ຈຸດພົ້ນເດັ່ນຂອງ Festival ຫວຽດນາມ ຄັ້ງທີ 2 ຢູ່ຝຣັ່ງ

13:09 | 20/07/2021

ນີ້ແມ່ນຄັ້ງທໍາອິດທີ່ຫວຽດນາມ ຖືກເລືອກໃຫ້ເປັນແຂກຖືກເຊີນກິດຕິມະສັກໜຶ່ງດຽວທີ່ງານບຸນລະດູແລ້ງ 2021 ຂອງເທດສະບານເມືອງ La Plagne Tarentaise ແລະແມ່ນຄັ້ງທີ 2 ທີ່ Festival ຫວຽດນາມ ໄດ້ຈັດຕັ້ງຢູ່ຝຣັ່ງ.

ການແຂ່ງຂັນບານເຕະລະດູຮ້ອນຂອງນັກສຶກສາຫວຽດນາມ ຢູ່ຝຣັ່ງ ການແຂ່ງຂັນບານເຕະລະດູຮ້ອນຂອງນັກສຶກສາຫວຽດນາມ ຢູ່ຝຣັ່ງ
ມີ ກ່ວາ 900 ຄົນອາສາສະໝັກສັກວັກຊິນກັນໂຄວິດ - 19 nano Covax ຄັ້ງທີ 2 ໄລຍະທີ 3 ມີ ກ່ວາ 900 ຄົນອາສາສະໝັກສັກວັກຊິນກັນໂຄວິດ - 19 nano Covax ຄັ້ງທີ 2 ໄລຍະທີ 3
ເຊີດສິງໂຕທີ່ Festival ຫວຽດນາມ ຄັ້ງທີ 2 ຢູ່ຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.
ເຊີດສິງໂຕທີ່ Festival ຫວຽດນາມ ຄັ້ງທີ 2 ຢູ່ຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນລະຫວ່າງວັນທີ 16-18 ກໍລະກົດ, ຢູ່ໃຈກາງເທດສະບານເມືອງ La Plagne Tarentaise, ໜຶ່ງໃນບັນດາເຂດທ່ອງທ່ຽວທີ່ມີຊື່ສຽງຂຶ້ນກັບເຂດ Savoie ຢູ່ທາງທິດຕາເວັນອອກສ່ຽງໃຕ້ຝຣັ່ງ, ໄດ້ດໍາເນີນ Festival ຫວຽດນາມ ດ້ວຍຮູບພາບທີ່ເປັນເອກະລັກສະເພາະຂອງຊຸດເສື້ອຍາວ, ກຸບ ແລະອາຫານການກິນຫວຽດນາມ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຝຣັ່ງ ເນັ້ນໜັກວ່າ: “ເລື່ອງຫວຽດນາມ ໄດ້ເລືອກໃຫ້ເປັນແຂກຖືກເຊີນກິດຕິມະສັກໜຶ່ງດຽວຄັ້ງທຳອິດຢູ່ງານບຸນລະດູແລ້ງ 2021 ຂອງເທດສະບານເມືອງໄດ້ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງຢ່າງເລິກເຊິ່ງທີ່ເພື່ອນມິດສະຫງວນໃຫ້ປະເທດພວກຂ້າພະເຈົ້າ, ກໍ່ຄືຄວາມເປັນກຽດ ແລະຄວາມເອກອ້າງທະນົງໃຈທີ່ຫວຽດນາມ ມີ. ນີ້ກໍ່ແມ່ນສັນຍາລັກແຫ່ງການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ຝຣັ່ງ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ລົງນານໃນປີ 2013 ເລິກເຊິ່ງກວ່າອີກ”.

ສ່ວນ ທ່ານ Jean-Luc Boch ເຈົ້າຄອງເທດສະບານເມືອງ ກໍ່ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຈັດຕັ້ງເຫດການ Festival ຫວຽດນາມ ຢູ່ເທດສະບານເມືອງ La Plagne Tarentaise. ທ່ານປະທັບໃຈທີ່ສຸດກ່ຽວກັບວັດທະນະທໍາທີ່ຫຼາຍຮູບຫຼາຍແບບຂອງປະເທດຫວຽດນາມ ເຊິ່ງເປັນຄັ້ງທໍາອິດທີ່ໄດ້ແນະນໍາຢູ່ La Plagne Tarentaise ແລະທ່ານແບ່ງປັນວ່າຢາກຮ່ວມສໍາພັນ, ຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດການຄ້າ ແລະການທ່ອງທ່ຽວ.

ເນື່ອງໃນໂອກາດນີ້, ສູນວັດທະນະທໍາຫວຽດນາມ ປະຈໍາຝຣັ່ງ ກໍ່ໄດ້ຈັດຕ້ັງງານວາງສະແດງຮູບພາບແນະນໍາປະເທດຊາດ ແລະຊາວຫວຽດນາມ.

la.qdnd.vn

ເຫດການ
302 Found

Found

The document has moved here.