ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ທີ່​ນັບ​ມື້​ນັບ​ ດູດ​ດື່ມແລະ ສຳ​ຄັນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ

08:13 | 30/09/2022

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຕາມທິດສະດວກ, ເປີດເຜີຍ, ໂປງໃສ, ມີຄວາມສະເໝີພາບ, ໜູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນຕ່າງປະເທດມາລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດຢູ່ ຫວຽດນາມ.

ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023 ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023
ການຮ່ວມ​ມື​ການ​ຄ້າ - ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - EU ການຮ່ວມ​ມື​ການ​ຄ້າ - ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - EU
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Charles Kaye ຜູ້ອຳນວຍການໃຫຍ່ ກອງທຶນການລົງທຶນ Warburg Pincus (ອາເມລິກາ) (ພາບ: VGP)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Charles Kaye ຜູ້ອຳນວຍການໃຫຍ່ ກອງທຶນການລົງທຶນ Warburg Pincus (ອາເມລິກາ) (ພາບ: VGP)

ຕອນບ່າຍວັນທີ 28 ກັນຍາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Charles Kaye ຜູ້ອຳນວຍການໃຫຍ່ ກອງທຶນການລົງທຶນ Warburg Pincus (ອາເມລິກາ) ທົ່ວໂລກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີ ກອງທຶນ Warburg Pincus ສືບຕໍ່ສົມທືບກັບບັນດາອົງການຂອງ ຫວຽດນາມ ຢ່າງມີປະສິດທິຜົນ ເພື່ອເພີ່ມທະວີການມາລົງທຶນແບບຍາວນານ, ຍືນຍົງຢູ່ ຫວຽດນາມ ໃຫ້ຫຼາຍກ່ວາອີກ ໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Warburg Pincus ດ້ວຍເຄືອຂ່າຍລູກຄ້າທີ່ກວ້າງໃຫຍ່ໃນທົ່ວໂລກ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອນຳບັນດານັກລົງທຶນ ອາເມລິກາ ເວົ້າສະເພາະ ແລະ ນັກລົງທຶນຕ່າງປະເທດ ເວົ້າລວມ ມາລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຕາມທິດສະດວກ, ເປີດເຜີຍ, ໂປງໃສ, ມີຄວາມສະເໝີພາບ, ໜູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນຕ່າງປະເທດມາລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດຢູ່ ຫວຽດນາມ, ປະກອບສ່ວນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົ້ນເອງຕິດພັນກັບຄວາມຕັ້ງໜ້າ, ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ.

ສ່ວນທ່ານ Charles Kaye ຢັ້ງຢືນວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ນັບມື້ນັບມີຄວາມດຶງດູດ ແລະ ສຳຄັນຂອງບັນດາວິສາຫະກິດ ອາເມລິກາ, ແມ່ນ 1 ໃນ 5 ສະຖານທີ່ລົງທຶນສຳຄັນທີ່ສຸດຂອງ Warburg Pincus, ທ່ານກໍ່ສະແດງຄວາມຫວັງຢາກເພີ່ມທະວີການລົງທຶນ, ຮ່ວມມືກັບຝ່າຍ ຫວຽດນາມ, ເປັນຕົ້ນແມ່ນພັດທະນາພະລັງງານຜະລິດຄືນໃໝ່ ໃນເຂດອຸດສາຫະກຳ, ປຶກສາຫາລືນະໂຍບາຍ, ຍົກອອກບາງຂໍ້ສະເໜີ ທີ່ກ່ຽວຂ້ອງເຖິງບັນດາໂຄງການລົງທຶນຢູ່ ຫວຽດນາມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.