ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

17:18 | 25/11/2022

ຍ​ສ​ໝ - ພາຍຫຼັງ​ສິ້ນ​ສຸດກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ (ADMM), ທ່ານ​ ຟານ​ວັນ​ຢາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ, ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ.

ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ ​ພະ​ນັກ​ງານ​ການ​ນຳ, ຄຸ້ມ​ຄອງ ​ໃຫ້​ແກ່​ພັກ ​ແລະ ລັດ​ລາວ ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ ​ພະ​ນັກ​ງານ​ການ​ນຳ, ຄຸ້ມ​ຄອງ ​ໃຫ້​ແກ່​ພັກ ​ແລະ ລັດ​ລາວ
ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ
ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື
ການພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັ​ນ​ປະ​ເທດ ອາ​ຊຽນ ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ທີ່​ການພົບ​ປະ​ບໍ່​ເປັນ​ທາງ​ການ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັ​ນ​ປະ​ເທດ ອາ​ຊຽນ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ເຂ​ດ​ມະ​ຫາ​ສະ​ໝຸດ​ອິນ​ເດຍ ປາ​ຊີ​ຟິກ ແຫ່ງ​ຄວາມ​ເສ​ລີ ແລະ ເປີດກວ້າງ, ບົນ​ພື້ນ​ຖານ​ເຄົາ​ລົບ​ເອ​ກະ​ລາດ​ອະ​ທິ​ປະ​ໄຕ​ຂອງ​ບັນ​ດາ​ປະ​ເທດ ​ບໍ່ວ່າປະເທດໃຫຍ່ຫຼື​ນ້ອຍ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.

ຫົວ​ໜ້າ​ຄະ​ນະ​ບັນ​ດາ​ປະ​ເທດ​ອາ​ຊຽນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ ອາ​ເມ​ລິ​ກາ​ ເຂົ້າ​ຮ່ວມ​​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໂດຍ​ອາຊຽ​ນ​ນຳ​ພາຢ່າງ​ຕັ້ງ​ໜ້າ, ພິ​ເສ​ດ​ແມ່ນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ​ເປີດກວ້າງ (ADMM+). ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມຢ່າງຕັ້ງ​ໜ້າ​ຂອງ​ອາ​ເມ​ລິ​ກາ​ ໃນ​ການ​ຮ່ວມ​ມືດ້ານ​ປ້ອງ​ກັນ​ຊາດກັບອາ​ຊຽນ​ ໃນ​ໄລ​ຍະ​ຜ່ານ​ມາ, ຫົວ​ໜ້າ​ຄະ​ນະ​ບັນ​ດາ​ປະ​ເທດ ອາ​ຊຽນ ຫວັງ​ວ່າ ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດາ​ກົນ​ໄກ, ຂອບ​ເຂດ​ໂດຍ​ອາຊຽນ​ເປັນ​ເຈົ້າ​ພາບ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສະ​ໜັບ​ສະ​ໜູນ​ຄວາມ​ສາ​ມັກ​ຄີ, ເຫັນ​ດີ​ເປັນ​ເອ​ກະ​ພາ​ບ ​ແລະ ບົດ​ບາດໃຈກາງ​ຂອງ​ອາ​ຊຽນ.

ທີ່​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້​ອງ​ກັນ​ປະ​ເທດ ອິນ​ເດຍ, ທ່ານ Shri Rajnath Singh ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັ​ນ​ປະ​ເທດ ອິນ​ເດຍ ຢັ້ງ​ຢືນ​ວ່າ ອິນ​ເດຍ​ຍາມ​ໃດ​ກໍ່​ເຄົາ​ລົບ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ກົນ​ໄກ​ໂດຍ​ອາ​ຊຽນນຳ​ພາ​ຄື​ ກອ​ງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ (EAS), ເວ​ທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF)… ນະ​ໂຍ​ບາຍ “ການ​ກະ​ທຳ​ມຸ່ງ​ໄປ​ສູ່​ທາງ​ທິດ​ຕາ​ເວັນ​ອອກ” ເປັນ​ຕົ້ນ​ແມ່ນ​ການ​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາຢ່າງ​ແຮງ​ຂອງ​ອິນ​ເດຍ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ອາ​ຊຽນ. ທີ່​ການ​ພົບ​ປະ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ສະ​ເໜີ​ບັນ​ດາ​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ກັບ ອາ​ຊຽນ ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ອາ​ຊຽນ ເຂົ້າ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ແລະ ການ​ຮັບ​ມື​ກັບ​ໄພ​ມົນ​ລະ​ພິດ​ຢູ່​ທະ​ເລ​ຍ້ອນ​ຂີ້​ເຫຍື້ອ​ປ​ຼາດ​ຕິກ.

ຫົວໜ້າ​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ ອາ​ຊຽນ ຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ​ຄວາມ​ຮັບຜິດຊອບ​ຂອງ ອິນ​ເດຍ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໂດຍ​ອາ​ຊຽນນຳພາ​, ພິ​ເສດ​ແມ່ນ​ ADMM+ ​ແລະ ບັນດາກຸ່ມນັກຊ່ຽວຊານ ADMM+, ປະກອບສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເພີ່ມ​ທະວີ​ການ​ປະສານ​ສົມທົບ ​ແລະ ຊ່ວຍ​ເຫຼືອ ອາ​ຊຽນ ​ໃນ​ການ​ສ້າງ​ຄວາມກຳລັງແຮງ​. ຫົວໜ້າ​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ຊົມ​ເຊີຍ ​ແລະ ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່​ມທີ່ ​ອິນ​ເດຍ ສະ​ເໜີ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ Shri Rajnath Singh, ທ່ານ​ລັດຖະມົນຕີ ຟານ​ວັນ​ຢາງ ຕີ​ລາຄາ​ສູງ​ບັນດາ​ຂໍ້​ສະ​ເໜີ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ​ເພື່ອ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ອາ​ຊຽນ - ອິນ​ເດຍ. ​ເລື່ອງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ແລະ ອິນ​ເດຍ ຈັດກອງ​ປະຊຸມ​ບໍ່​ເປັນ​ທາງ​ການຄັ້ງທຳອິດນີ້ ​ແມ່ນ​ໂອກາດ​ດີ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ​ລະຫວ່າງ ອາ​ຊຽນ - ອິນ​ເດຍ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ເລື່ອງ​ອາ​ຊຽນ​ຕົກ​ລົງ​ຈັດ​ຕັ້ງ​ການ​ຊ້ອມ​ຮົບ​ທາງ​ທະ​ເລ​ອາ​ຊຽນ-ອິນ​ເດຍຄັ້ງ​ທຳ​ອິດ​ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ​ອາ​ຊຽນສະໜັບສະໜູນ​ຂໍ້​ສະ​ເໜີ​ຂອງ​ອິນ​ເດຍ.

ພາຍຫຼັງ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ ອາ​ຊຽນ - ອາ​ເມ​ລິ​ກາ, ອາ​ຊຽນ - ອິນ​ເດຍ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟານ​ວັນ​ຢາງ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັ​ນ​ປະ​ເທດ ອິນ​ໂດ​ເນ​ເຊຍ, ອາ​ເມ​ລິ​ກາ, ສ.ເກົາຫຼີ ແລະ ອິນ​ເດຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.