເຈື່ອງວັນຕຽນ ໄດ້ເອົາລົງພິມໃນວາລະສານທີ່ມີຊື່ສຽງ 2 ສະບັບ ແລະ ວາລະສານອາເມລິກາ ຫຼາຍສະບັບຢູ່ອາເມລິກາໄດ້ລົງພິມຂ່າວ.
ທີ່ການເຮັດວຽກ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນແມັ້ງກວຽນ ໄດ້ແນະນຳບັນດານະໂຍບາຍໜູນຊ່ວຍ, ບຸລິມະສິດຂອງອຳນາດການປົກຄອງນະຄອນຮ່າໂນ້ຍ, ກໍ່ຄືຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງໜຶ່ງໃນຈຳນວນ 2 ຫົວຈັກດ້ານເສດຖະກິດຂອງ ຫວຽດນາມ.
ຕອນບ່າຍວັນທີ 20 ຕຸລາ, ທ່ານ ໂງມິງເຈົາ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານນາງ Whitney Baird, ຜູ້ຊ່ວຍວຽກລັດຖະມົນຕີ ການຕ່າງປະເທດ ອາເມລິກາ ຮັບຜິດຊອບກົມບັນຫາເສດຖະກິດ ແລະ ດຳເນີນທຸລະກິດ ເຊິ່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ຫວ່າງແລ້ວນີ້, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ພະມະຫາອາຈານ ທິກດຶກຕວັນ, ເຈົ້າອະທິການວັດ ຟາບເວືອງ (ລັດ California, ອາເມລິກາ). ວັດ ຟາບເວືອງ ແມ່ນວັດໜຶ່ງດຽວທີ່ຂຶ້ນກັບສະມາຄົມພຸດທະສາສະໜາ ຫວຽດນາມ ໃນຈຳນວນ 105 ວັດ ຫວຽດນາມ ຢູ່ ອາເມລິກາ.
ຍສໝ - ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາໃນພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຂົງເຂດການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອາຊຽນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຕາມທິດສະດວກ, ເປີດເຜີຍ, ໂປງໃສ, ມີຄວາມສະເໝີພາບ, ໜູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນຕ່າງປະເທດມາລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດຢູ່ ຫວຽດນາມ.
ວິທີການ, ເນື້ອໃນການສິດສອນ ອາດຈະປ່ຽນແປງ, ແຕ່ສິ່ງສຳຄັນແມ່ນຕ້ອງຊ່ວຍໃຫ້ນັກຮຽນກຳນົດທິດຕົນເອງ, ສ້າງພື້ນຖານຢ່າງໝັ້ນແກ່ນດ້ວຍຄຸນຄ່າພື້ນຖານໃນຕະຫຼອດຊີວິດ.
ການໂອ້ລົມສົນທະນາຄັ້ງນີ້ ເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະທີ່ຜ່ານມາ; ກຳນົດທິດທາງຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ທ່ານນາງ ຫງວຽນເຟືອງງາ ໃຫ້ຮູ້ວ່າ: “COV ຄວນໜູນຊ່ວຍວິສາຫະກິດຕ່າງປະເທດເຂົ້າໃຈ ແລະ ປະຕິບັດບັນດາດຳລັດກ່ຽວກັບການຄຸ້ມຄອງການນຳໃຊ້ການອຸປະຖໍາ ຄື: ດຳລັດ 80/2020/ND-CP ພ້ອມທັງແນະນຳບັນດາວິສາຫະກິດປະຕິບັດໜ້າທີ່ຮັບຜິດຊອບສັງຄົມ”.
ທີ່ການສົນທະນາ, ສອງຝ່າຍໄດ້ປຶກສາຫາລືຢ່າງລະອຽດ ກ່ຽວກັບບັນດາເຕັກໂນໂລຢີພະລັງງານສະອາດຄື hydrogen, ຖ່ານເກັບພະລັງງານ, ພະລັງງານນິວເຄຼຍ, ກໍ່ຄືບັນດາແຜນການທີ່ຈຳເປັນເພື່ອຊຸກຍູ້ການຫັນເປັນພະລັງງານ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍປ່ອຍອາຍພິດລົງລະດັບ 0 ໃນປີ 2050.
