ເປີດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດັບ​ສູງ ​ຫວຽດ​ນາມ - ຝ​ຣັ່ງ ໂກ​ໂຟນີ

13:15 | 28/03/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 24 ມີນາ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ອົງການ​ຝະຣັ່ງ​ໂກ​ໂຟນີ​ສາກົນ (OIF) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ເວທີ​ປາ​ໄສ​ເສດຖະກິດ​ລະດັບ​ສູງ​ຝລັ່ງ.

ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD
ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ເປີດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດັບ​ສູງ ​ຫວຽດ​ນາມ - ຝ​ຣັ່ງ ໂກ​ໂຟນີ
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ ​ໄດ້​ສົມທົບ​ກັບ​ບັນດາ​ປະ​ເທດ​ພວມ​ພັດທະນາ, ​ໃນ​ນັ້ນ​ມີ​ຫລາຍ​ປະ​ເທດນຳ​ໃຊ້​ພາ​ສາ​ຝລັ່ງ ​ແລະ ຄູ່​ຮ່ວມ​ມື​ພັດທະນາ ​ເພື່ອ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃຕ້ - ໃຕ້ ​ແລະ ການ​ຮ່ວມ​ມື 3 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດດ້ານ​ກະສິກຳ, ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື ​ແລະ ການ​ລົງທຶນ​ໃນ​ຂົງ​ເຂດ​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ. ຫວຽດ​ນາມ ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ຂຽວ ແລະ ເສດ​ຖະ​ກິດ​ໝູນວຽນ.

ການ​ຫັນ​ເປັນ​ດິ​ຈິ​ຕອນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ​ໃນ​ປັດ​ຈຸ​ບັນ. ຫວຽດນາມ ມີ​ໂຄງການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ຮອດ​ປີ 2025 ແລະ ກຳນົດທິດ​ຮອດ​ປີ 2030 ດ້ວຍ 3 ​ເສົາ​ຄ້ຳ​ເສດຖະກິດ​ດີ​ຈີ​ຕອນ, ສັງຄົມ​ດີ​ຈີ​ຕອນ, ລັດຖະບານ​ດີ​ຈີ​ຕອນ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ ​ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ​ໂກ​ໂຟ​ນີ ຈະພ້ອມ​ກັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍາດ​ແຍ່ງ​ແຕ່​ລະ​ໂອ​ກາດ​ລະ​ໂອ​ກາດ ເພື່ອ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື, ຄູ່​ຮ່ວມ​ມືທີ່​ຍາ​ວນານ, ຍືນ​ຍົງ, ພ້ອມ​ກັນ​ພັດ​ທະ​ນາ, ໃນ​ບັນ​ດາ​ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ແລກ​ປ່ຽນ​ຢູ່​ເວ​ທີ​ປາ​ໄສ, ກໍ່​ຄື​ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ບັນ​ດາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ.

ໃນ​ໂອ​ກາດ​ນີ້, ຜູ້​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ແລະ ກະ​ຊວງ​ກະ​ສິ​ກຳ ແລະ ສະ​ບຽງ​ອາ​ຫານ Gabon ໄດ້​ແລກ​ປ່ຽນ​ຈົດ​ໝາຍ​ສະ​ແດງ​ເຈດ​ຈຳ​ນົງ, ບົດ​ບັກ​ທຶກ​ຊ່ວຍ​ຈຳການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ກໍ່​ໄດ້​ແລກ​ປ່ຽນ​ຈົດ​ໝາຍ​ເຈດ​ຈຳ​ນົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ຜູ້​ຕາ​ງ​ໜ້າ​ສະ​ຫະ​ພັນ​ຜູ້​ປູກ​ຊາ​ຂອງ Rwanda.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.