ການ​ສົນ​ທະ​ນາ​ຄວາມ​ໝັ້ນ​ຄົງ ດ້ານ​ພະ​ລັງ​ງານ ຫວຽດ​ນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 4

15:12 | 30/07/2022

ທີ່ການສົນທະນາ, ສອງຝ່າຍໄດ້ປຶກສາຫາລືຢ່າງລະອຽດ ກ່ຽວກັບບັນດາເຕັກໂນໂລຢີພະລັງງານສະອາດຄື hydrogen, ຖ່ານເກັບພະລັງງານ, ພະລັງງານນິວເຄຼຍ, ກໍ່ຄືບັນດາແຜນການທີ່ຈຳເປັນເພື່ອຊຸກຍູ້ການຫັນເປັນພະລັງງານ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຕົວຈິງ​ຢູ່ ​ຫວຽດ​ນາມ ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຕົວຈິງ​ຢູ່ ​ຫວຽດ​ນາມ
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ໃນ ປີ 2022 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ ເຊື່ອມ​ຕໍ່​ອາ​ຊຽນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 2 ໃນ ປີ 2022 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ ເຊື່ອມ​ຕໍ່​ອາ​ຊຽນ
ການສົນທະນາ ປະຈຳປີ ຄວາມໝັ້ນຄົງ ດ້ານພະລັງງານ ຫວຽດນາມ - ອາເມລິກາ ຄັ້ງທີ 4 (ພາບ: TTXVN )
ການສົນທະນາ ປະຈຳປີ ຄວາມໝັ້ນຄົງ ດ້ານພະລັງງານ ຫວຽດນາມ - ອາເມລິກາ ຄັ້ງທີ 4 (ພາບ: TTXVN )

ການສົນທະນາ ປະຈຳປີ ຄວາມໝັ້ນຄົງ ດ້ານພະລັງງານ ຫວຽດນາມ - ອາເມລິກາ ຄັ້ງທີ 4 ໄດ້ດຳເນີນແຕ່ວັນທີ 27 – 28 ກໍລະກົດ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ປະເທດ ອາເມລິກາ. ທ່ານ ດັ່ງຮ່ວາງອານ ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການສົນທະນາດັ່ງກ່າວ. ສ່ວນຝ່າຍອາເມລິກາ ແມ່ນທ່ານ Harry Kamian ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ ຮັບຜິດຊອບດ້ານພະລັງງານ ຂອງກະຊວງການຕ່າງປະເທດ ອາເມລິກາ ເປັນຫົວໜ້າຄະນະ.

ທີ່ການສົນທະນາ, ສອງຝ່າຍໄດ້ປຶກສາຫາລືຢ່າງລະອຽດ ກ່ຽວກັບບັນດາເຕັກໂນໂລຢີພະລັງງານສະອາດຄື hydrogen, ຖ່ານເກັບພະລັງງານ, ພະລັງງານນິວເຄຼຍ, ກໍ່ຄືບັນດາແຜນການທີ່ຈຳເປັນເພື່ອຊຸກຍູ້ການຫັນເປັນພະລັງງານ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍປ່ອຍອາຍພິດລົງລະດັບ 0 ໃນປີ 2050. ກຸ່ມບໍລິສັດ AES ຫວັງວ່າ ການຜັນຂະຫຍາຍໂຄງການໄຟຟ້າແຮງລົມຢູ່ກາງທະເລ ຈະປະກອບສ່ວນເຂົ້າໃນແຜນການຫຼຸດຜ່ອນການປ່ອຍກາກບອນຂອງ ຫວຽດນາມ ແລະ ບັນລຸເປົ້າໝາຍທີ່ໄດ້ໃຫ້ຄຳໝັ້ນສັນຍາຢູ່ກອງປະຊຸມ COP 26. ອົງການການຄ້າ ແລະ ພັດທະນາ ອາເມລິກາ ໄດ້ປະກາດຈະໜູນຊ່ວຍດ້ານເຕັກນິກ ໃຫ້ແກ່ບໍລິສັດໃຫຍ່ ສົ່ງໄຟຟ້າແຫ່ງຊາດ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍເຕັກໂນໂລຢີຕາໜ່າງໄຟຟ້າອັດສະລິຍະຕາມຂັ້ນຕອນ ເຕັກໂນໂລຢີຂໍ້ມູນຂ່າວສານ 2.0 ຂອງກຸ່ມບໍລິສັດໄຟຟ້າ ຫວຽດນາມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.