ຢໍ່ຈືນຫວຽດນາມ - ໜຶ່ງໃນປະເພດອາຫານທີ່ໄດ້ຮັບຄວາມນິຍົມຊົມຊອບລະດັບຕົ້ນຂອງຄົນຝຣັ່ງ

07:55 | 10/02/2022

ຍສ​ໝ - ຕາມ​ຂໍ້​ມູນ​ຈາກ​ນັກ​ຂ່າວສຳ​ນັກ​ຂ່າວ​ສ​ານ​ຫວຽດ​ນາມ​ທີ່​ຝ​ຣັ່ງ: ຢໍ່​ຈືນ​ຂອງ​ຫວຽດ​ນາມ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ປະ​ເພດ​ອາ​ຫານ​ທີ່​ໄດ້​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຂອງ​ຄົນ​ຝ​ຣັ່ງ.

ເຝີຫວຽດນາມຜ່ານທະລຸເຂົ້າໄປໃນສຸດຍອດບັນດາປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກ ເຝີຫວຽດນາມຜ່ານທະລຸເຂົ້າໄປໃນສຸດຍອດບັນດາປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກ
ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ

ຕາມ​ຂໍ້​ມູນ​ຈາກ​ນັກ​ຂ່າວສຳ​ນັກ​ຂ່າວ​ສ​ານ​ຫວຽດ​ນາມ​ທີ່​ຝ​ຣັ່ງ: ຢໍ່​ຈືນ​ຂອງ​ຫວຽດ​ນາມ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ປະ​ເພດ​ອາ​ຫານ​ທີ່​ໄດ້​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຂອງ​ຄົນ​ຝ​ຣັ່ງ.

ດ້ວຍ​ຫົວ​ຂໍ້​ທີ່​ວ່າ: “ຄົນ​ຝ​ຣັ່ງນິ​ຍົມ​ລີ້ມ​ລອງ​ປະ​ເພດ​ອາ​ຫານ​ທີ່​ແປກ​ປະຫຼາດ”, ໂທ​ລະ​ພາບ​ຊ່ອງ TF1 ໃນ​ວັນ​ທີ 7 ກຸມ​ພາ ໄດ້​ຖ່າຍ​ທອດ​ອອກ​ລາຍ​ການ​ກ່ຽວ​ກັບ​ທ່າ​ອ່ຽງ​ຂອງ​ຄົນ​ຝ​ຣັ່ງ​ທີ່​ນັບ​ມື້​ນັບ​ນິ​ຍົມ​ຊົມ​ຊອບ​ໃນ​ອາ​ຫານ​ຕ່າງ​ປະ​ເທດ.

undefined
ພາບປະກອບ

ນັກ​ຂ່າວ​ໃຫ້​ຊາບ​ວ່າ ສິ່ງ​ດັ່ງ​ກ່າວ​ນີ້ບໍ່​ແມ່ນ​ເປັນ​ສິ່ງ​ທີ່​ໃໝ່, ໃນ​ຊ່ວງ 10 ປີ ຄືນຫຼັງ​ມາ​ນີ້ ທ່າ​ອ່ຽງ​ດັ່ງ​ກ່າວ​ນັບ​ມື້​ນັບ​ຊັດ​ເຈນ​ຂຶ້ນ​ເລື້ອຍໆ.

ເທິງຊັ້ນ​ວາງ​ສິນ​ຄ້າ​ຕ່າງໆ​ໃນ​ຫ້າງຊັບ​ພະ​ສິນ​ຄ້າ Carrefour, ສິນ​ຄ້າ​ບໍ​ລິ​ໂພກ ແລະ ຜະ​ລິດ​ຕະ​ພັນ​ອາ​ຫານ​ທີ່​ມາ​ຈາກ​ເມັກ​ຊີ​ໂກ, ຫວຽດ​ນາມ ຫຼື ຈາກ​ອິນ​ເດຍ ນັບ​ມື້​ນັບ​ດຶງ​ດູດລູກ​ຄ້າ​ຜູ້​ຊົມ​ໃຊ້.

