ເປີດນໍາໃຊ້ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ທີ່ຮ່າໂນ້ຍ

07:48 | 16/10/2022

ຍສໝ - ທ່ານນາງ ເຈິ່ນທິມາຍອ໊ຽນ, ຮັກສາການຫົວໜ້າຜູ້ຕາງໜ້າອົງການຝຣັ່ງໂກໂຟນີສາກົນ ປະຈໍາພາກພື້ນອາຊີ-ປາຊີຟິກ, ເຊື່ອໝັ້ນວ່າ ບັນດາ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ຈະປະກອບສ່ວນເຜີຍແຜ່ພາສາຝຣັ່ງ ແລະອົງການຝຣັ່ງໂກໂຟນີສາກົນ ປະຈໍາ ຫວຽດນາມ, ເພື່ອຜົນປະໂຫຍດຂອງປະຊາຊົນ, ຜູ້ຮຽນ, ຄູອາຈານ ແລະ ຜູ້ຮັກມັກພາສາຝຣັ່ງ.

ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ
ທ່ານ ປະທານ  Kim Jong-un ແລະ ທ່ານ ປະທານາທິບໍດີ Donald Trump ຮ່ວມຮັບປະທານອາຫານຄໍ່າ ທີ່ຮ່າໂນ້ຍ ທ່ານ ປະທານ Kim Jong-un ແລະ ທ່ານ ປະທານາທິບໍດີ Donald Trump ຮ່ວມຮັບປະທານອາຫານຄໍ່າ ທີ່ຮ່າໂນ້ຍ

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ຫໍສະໝຸດແຫ່ງຊາດຫວຽດນາມ ແລະ ອົງການຝຣັ່ງໂກໂຟນີສາກົນ (OIF) ໄດ້ເປີດນໍາໃຊ້ “ພື້ນທີ່ວາງສະແດງ ປື້ມພາສາຝຣັ່ງ”, ແນໃສ່ຕອບສະໜອງຄວາມຕ້ອງການຮໍ່າຮຽນ ແລະ ຄົ້ນຄວ້າເອກະສານທີ່ເປັນພາສາຝຣັ່ງ ຂອງເພື່ອນຜູ້ອ່ານນະຄອນຫຼວງ.

“ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ຢູ່ຫໍສະໝຸດແຫ່ງຊາດຫວຽດນາມ ໄດ້ສ້າງຂຶ້ນດ້ວຍການໜູນຊ່ວຍຂອງອົງການຝຣັ່ງໂກໂຟນີສາກົນ ດ້ວຍເອກະສານ ເບື້ອງຕົ້ນແມ່ນມີປື້ມພາສາຝຣັ່ງກວ່າ 600 ເຫຼັ້ມ.

ເປີດນໍາໃຊ້ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ທີ່ຮ່າໂນ້ຍ
“ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ວາງສະແດງປື້ມທີ່ເປັນພາສາຝຮັ່ງໃນຫຼາຍຂົງເຂດ ປະມານ 600 ເຫຼັ້ມ.
ເປີດນໍາໃຊ້ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ທີ່ຮ່າໂນ້ຍ
ເປີດນໍາໃຊ້ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ທີ່ຮ່າໂນ້ຍ
ເປີດນໍາໃຊ້ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ທີ່ຮ່າໂນ້ຍ
ເປີດນໍາໃຊ້ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ທີ່ຮ່າໂນ້ຍ
ເປີດນໍາໃຊ້ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ທີ່ຮ່າໂນ້ຍ
ເປີດນໍາໃຊ້ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ທີ່ຮ່າໂນ້ຍ

ໃນໄລຍະຈະມາເຖິງ, ຫໍສະໝຸດແຫ່ງຊາດຫວຽດນາມ ແລະ ອົງການຝຣັ່ງໂກໂຟນີ ສາກົນ ຈະສືບຕໍ່ສົມທົບກັນເພື່ອສ້າງຕັ້ງ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ຢູ່ 8 ແຂວງ, ນະຄອນ ປະກອບມີ ຫາຍຟ່ອງ, ກວ໋າງນິງ, ເງະອານ, ແຄ໊ງຮວ່າ, ເລິມດົ່ງ, ເກິນເທີ, ເບ໊ນແຈ ແລະ ບິ່ງເຢືອງ.

ຜ່ານລະບົບຫໍສະໝຸດແຂວງ, ນະຄອນຢູ່ບັນດາທ້ອງຖິ່ນນີ້, “ພື້ນທີ່ວາງສະແດງ ປື້ມພາສາຝຣັ່ງ” ຈະນໍາເອົາກາລະໂອກາດສໍາຜັດກັບພື້ນຖານວັດທະນະທໍາ, ປະເທດຊາດ, ຊາວວົງຄະນາຍາດຝຣັ່ງໂກໂຟນີ ຜ່ານບັນດາຊຸດສະສົມປື້ມທີ່ໄດ້ເລືອກເຟັ້ນ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ເຈິ່ນທິມາຍອ໊ຽນ, ຮັກສາການຫົວໜ້າຜູ້ຕາງໜ້າອົງການຝຣັ່ງໂກໂຟນີສາກົນ ປະຈໍາພາກພື້ນອາຊີ-ປາຊີຟິກ, ເຊື່ອໝັ້ນວ່າ ບັນດາ “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ຈະປະກອບສ່ວນເຜີຍແຜ່ພາສາຝຣັ່ງ ແລະອົ ງການຝຣັ່ງໂກໂຟນີສາກົນ ປະຈໍາ ຫວຽດນາມ, ເພື່ອຜົນປະໂຫຍດຂອງປະຊາຊົນ, ຜູ້ຮຽນ, ຄູອາຈານ ແລະ ຜູ້ຮັກມັກພາສາຝຣັ່ງ.

ດ້ວຍເກືອບ 6.000 ບົດປະພັນຂອງບັນດາຜູ້ຂຽນທີ່ມາຈາກຫຼາຍປະເທດທີ່ນຳໃຊ້ພາສາ ຝຣັ່ງ, ມີຄຸນນະພາບທາງດ້ານວັນນະຄະດີສູງ ໄດ້ແຈກຢາຍໃຫ້ແກ່ບັນດາຫໍສະໝຸດ, “ພື້ນທີ່ວາງສະແດງປື້ມພາສາຝຣັ່ງ” ຈະປະກອບສ່ວນເຮັດໃຫ້ບັນດາຊຸດປື້ມທີ່ມີຢູ່ ແລ້ວຂອງບັນດາຫໍສະໝຸດນີ້ ມີຄວາມອຸດົມສົມບູນຕື່ມອີກ.

ບູນມີ

ເຫດການ
302 Found

Found

The document has moved here.