ກໍາປັ່ນທະຫານເຮືອຝຣັ່ງ ຢ້ຽມຢາມແຂວງແຄ໊ງຮວ່າ

15:10 | 03/03/2022

ຕອນເຊົ້າວັນທີ 1 ມີນາ, ກຳປັ່ນລາດຕະເວນ Vendémiaire ຂອງທະຫານເຮືອຝຣັ່ງ ໄດ້ເຂົ້າທຽບທ່າກໍາປັ່ນສາກົນກາມແຣງ, ເລີ່ມຕົ້ນການຢ້ຽມຢາມແຂວງແຄ໊ງຮວ່າ ໃນລະຫວ່າງວັນທີ 1-5 ມີນາ.

​ກູ້​ໄພ​ເຮືອຫາປາ​ຂອງ​ຊາວ​ປະມົງ​ທີ່ປະສົບອຸປະຕິເຫດ​ໝູ່​ເກາະ​ເຈື່ອງ​ຊາຢ່າງສຳເລັດຜົນ ​ກູ້​ໄພ​ເຮືອຫາປາ​ຂອງ​ຊາວ​ປະມົງ​ທີ່ປະສົບອຸປະຕິເຫດ​ໝູ່​ເກາະ​ເຈື່ອງ​ຊາຢ່າງສຳເລັດຜົນ
ງານວາງສະແດງ “ຫງວຽນເຕິດແທ່ງ - ໂຮ່ຈີມິນ: ຈາກທ່າກໍາປັ່ນຍ່າຣົ່ງ ເຖິງສະໜາມຫຼວງບາດິ່ງ ປະຫວັດສາດ” ງານວາງສະແດງ “ຫງວຽນເຕິດແທ່ງ - ໂຮ່ຈີມິນ: ຈາກທ່າກໍາປັ່ນຍ່າຣົ່ງ ເຖິງສະໜາມຫຼວງບາດິ່ງ ປະຫວັດສາດ”

ໃນການຢ້ຽມຢາມ, ກຸ່ມຜູ້ບັນຊາການກໍາປັ່ນ ຈະມີການເຄື່ອນໄຫວເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ ແລະກອງບັນຊາການທະຫານເຮືອເຂດ 4. ນອກຈາກນັ້ນ, ກໍາປັ່ນທະຫານເຮືອຝຣັ່ງ ຈະດໍາເນີນການຝຶກແອບຮ່ວມ (ແບບບໍ່ພົບປະ) ກັບກໍາປັ່ນທະຫານເຮືອຫວຽດນາມ.

ກໍາປັ່ນທະຫານເຮືອຝຣັ່ງ ຢ້ຽມຢາມແຂວງແຄ໊ງຮວ່າ
ກໍາປັ່ນລາດຕະເວນ Vendémiaire ເຂົ້າທຽບທ່າກໍາປັ່ນສາກົນກາມແຣງ ໃນເວລາ 10 ໂມງຂອງວັນທີ 1 ມີນາ. ພາບ: ແທັງຮວ່າງ.

ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະຝຣັ່ງ ນັບມື້ນັບໄດ້ຮັບການປັບປຸງ ແລະບັນລຸໄດ້ໝາກຜົນຢ່າງຕັ້ງໜ້າທັງສອງຝ່າຍ ແລະຫຼາຍຝ່າຍ. ການຢ້ຽມຢາມຂອງກໍາປັ່ນທະຫານເຮືອຝຣັ່ງ ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງທະຫານເຮືອສອງປະເທດເວົ້າສະເພາະ, ການພົວພັນດ້ານປ້ອງກັນຊາດຫວຽດນາມ ແລະຝຣັ່ງ ເວົ້າລວມ, ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.