ສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ ສືບຕໍ່ສາມັກຄີ ແລະ ສະໜັບສະໜູນ ຫວຽດນາມ

06:38 | 01/10/2021

ຍສໝ - ເມື່ອບໍ່ດົນມານິ້, ທ່ານ ດີງຕວານຖັ້ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຝຣັ່ງ ໄດ້ມີການເຮັດວຽກກັບຄະນະນຳ ຂອງສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ (AAFV) ນຳ ໂດຍປະທານ Gérard Daviot.

ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ "ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ"
ສະມາຄົມມິດຕະພາບຫວຽດນາມ - ຝຣັ່ງ ນະຄອນໂຮຈິມິນໄດ້ມອບເຄື່ອງມືການແພດ ໃຫ້ແກ່ປະຊາຊົນຝຣັ່ງ ຕໍ່ຕ້ານພະຍາດ COVID-19 ສະມາຄົມມິດຕະພາບຫວຽດນາມ - ຝຣັ່ງ ນະຄອນໂຮຈິມິນໄດ້ມອບເຄື່ອງມືການແພດ ໃຫ້ແກ່ປະຊາຊົນຝຣັ່ງ ຕໍ່ຕ້ານພະຍາດ COVID-19

ທັງສອງຝ່າຍ ໄດ້ປຶກສາຫາລືຫຼາຍບັນຫາ ກໍ່ຄືແຜນການທີ່ຈະຈັດຕັ້ງປະຕິບັດໃນອະນາຄົດອັນໃກ້ນີ້, ເພື່ອປະກອບສ່ວນເຮັດໃຫ້ສາຍພົວພັນ ລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບສູງໃໝ່.

ສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ ສືບຕໍ່ສາມັກຄີ ແລະ ສະໜັບສະໜູນ ຫວຽດນາມ

ສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ ສືບຕໍ່ສາມັກຄີ ແລະ ສະໜັບສະໜູນຫວຽດນາມ.

ທ່ານເອກອັກຄະລັດຖະທູດ ດີງຕວານຖັ້ງ ຢືນຢັນວ່າ ຍາມໃດກໍ່ສະໜັບສະໜູນບັນດາການເຄື່ອນໄຫວຂອງ AAFV ແລະ ປາດຖະໜາວ່າ ບັນດາສະມາຊິກຈະສືບຕໍ່ຄຽງບ່າຄຽງໄຫຼ່ກັບປະຊາຊົນຫວຽດນາມໃນປະຈຸບັນ, ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນຊຸມປີຈະມາເຖິງ.

ການນໍາ AAFV ກ່າວວ່າ ສະມາຄົມໄດ້ສືບຕໍ່ມີຫຼາຍກິດຈະກໍາ ເພື່ອສະໜັບສະໜູນຫວຽດນາມ, ເຊັ່ນ: ຊ່ວຍເຫຼືອປະຊາຊົນຜູ້ດ້ອຍໂອກາດ ແລະ ຊາວຊົນເຜົ່າສ່ວນໜ້ອຍ, ສະໜັບສະໜູນຜູ້ເຄາະຮ້າຍຈາກທາດພິດສີສົ້ມ ແລະ ສະໜັບສະໜູນ ທ່ານນາງ ເຈີນໂຕຫ່ງາ ໃນການຮ້ອງຟ້ອງບໍລິສັດເຄມີທີ່ສະໜອງຢາຂ້າຫຍ້າໃຫ້ກອງທັບອາເມຣິກາ ໃຊ້ໃນສົງຄາມຫວຽດນາມ; ຈັດຕັ້ງການເຄື່ອນໄຫວແລກປ່ຽນ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ, ໂຄສະນາພາບພົດຂອງຫວຽດນາມ ຢູ່ຝຣັ່ງ…

ທັງສອງຝ່າຍ ໄດ້ປຶກສາຫາລືຫຼາຍບັນຫາ ກໍ່ຄືແຜນການທີ່ຈະຈັດຕັ້ງປະຕິບັດໃນອະນາຄົດອັນໃກ້ນີ້, ເພື່ອປະກອບສ່ວນເຮັດໃຫ້ສາຍພົວພັນ ລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບສູງໃໝ່.

ທ່ານເອກອັກຄະລັດຖະທູດ ດີງຕວານຖັ້ງ ຢືນຢັນວ່າ ຍາມໃດກໍ່ສະໜັບສະໜູນບັນດາການເຄື່ອນໄຫວຂອງ AAFV ແລະ ປາດຖະໜາວ່າ ບັນດາສະມາຊິກຈະສືບຕໍ່ຄຽງບ່າຄຽງໄຫຼ່ກັບປະຊາຊົນຫວຽດນາມໃນປະຈຸບັນ, ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນຊຸມປີຈະມາເຖິງ.

ການນໍາ AAFV ກ່າວວ່າ ສະມາຄົມໄດ້ສືບຕໍ່ມີຫຼາຍກິດຈະກໍາ ເພື່ອສະໜັບສະໜູນຫວຽດນາມ, ເຊັ່ນ: ຊ່ວຍເຫຼືອປະຊາຊົນຜູ້ດ້ອຍໂອກາດ ແລະ ຊາວຊົນເຜົ່າສ່ວນໜ້ອຍ, ສະໜັບສະໜູນຜູ້ເຄາະຮ້າຍຈາກທາດພິດສີສົ້ມ ແລະ ສະໜັບສະໜູນ ທ່ານນາງ ເຈີນໂຕຫ່ງາ ໃນການຮ້ອງຟ້ອງບໍລິສັດເຄມີທີ່ສະໜອງຢາຂ້າຫຍ້າໃຫ້ກອງທັບອາເມຣິກາ ໃຊ້ໃນສົງຄາມຫວຽດນາມ; ຈັດຕັ້ງການເຄື່ອນໄຫວແລກປ່ຽນ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ, ໂຄສະນາພາບພົດຂອງຫວຽດນາມ ຢູ່ຝຣັ່ງ…

AAFV ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1961 ດ້ວຍຈຸດປະສົງສະໜັບສະໜູນປະຊາຊົນຫວຽດນາມ ໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ. ນັບແຕ່ນັ້ນມາ, ສະມາຄົມຍາມໃດກໍ່ຢືນຄຽງບ່າຄຽງໄຫຼ່ກັບປະຊາຊົນຫວຽດນາມ ໃນເຫດການສ້າງສາ ແລະ ພັດທະນາປະເທດຊາດ.

ດ້ວຍເຄືອຂ່າຍສາຂາທີ່ກວ້າງຂວາງທົ່ວແຂວງ/ນະຄອນຂອງຝຣັ່ງ, AAFV ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກໍາຢ່າງຕັ້ງໜ້າ ແລະ ຫຼາຍຮູບຫຼາຍແບບ ເພື່ອເຊື່ອມຕໍ່ ແລະ ເຕົ້າໂຮມເພື່ອນມິດຝຣັ່ງ ທີ່ຕິດພັນ ແລະ ຮັກຫອມປະເທດຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.