ຍສໝ - ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ “ໃນຕົວຈິງ ສະພາບປ້ອງກັນຕ້ານການຄ້າມະນຸດຢູ່ພາຍໃນປະເທດ ແລະ ຂ້າມຊາຍແດນ ໄດ້ຮັບການສຳຫລວດກວດຄືນເພື່ອມີມາດຕະການແກ້ໄຂທີ່ສອດຄ່ອງ, ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ ໂຄວິດ-19 ກໍ່ຂຶ້ນ.
ຍສໝ - ທ່ານ ຫງວຽນກວກຫ້ຽວ, ຮອງຫົວໜ້າກົມກວດກາປ່າໄມ້, ກົມໃຫຍ່ປ່າໄມ້, ກະຊວງກະສິກຳ ແລະພັດທະນາຊົນນະບົດ ເນັ້ນໜັກວ່າ: ກອງປະຊຸມໃນມື້ນີ້ແມ່ນພະຍານຫຼັກຖານສໍາຄັນໃຫ້ແກ່ບາດກ້າວຍາວໃນການພົວພັນຮ່ວມມືລະຫວ່າງກົມປ່າໄມ້ອາເມລິກາ ແລະກົມກວດກາປ່າໄມ້ຫວຽດນາມ ເພື່ອຮ່ວມກັນສ້າງຫຼັກສູດກໍ່ສ້າງ, ຝຶກອົບຮົມທີ່ມີມາດຕະຖານໃນຂົງເຂດປະຕິບັດກົດໝາຍໃຫ້ກໍາລັງກວດກາປ່າໄມ້ຫວຽດນາມ.
ຍສໝ - ການເຄື່ອນໄຫວຄົ້ນຫາອັດຖິນາຍທະຫານອາເມລິກາທີ່ຫາຍສາບສູນໃນສົງຄາມຢູ່ ຫວຽດນາມ ແມ່ນການເຄື່ອນໄຫວມະນຸດສະທຳລະຫວ່າງສອງລັດຖະບານ ຫວຽດນາມ ແລະ ອາເມລິກາ. ນີ້ແມ່ນການມອບຮັບອັດຖິ ຄັ້ງທີ 158 ນັບແຕ່ປີ 1973.
ຍສໝ - ນັບແຕ່ປີ 2000, CRS ໄດ້ຮ່ວມມືຜັນຂະຫຍາຍບັນດາການເຄື່ອນໄຫວຢູ່ແຂວງ ກວາງຈີ້ ໃນບັນດາຂົງເຂດຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ເກັບກູ້ລະເບີດ, ໜູນຊ່ວຍຄົນພິການ. ຄູ່ຮ່ວມງານທ້ອງຖິ່ນຂອງ CRS ແມ່ນພະແນກສຶກສາ ແລະ ບຳລຸງສ້າງ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຄະນະຊາວໜຸ່ມແຂວງ ແລະ ຄະນະກຳມະການປະຊາຊົນບັນດາເມືອງທີ່ກ່ຽວຂ້ອງ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ ທີ່ນັບມື້ນັບເພີ່ມທະວີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຫວຽດນາມ ແລະ ເພີ່ມທະວີການລົງທຶນເຂົ້າຕະຫລາດຫວຽດນາມ.
ຕອນເຊົ້າວັນທີ 17 ພຶດສະພາ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ San Francisco, ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ start up ໂດຍສະຖາບັນຄົ້ນຄວ້ານະໂຍບາຍ Asia Society ຈັດຂຶ້ນ.
ຍສໝ - ຕອນບ່າຍວັນທີ 16 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຕະຫຼາດຫຼັກຊັບ ນິວຢອກ (NYSE).
ກອງປະຊຸມສຸດຍອດພິເສດ ອາເມລິກາ-ອາຊຽນ ແມ່ນໂອກາດເພື່ອໃຫ້ ອາເມລິກາ ປັບປຸງການພົວພັນຄູ່ຮ່ວມມືກັບບັນດາປະເທດໃນພາກພື້ນ. ບັນດາຫົວຂໍ້ທີ່ຈະປຶກສາຫາລືໃນກອງປະຊຸມປະກອບມີ: ການແຜ່ລະບາດຂອງ COVID-19, ຄວາມປອດໄພດ້ານສຸຂະພາບຂອງໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ.