ຝຣັ່ງ ​ເພີ່ມ​ທະວີ​ການ​ຊື້​ແກ່ນໝາກ​ມ່ວງ​ຫິມະພານ​ຂອງ​ຫວຽດນາມ, ຫຼຸດຜ່ອນ​ການ​ນຳ​ເຂົ້າແກ່ນ​ໝາກມ່ວງ​ຫິມະພານ​ຂອງ​ອິນ​ເດຍ

11:30 | 03/01/2022

ຍສໝ - ຕາມ​ສູນ​ການ​ຄ້າ​ສາກົນ (ITC) ​ແລ້ວ, ​ໃນ 10 ​ເດືອນ​ຂອງ​ປີ 2021, ຝະລັ່ງ ​ໄດ້​ນຳ​ເຂົ້າແກ່ນ​ໝາກມ່ວງ​ຫິມະ​ພານ 13.872 ​ໂຕນ, ​ມີມູນ​ຄ່າ 109,69 ລ້ານ USD, ​ເພີ່ມ​ຂຶ້ນ 17,5% ດ້ານ​ປະລິມານ ​ແລະ ເພີ່ມຂຶ້ນ 11,6% ດ້ານ​ມູນ​ຄ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020.

ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ
ນັກ​ຊ່ຽວຊານ​ກຳປູ​ເຈຍ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ນັກ​ຊ່ຽວຊານ​ກຳປູ​ເຈຍ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ

ຫວຽດນາມ ​ແມ່ນ​ແຫຼ່ງສະໜອງແກ່ນໝາກມ່ວງ​ຫິມະພານ​ໃຫຍ່​ກວ່າ​ໝູ່​ຂອງ​ຝະລັ່ງ, ປະລິມານ​ນຳ​ເຂົ້າ​ບັນລຸ 9,63 ພັນ​ໂຕນ, ​ມີ​ມູນ​ຄ່າ​ປະມານ 74 ລ້ານ USD ​ໃນ 10 ​ເດືອນ​ຂອງ​ປີ 2021, ​ເພີ່ມ​ຂຶ້ນ 26,9% ​ໃນດ້ານປະລິມານ ​ແລະ 20,8% ​ດ້ານມູນຄ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020.

ຝຣັ່ງ ​ເພີ່ມ​ທະວີ​ການ​ຊື້​ແກ່ນໝາກ​ມ່ວງ​ຫິມະພານ​ຂອງ​ຫວຽດນາມ, ຫຼຸດຜ່ອນ​ການ​ນຳ​ເຂົ້າແກ່ນ​ໝາກມ່ວງ​ຫິມະພານ​ຂອງ​ອິນ​ເດຍ
ຝຣັ່ງ ​ເພີ່ມ​ທະວີ​ການ​ຊື້​ແກ່ນໝາກ​ມ່ວງ​ຫິມະພານ​ຂອງ​ຫວຽດນາມ, ຫຼຸດຜ່ອນ​ການ​ນຳ​ເຂົ້າແກ່ນ​ໝາກມ່ວງ​ຫິມະພານ​ຂອງ​ອິນ​ເດຍ. ພາບ: nongnghiep.vn

ອັດຕາສ່ວນ​ກວມ​ຕະຫຼາດແກ່ນ​ໝາກມ່ວງ​ຫິມະພານ​ຂອງ​ຫວຽດນາມ ​ໃນຍອດປະລິມານ​​ສິນຄ້າ​ທີ່ຝລັ່ງນຳ​ເຂົ້າ ​ໄດ້​ເພີ່ມ​ຂຶ້ນ​ຈາກ 63,34% ​ໃນ 10 ​ເດືອນ​ຂອງ​ປີ 2020 ຂຶ້ນ​ເປັນ 69,46% ​ໃນ 10 ​ເດືອນ​ຂອງ​ປີ 2021.

ກົງ​ກັນ​ຂ້າມ, ຝຣັ່ງ ​ໄດ້​ຫຼຸດ​ການ​ນຳ​ເຂົ້າ​ແກ່ນໝາກມ່ວງ​ຫິມະ​ພານ​ຈາກ​ອິນ​ເດຍ​ ໃນ 10 ເດືອນ​ຕົ້ນ​ປີ 2021, ຫຼຸດ​ລົງ 24,7% ດ້ານ​ປະ​ລິ​ມານ ແລະ ຫຼຸດ​ລົງ 27,4% ດ້ານ​ມູນ​ຄ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020 ບັນ​ລຸ 1,34 ພັນ​ໂຕນ, ມີ​ມູນ​ຄ່າ 12,16 ລ້ານ USD.

ອັດຕາສ່ວນ​ກວມຕະຫຼາດແກ່ນໝາກມ່ວງຫິມະພານຂອງອິນເດຍ ໃນຍອດປະລິມານສິນຄ້າທີ່ ຝຣັ່ງ ນໍາເຂົ້າ ຫຼຸດລົງຈາກ 15,04% ໃນ 10 ເດືອນຂອງປີ 2020 ລົງ 9.64% ໃນ 10 ເດືອນຂອງປີ 2021.

ບູນມີ

ເຫດການ
302 Found

Found

The document has moved here.