ນະ​ຄອນ​ຮ່າ​ໂນ້ຍ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່ ອາ​ເມ​ລິ​ກາ

07:36 | 03/11/2022

ທີ່ການເຮັດວຽກ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນແມັ້ງກວຽນ ໄດ້ແນະນຳບັນດານະໂຍບາຍໜູນຊ່ວຍ, ບຸລິມະສິດຂອງອຳນາດການປົກຄອງນະຄອນຮ່າໂນ້ຍ, ກໍ່ຄືຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງໜຶ່ງໃນຈຳນວນ 2 ຫົວຈັກດ້ານເສດຖະກິດຂອງ ຫວຽດນາມ.

undefined
ຄະນະປະຕິບັດງານຊຸກຍູ້ການລົງທຶນນະຄອນຮ່າໂນ້ຍ ມີການໂອ້ລົມສົນທະນາກັບອົງການວິຊາການ ແລະ ວິສາຫະກິດລັດ San Francisco (ພາບ: hanoimoi.com.vn)

ໃນລະຫວ່າງວັນທີ 27 – 31 ຕຸລາ, ຄະນະປະຕິບັດງານສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວນະຄອນຮ່າໂນ້ຍໂດຍທ່ານຮອງປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ຫງວຽນແມັ້ງກວຽນ ເປັນຫົວໜ້າຄະນະ ໄດ້ມີການປະຕິບັດງານຢູ່ອາເມລິກາ ເພື່ອແນໃສ່ ຍູ້ແຮງການຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາ, ສຳຜັດ ແລະ ເປີດກວ້າງບັນດາຄູ່ຮ່ວມມືສາກົນ. ຄະນະປະຕິບັດງານໄດ້ມີການເຮັດວຽກກັບເຈົ້າຄອງ ນະຄອນ San Francisco, ລັດ California, ເຂົ້າຮ່ວມການໂອ້ລົມສົນທະນາກັບອົງການຈັດຕັ້ງ, ວິສາຫະກິດ ກ່ຽວກັບການດຶງດູດເງິນລົງທຶນ, ສົ່ງເສີມການຄ້າ, ພັດທະນາການທ່ອງທ່ຽວລະຫວ່າງຮ່າໂນ້ຍ ແລະ San Francisco, ຢ້ຽມຢາມ ແລະ ເຮັດວຽກກັບເຈົ້າຄອງນະຄອນ Washington, ພົບປະກັບທ່ານນາງ Alma Candelaria ຮອງລັດຖະມົນຕີຮັບຜິດຊອບການຕ່າງປະເທດ, ທ່ານ Andres Hayes ຜູ້ອຳນວຍການຮັບຜິດຊອບດ້ານການຄ້າສາກົນ , ຜູ້ອຳນວຍການຮັບຜິດຊອບພາກພື້ນ ອາຊີ, ປາຊີຟິກ…

ທີ່ການເຮັດວຽກ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນແມັ້ງກວຽນ ໄດ້ແນະນຳບັນດານະໂຍບາຍໜູນຊ່ວຍ, ບຸລິມະສິດຂອງອຳນາດການປົກຄອງນະຄອນຮ່າໂນ້ຍ, ກໍ່ຄືຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງໜຶ່ງໃນຈຳນວນ 2 ຫົວຈັກດ້ານເສດຖະກິດຂອງ ຫວຽດນາມ, ພ້ອມທັງແກ້ໄຂບັນດາຂໍ້ຕິດຂັດ, ຄວາມມຸ່ງຫວັງຂອງບັນດາກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ທີ່ມີຄວາມຫວັງຢາກເຂົ້າມາລົງທຶນ, ກໍ່ສ້າງລະບົບພົວພັນແລກປ່ຽນການຄ້າ ຢູ່ ຮ່າໂນ້ຍໃນບັນດາຂົງເຂດທີ່ເປັນທ່າແຮງຂອງພື້ນຖານເສດຖະກິດສອງຝ່າຍ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.