ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ Children of Vietnam ​ໃນ​ການ​ພັດທະນາ​ບັນດາ​ໂຄງການປອດ​ກຳ​ໄລ​ຂອງ ຫວຽດນາມ - ອາ​ເມ​ລິ​ກາ ຍັງ​ໃຫຍ່ຫຼວງຢູ່

07:00 | 24/08/2022

ຍສໝ - ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ໃຫ້​ຮູ້​ວ່າ: “COV ຄວນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເຂົ້າ​ໃຈ ​ແລະ ປະຕິບັດ​ບັນດາ​ດຳລັດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງການນຳ​ໃຊ້​ການອຸປະຖໍາ ​ຄື: ດຳລັດ 80/2020/ND-CP ພ້ອມ​ທັງ​ແນະນຳ​ບັນດາ​ວິ​ສາ​ຫະກິດ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ສັງຄົມ”.

ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກ​ຂອງ EuroCham ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ຂຽວ​ຂອງ ຫວຽດ​ນາມ ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກ​ຂອງ EuroCham ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ຂຽວ​ຂອງ ຫວຽດ​ນາມ
ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຕົວຈິງ​ຢູ່ ​ຫວຽດ​ນາມ ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຕົວຈິງ​ຢູ່ ​ຫວຽດ​ນາມ

ເມື່ອບໍ່ດົນມານີ້, ຢູ່​ຮ່າ​ໂນ້ຍ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ເປັນປະທານ​ຕ້ອນຮັບ​ທ່ານ​ນາງ Giang Wells-Dang, ຜູ້​ອຳ​ນວຍ​ການ​ບໍລິຫານ​ອົງການ​ Children of Vietnam (COV).

ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ Children of Vietnam ​ໃນ​ການ​ພັດທະນາ​ບັນດາ​ໂຄງການປອດ​ກຳ​ໄລ​ຂອງ ຫວຽດນາມ - ອາ​ເມ​ລິ​ກາ ຍັງ​ໃຫຍ່ຫຼວງຢູ່
ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ Children of Vietnam ​ໃນ​ການ​ພັດທະນາ​ບັນດາ​ໂຄງການປອດ​ກຳ​ໄລ​ຂອງ ຫວຽດນາມ - ອາ​ເມ​ລິ​ກາ ຍັງ​ໃຫຍ່ຫຼວງຢູ່. ພາບ: ຍຸງຫງວຽນ

ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ໃຫ້​ຮູ້​ວ່າ: “COV ຄວນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເຂົ້າ​ໃຈ ​ແລະ ປະຕິບັດ​ບັນດາ​ດຳລັດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງການນຳ​ໃຊ້​ການອຸປະຖໍາ ​ຄື: ດຳລັດ 80/2020/ND-CP ພ້ອມ​ທັງ​ແນະນຳ​ບັນດາ​ວິ​ສາ​ຫະກິດ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ສັງຄົມ”.

ທ່ານນາງ​ຜູ້ອຳນວຍການ​ Giang Wells-Dang ​ໄດ້ສະແດງຄວາມ​ຂອບ​ໃຈ​ທ່ານ​ນາງປະທານ​ ແລະ ໃຫ້ຮູ້​ວ່າ: ປີ 2023, COV ຈະ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນສ້າງຕັ້ງ (1998-2023) ດ້ວຍ​ຫຼາຍ​ກິດຈະກຳ​ໃໝ່. ປະຈຸ​ບັນ, ນອກຈາກ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ດ້ານ​ສາທາລະນະ​ສຸກ, ການ​ສຶກສາ ​ແລະ ພັດທະນາ​ຊຸມ​ຊົນ​ຢູ່​ບັນດາ​ແຂວງ​ພາກ​ກາງແລ້ວ, COV ຍັງ​ສຸມ​ໃສ່​ສ້າງ​ການ​ພົວພັນ, ບັນດາ​ລາຍການ, ​ໂຄງການ​ເພື່ອ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ຄວາມ​ຮູ້​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ໃຫ້ຊາວອາເມລິກາ ເຊື້ອຊາດ​ຫວຽດ​ນາມ ທີ່​ເກີດ​ຢູ່ ອາ​ເມ​ລິ​ກາ, ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ປະ​ຊາ​ຄົມ​ຊາວ​ໜຸ່ມ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ເຖິງ​ແມ່ນ​ວ່າ​ບໍ່​ເຄີຍ​ມາ​ຫວຽດ​ນາມ ຈັກເທື່ອ.

ສອງຝ່າຍ​ປາດ​ຖະໜາ​ຢາກ​ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ເປັນ​ປະຈຳ​ຜ່ານ PACCOM ກໍ່ຄື​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ພັດທະນາ​ການ​ຮ່ວມ​ມື​ມິດຕະພາບ, ການ​ທູດ​ປະຊາຊົນ​ຫວຽດນາມ-ອາເມລິກາ ​ເວົ້າ​ລວມ ​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ຢູ່ ຫວຽດນາມ ​ເວົ້າ​ສະ​ເພາະ.

ບູນມີ

302 Found

Found

The document has moved here.