
ກໍາປັ່ນທະຫານເຮືອຝຣັ່ງ ຢ້ຽມຢາມແຂວງແຄ໊ງຮວ່າ
ຕອນເຊົ້າວັນທີ 1 ມີນາ, ກຳປັ່ນລາດຕະເວນ Vendémiaire ຂອງທະຫານເຮືອຝຣັ່ງ ໄດ້ເຂົ້າທຽບທ່າກໍາປັ່ນສາກົນກາມແຣງ, ເລີ່ມຕົ້ນການຢ້ຽມຢາມແຂວງແຄ໊ງຮວ່າ ໃນລະຫວ່າງວັນທີ 1-5 ມີນາ.
ຕອນເຊົ້າວັນທີ 1 ມີນາ, ກຳປັ່ນລາດຕະເວນ Vendémiaire ຂອງທະຫານເຮືອຝຣັ່ງ ໄດ້ເຂົ້າທຽບທ່າກໍາປັ່ນສາກົນກາມແຣງ, ເລີ່ມຕົ້ນການຢ້ຽມຢາມແຂວງແຄ໊ງຮວ່າ ໃນລະຫວ່າງວັນທີ 1-5 ມີນາ.
ຍສໝ - ຕາມຂໍ້ມູນຈາກນັກຂ່າວສຳນັກຂ່າວສານຫວຽດນາມທີ່ຝຣັ່ງ: ຢໍ່ຈືນຂອງຫວຽດນາມໄດ້ກາຍເປັນໜຶ່ງໃນປະເພດອາຫານທີ່ໄດ້ຄວາມນິຍົມຊົມຊອບທີ່ສຸດຂອງຄົນຝຣັ່ງ.
ຍສໝ - ທ່ານ Gérard Gerhard, ອາຍຸ 67 ປີ, ນັກຖ່າຍຮູບຊາວຝະລັ່ງ ໄດ້ບັນທຶກຊ່ວງເວລາອັນລ້ຳຄ່າທີ່ສຸດກ່ຽວກັບຜູ້ຄົນ, ທຳມະຊາດ ແລະ ມໍລະດົກ ຫວຽດນາມ ຜ່ານຮູບຖ່າຍ 20.000 ໃບຕັ້ງແຕ່ປີ 2018. ໃນໄລຍະການເດີນທາງນັ້ນ, ເພິ່ນມີຄວາມປະທັບໃຈຢ່າງແຮງກັບຄວາມງາມຂອງ ໂຮ້ຍອານ, ໂດຍສະເພາະແມ່ນບັນຍາກາດຂອງບຸນປີໃໝ່ປະຈໍາຊາດຫວຽດນາມ.
ຍສໝ - ຕາມສູນການຄ້າສາກົນ (ITC) ແລ້ວ, ໃນ 10 ເດືອນຂອງປີ 2021, ຝະລັ່ງ ໄດ້ນຳເຂົ້າແກ່ນໝາກມ່ວງຫິມະພານ 13.872 ໂຕນ, ມີມູນຄ່າ 109,69 ລ້ານ USD, ເພີ່ມຂຶ້ນ 17,5% ດ້ານປະລິມານ ແລະ ເພີ່ມຂຶ້ນ 11,6% ດ້ານມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ຫ້ອງການການຄ້າຫວຽດນາມ ປະຈຳຝະຣັ່ງ ໃຫ້ຮູ້ວ່າ ໝາກລິ້ນຈີ່ກະປ໋ອງຂອງຫວຽດນາມ 20 ໂຕນ ໄດ້ຈັດຂຶ້ນຢູ່ຊັ້ນວາງເຄື່ອງຂອງລະບົບສັບພະສິນຄ້າຢູ່ຝະລັ່ງ ເປັນຄັ້ງທຳອິດ.
ຍສໝ - ແຕ່ວັນທີ 3 ຫາວັນທີ 5 ພະຈິກນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ມີການຢ້ຽມຢາມສາທາລະນະລັດຝຣັ່ງ ຢ່າງເປັນທາງການ. ເນື່ອງໃນໂອກາດນີ້, ໜັງສືພິມໃຫຍ່ຂອງຝະລັ່ງ ຫຼາຍສະບັບເນັ້ນໜັກວ່າ ຫວຽດນາມ ສາມາດກາຍເປັນຂົວຕໍ່ລະຫວ່າງ ອາຊີ - ເອີລົບ ໃນດ້ານການເມືອງ, ເສດຖະກິດ ແລະ ແງ່ຫວັງອັນໃຫຍ່ຫຼວງຂອງການຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ ຝະລັ່ງ - ຫວຽດນາມ...
ຍສໝ - ຕອນບ່າຍວັນທີ 3 ພະຈິກ, ຢູ່ວັງ Matignon, ທ່ານ ຟ້າມມີງຈິ໊ງ ນາຍົກລັດ ຖະມົນຕີຫວຽດນາມ ໄດ້ມີການເຈລະຈາກັບທ່ານ Jean Castex ນາຍົກລັດຖະມົນຕີຝະຣັ່ງ ແລະເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງ ແລະ ເອກະສານຮ່ວມມືຫຼາຍສະບັບລະຫວ່າງສອງປະເທດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ຕີລາຄາສູງບັນດາການປະກອບສ່ວນອັນສຳຄັນຂອງ ລັດຖະສະພາຂອງສອງປະເທດເຂົ້າໃນການເພີ່ມທະວີການພົວພັນຮ່ວມມືຫຼາຍ ດ້ານລະຫວ່າງຫວຽດນາມ-ຝຣັ່ງ, ໃນນັ້ນມີວິວັດການຊຸກຍູ້ການຮ່ວມມືລະຫວ່າງ ບັນດາທ້ອງຖິ່ນ; ປາດຖະໜາຢາກໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງກອງປະຊຸມການຮ່ວມມືລະຫວ່າງທ້ອງຖິ່ນ ຄັ້ງທີ 12 ຢູ່ຮ່າໂນ້ຍ ໃນປີ 2022 ຢ່າງສໍາເລັດຜົນ...
ຍສໝ - ເມື່ອບໍ່ດົນມານິ້, ທ່ານ ດີງຕວານຖັ້ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຝຣັ່ງ ໄດ້ມີການເຮັດວຽກກັບຄະນະນຳ ຂອງສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ (AAFV) ນຳ ໂດຍປະທານ Gérard Daviot.
ຍສໝ - ຫວ່າງແລ້ວນິ້, ທີ່ສໍານັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳປາຣີ, ທ່ານເອກອັກຄະລັດຖະທູດຫວຽດນາມ ດີງຕ່ວານຖັ້ງ ໄດ້ເປັນປະທານພິທີມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານ Jean-Charles Negre, ອະດີດຜູ້ປະສານງານຄະນະປະຈໍາພັກກອມມູນິດຝຣັ່ງ (PCF).
ຍສໝ - ໂດຍປະກາດໃນ Twitter ວັນທີ 12 ສິງຫາ, ທ່ານປະທານາທິບໍດີປະເທດຝຣັ່ງ Emmanuel Macron ກ່າວວ່າ ປະເທດຝຣັ່ງຈະແບ່ງປັນວັກຊີນ COVID-19 ຈຳນວນ 670.000 ໂດສ ເພື່ອຊ່ວຍຫວຽດນາມ ຕໍ່ສູ້ກັບການລະບາດຂອງພະຍາດ.
ນີ້ແມ່ນຄັ້ງທໍາອິດທີ່ຫວຽດນາມ ຖືກເລືອກໃຫ້ເປັນແຂກຖືກເຊີນກິດຕິມະສັກໜຶ່ງດຽວທີ່ງານບຸນລະດູແລ້ງ 2021 ຂອງເທດສະບານເມືອງ La Plagne Tarentaise ແລະແມ່ນຄັ້ງທີ 2 ທີ່ Festival ຫວຽດນາມ ໄດ້ຈັດຕັ້ງຢູ່ຝຣັ່ງ.
