ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຕົວຈິງ​ຢູ່ ​ຫວຽດ​ນາມ

09:33 | 26/07/2022

ຍສໝ - ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ “ໃນຕົວຈິງ ສະພາບປ້ອງກັນຕ້ານການຄ້າມະນຸດຢູ່ພາຍໃນປະເທດ ແລະ ຂ້າມຊາຍແດນ ໄດ້ຮັບການສຳຫລວດກວດຄືນເພື່ອມີມາດຕະການແກ້ໄຂທີ່ສອດຄ່ອງ, ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ ໂຄວິດ-19 ກໍ່ຂຶ້ນ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ
ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ໃນວັນທີ 21 ກໍລະກົດ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງ ປະເທດຫວຽດນາມ ເນັ້ນຫນັກວ່າ: ເພື່ອຜັນຂະຫຍາຍໂຄງການປ້ອງກັນ ຕ້ານການຄ້າມະນຸດ ໄລຍະແຕ່ປີ 2021 – 2025 ແລະ ກຳນົດທິດຮອດປີ 2030, ໄລຍະຜ່ານມາ ຫວຽດນາມ ໄດ້ ແລະ ພວມຍູ້ແຮງການປະຕິບັດ ບັນດາຫນ້າທີ່, ມາດຕະການປ້ອງກັນຕ້ານການຄ້າມະນຸດ ດ້ວຍການເຂົ້າຮ່ວມ, ການສຸມໃສ່ຢູ່ໃນລະດັບສູງສຸດຂອງທຸກກະຊວງ, ຂະແຫນງການ ທ້ອງຖິ່ນ.

ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຕົວຈິງ​ຢູ່ ​ຫວຽດ​ນາມ
ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: vov.vn

ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ “ໃນຕົວຈິງ ສະພາບປ້ອງກັນຕ້ານການຄ້າມະນຸດຢູ່ພາຍໃນປະເທດ ແລະ ຂ້າມຊາຍແດນ ໄດ້ຮັບການສຳຫລວດກວດຄືນເພື່ອມີມາດຕະການແກ້ໄຂທີ່ສອດຄ່ອງ, ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ ໂຄວິດ-19 ກໍ່ຂຶ້ນ. ບົນພື້ນຖານດັ່ງກ່າວ, ໄລຍະຈະມາເຖິງ ພວກຂ້າພະເຈົ້າ ປາດຖະຫນາຢາກໃຫ້ຝ່າຍອາເມລິກາ ຮ່ວມມືຢ່າງແຫນ້ນແຟ້ນກວ່າອີກ ເພື່ອມີການຕີລາຄາຢ່າງຄົບຖ້ວນກ່ຽວກັບສະພາບການ ແລະ ຄວາມມານະ ພະຍາຍາມໃນການປ້ອງກັນຕ້ານການຄ້າມະນຸດຂອງ ຫວຽດນາມ. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະແລກປ່ຽນກັບບັນດາປະເທດ, ໃນນັ້ນ ມີ ອາເມລິກາ ກ່ຽວກັບບັນດາເນື້ອໃນຮ່ວມມືລະອຽດ ເພື່ອພ້ອມກັນຜັນຂະຫຍາຍວຽກງານປ້ອງກັນຕ້ານການຄ້າມະນຸດ ຢ່າງມີປະສິດທິຜົນ”.

ໃນຖະແຫລງການຍົກອອກມາກ່ອນຫນ້ານັ້ນ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ເນັ້ນຫນັກຢ່າງແຮງບົດລາຍງານຂອງ ອາເມລິກາ ໃນນັ້ນ ມີຂໍ້ມູນຂ່າວ “ບໍ່ຖືກກັບຄວາມຈິງ, ສ່ອງແສງບໍ່ຄົບຖ້ວນ ແລະ ຊັດເຈນກ່ຽວກັບສະພາບການກໍ່ຄືຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານການຄ້າມະນຸດຂອງ ຫວຽດນາມ”.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.