ນະ​ຄອນ ໂຮ່​ຈີ​ມິນ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ລົງ​ທຶນດ​ຳ​ເນີນ​ທຸ​ລະ​ກິດ​ແບບ​ຍາວ​ນານ

08:29 | 22/10/2022

ຕອນບ່າຍວັນທີ 20 ຕຸລາ, ທ່ານ ໂງມິງເຈົາ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານນາງ Whitney Baird, ຜູ້ຊ່ວຍວຽກລັດຖະມົນຕີ ການຕ່າງປະເທດ ອາເມລິກາ ຮັບຜິດຊອບກົມບັນຫາເສດຖະກິດ ແລະ ດຳເນີນທຸລະກິດ ເຊິ່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ.

ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ
ທ່ານ ໂງມິງເຈົາ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານນາງ Whitney Baird, ຜູ້ຊ່ວຍວຽກລັດຖະມົນຕີ ການຕ່າງປະເທດ ອາເມລິກາ (ພາບ: Thanhuytphcm.vn)
ທ່ານ ໂງມິງເຈົາ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານນາງ Whitney Baird, ຜູ້ຊ່ວຍວຽກລັດຖະມົນຕີ ການຕ່າງປະເທດ ອາເມລິກາ (ພາບ: Thanhuytphcm.vn)

ທີ່ການຕ້ອນຮັບ, ທ່ານ ໂງມິນເຈົາ ໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍຈະຮ່ວມເດີນທາງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນ, ມີວິສາຫະກິດ ອາເມລິກາ ມາລົງທຶນ, ດຳເນີນທຸລະກິດຍາວນານຢູ່ນະຄອນ. ພ້ອມທັງຫວັງວ່າ ບັນດາວິສາຫະກິດ ອາເມລິກາ ຈະສືບຕໍ່ມາລົງທຶນຢູ່ນະຄອນ ໂຮ່ຈີມິນ ໃນບັນດາຂົງເຂດ: ກໍ່ສ້າງທ່າກ່ຳປັ່ນນ້ຳເລິກ, ສ້າງພື້ນຖານໂຄງລ່າງຄົມມະນາຄົມທາງບົກ, ຫັນເປັນດີຈີຕອນ, ພະລັງງານສະອາດ… ແລະ ຫວັງວ່າ ໃນໄລຍະຈະມາເຖິງ ຈະມີຫຼາຍໂຄງການລະອຽດ ລະຫວ່າງ ຄູ່ຮ່ວມມື ອາເມລິກາ ແລະ ນະຄອນ ເພື່ອຫັນຂໍ້ຕົກລົງ ແລະ ກຳລັງບົ່ມຊ້ອນການຮ່ວມມືຢ່າງໃຫຍ່ຫຼວງລະຫວ່າງສອງຝ່າຍໃຫ້ປະກົດຜົນເປັນຈິງ.

ສ່ວນທ່ານນາງ Whitney Baird ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ແບ່ງປັນວ່າ ລັດຖະບານ ອາເມລິກາ ຍາມໃດກໍຢາກສ້າງແຫຼ່ງສະໜອງສິນຄ້າລະຫວ່າງປະເທດ ໃຫ້ມີຫຼາຍຮູບແບບເພື່ອຊຸກຍູ້ວັດວິທະນາການສະໜອງສິນຄ້າສາກົນ, ດັ່ງນັ້ນ ຈຶ່ງເອົາໃຈໃສ່ຕໍ່ຂໍ້ສະເໜີຮ່ວມມືກັບນະຄອນໃນຂົງເຂດນີ້.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.