ຕາມ​ຂໍ້​ມູນ​ຈາກ​ທ່ານ Stefen Bompas, ຜູ້​ຈັດ​ການ​ດ້ານ​ປະ​ສົບ​ການ​ລູກ​ຄ້າ​ຂອງ​ຫ້າງ​ຊັບ​ພະ​ສິນ​ຄ້າ Carrefour ໃຫ້​ຊາບ​ວ່າ: ກ່ອນ​ໜ້າ​ນີ້​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ​ຂອງ​ກຸ່ມ​ເຄື່ອ​ຄ່າຍ ມີ​ພຽງ 1-2 ມູມ​ນ້ອຍ​ທີ່​ມີ​ບາງ​ຜະ​ລິດ​ຕະ​ພັນ​ຂອງ​ບາງ​ຈຳ​ນວນ​ໜ້ອຍ​ຈາກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ແຕ່​ໃນ​ປັດ​ຈຸ​ບັນ​ນີ້ ສິນ​ຄ້າ​ຂອງ​ນັບ​ກວ່າ​ສິບ​ປະ​ເທດ​ໄດ້​ນຳ​ເຂົ້າ​ຢາຍ​ເຕັມ 2 ຮອດ 3 ແຖວຊັ້ນວາງ​ສິນ​ຄ້າ.

ປັດ​ຈຸ​ບັນ, ຫ້າງ​ຊັບ​ພະ​ສິນ​ຄ້າ Carrefour ນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ຂາຍຫຼາຍກວ່າ 3,000 ປະ​ເພດ​ທີ່​ມາ​ຈາກ 24 ຊາດ, ໃນ​ນັ້ນ​ບໍ່​ມີ​ພຽງ​ແຕ່​ຜະ​ລິ​ດຕະ​ພັນທີ່​ມາ​ຈາກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຄື: ອີ​ຕາ​ລີ, ປ​ອັກ​ຕຸຍ​ການ ແລະ ສະ​ເປນ ເທົ່າ​ນັ້ນ ແຕ່​ຍັງ​ມີ​ຜະ​ລິດ​ຕະ​ພັນ​ສະ​ເພາະ​ທີ່​ມາ​ຈາກ​ແດນ​ໄກ​ເຊັ່ນ: ຫວຽດ​ນາມ, ໄທ, ຍີ່​ປຸ່ນ ຫຼື ຈາກ ເມັກ​ຊີ​ໂກ, ບ​ຣາ​ຊິວ ຂອງ​ທະ​ວີບ​ອາ​ເມ​ລິ​ກາ​ໃຕ້.

ລາຍ​ຮັບ​ຈາກ​ຜະ​ລິດ​ຕະ​ພັນ​ອາ​ຫານ​ ແລະ ການ​ກະ​ເສດຕ່າງໆທີ່​ນຳ​ເຂົ້າ ໄດ້​ເພີ່ມ​ຂຶ້ນ 20% ໃນ​ປີ​ກາຍ ແລະ ປັດ​ຈຸ​ບັນ​ກຳ​ລັງ​ຖື​ວ່າເປັນ “ບໍ່​ຄຳ” ທີ່​ເຕັມ​ໄປ​ດ້ວຍທ່າ​ແຮງ​ເພື່ອ​ໃຫ້​ເຄືອ​ຄ່າຍ​ຫ້າງ​ຊັບ​ພະ​ສິນ​ຄ້າ​ໄດ້​ຂຸດ​ຄົ້ນ​ເອົາ.

ຂໍ້​ມູນ​ສະ​ຖິ​ຕິ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ເຄື່ອ​ຄ່າຍ​ຫ້າງ​ຊັບ​ພະ​ສິນ​ຄ້າ Carrefour ຢູ່​ຝ​ຣັ່ງ​ໃຫ້​ເຫັນ​ວ້າ​ຕົວ​ເລກ​ຂອງບັນ​ດາ​ຜະ​ລິ​ດຕະ​ພັນ​ອາ​ຫານ​ຕ່າງ​ປະ​ເທດໄດ້​ເປັນ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ. ໃນ​ນັ້ນ, ຊູ​ຊິ​ຂອງ​ຍີ່​ປຸ່ນ​ຢືນ​ອັນ​ດັບ​ໜຶ່ງ ກວມ 45% ຂອງ​ລາຍ​ຮັບ​ໃນ​ປະ​ເພດ​ສິນ​ຄ້າ​ຕ່າງ​ປະ​ເທດ, ຕໍ່​ມາ​ແມ່ນ ປັອບ​ຄອນ ແລະ ໂກ່​ໂກ້ ແລະ ມາກ​ໂກ​ຣ​ນີ​ຂອງ​ອາ​ເມ​ລິ​ກາ.

ຢໍ້​ຈືນທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ ຢືນ​ຢູ່​ອັນ​ດັບ​ທີ​ສາມ ກວມ 19% ຂອງ​ລາຍ​ຮັບ​ສິນ​ຄ້າ​ຕ່າງ​ປະ​ເທດ​ໃນ​ປີ​ຜ່ານ​ມາ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.