ການແຂ່ງຂັນບານເຕະລະດູຮ້ອນ “NNB - Coupe de Lille 2021” ໄດ້ດໍາເນີນໃນທ້າຍອາທິດຜ່ານມາຢູ່ນະຄອນ Lille, ພາກເໜືອປະເທດຝຣັ່ງ.
ຍສໝ - ໃນມື້ທຳອິດຂອງວັນປີໃຫມ່ປະຈໍາຊາດຫວຽດນາມ, ປະທານາທິບໍດີຝຣັ່ງ Emmanuel Macron ໄດ້ສົ່ງສານອວຍພອນສະເຫຼມສະຫຼອງປີໃຫມ່ ໃນທາງສື່ສັງຄົມອິນເຕີແນດ Twitter ແລະ Facebook.
ຍສໝ - ຫວ່າງມໍ່ໆນີ້, ສະຖານກົງສຸນຝຣັ່ງ ປະຈຳນະຄອນໂຮ່ຈີມິນ ໄດ້ເປີດງານວາງສະແດງພາບຖ່າຍ "ເລືອກປະເທດຝຣັ່ງ 2021 - Choose France 2021" ເພື່ອເຊີດຊູໃຫ້ແກ່ນັກສຶກສາຫວຽດນາມຢູ່ປະເທດນີ້.
ຍສໝ - ເຂົ້າຮ່ວມກອງປະຊຸມມີຜູ້ແທນປະມານ 40 ຄົນທີ່ເປັນສະມາຊິກຂອງຄະນະກຳມະການບໍລິຫານ APF, ຜູ້ຕາງໜ້າຈາກອົງການສາກົນພາສາຝຣັ່ງ ແລະ ບັນດາອົງການຈັດຕັ້ງສາກົນຈຳນວນໜຶ່ງ.
ຍສໝ - ເກືອບ 20 ປີທີ່ຜ່ານມາ, ສະມາຄົມຫວຽດນາມດີໂອຊີນ ແລະ ຫລາຍສະມາຄົມ ຝະລັ່ງ - ຫວຽດນາມ ແລະ ຫວຽດນາມ - ຝລັ່ງຢູ່ຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວມະນຸດສະທຳ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ.
ປະຊາຊົນ 16.500 ກວ່າຄົນ ໃນແຂວງອັດຕະປື ແລະ ເຊກອງ ຈະໄດ້ຮັບການສະໜັບສະໜູນ ຈາກໂຄງການຊ່ວຍເຫລືອຂອງປະເທດຝຣັ່ງ ຈໍານວນ 546.000 ໂດລາສະຫະລັດ ເພື່ອຟື້ນຟູຊີວິດການເປັນຢູ່, ປັບປຸງລາຍໄດ້ຂອງຊຸມຊົນ ແລະ ຊ່ວຍໃຫ້ຊຸມຊົນສາມາດ ຜ່ານລະດູການຂາດ ເຂີນດ້ວຍອາຫານ ທີ່ມີໂພຊະນາການຫລາຍຂຶ້ນ, ເຊິ່ງມີຄວາມຈຳເປັນຢ່າງຍິ່ງ ໃນສະພາບທີ່ເສດຖະກິດສັງຄົມ ໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງ ໂຄວິດ-19.
ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ຢູ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳຝລັ່ງ, ທ່ານຫງວຽນທຽບ - ເອກອັກຄະລັດຖະທູດ ໄດ້ມອບຜ້າບັງປາກ ໃຫ້ສະມາຄົມຊາວຫວຽດນາມ ແລະ ບັນດາອົງການມິດຕະພາບຝະລັ່ງ - ຫວຽດນາມ.
ຍສໝ - ແຕ່ວັນທີ 5 - 6/5, 240 ພົນລະເມືອງຫວຽດນາມ, ສ່ວນໃຫຍ່ແມ່ນເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຜູ້ທີ່ເຈັບເປັນ, ນັກຮຽນທີ່ບໍ່ມີບ່ອນພັກເຊົາຍ້ອນຫໍພັກປິດຈະໄດ້ນຳສົ່ງກັບປະເທດ.