ຍສໝ - ທ່ານ ຫງວຽນແມັ້ງເກືອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສຮັບຜິດຊອບດ້ານວັດທະນະທຳ - ສັງຄົມ ອາຊຽນ (SOCA) ຂອງຫວຽດນາມ, ໃຫ້ຮູ້ວ່າ ປີ ປະທານອາຊຽນ 2020 ຂອງຫວຽດນາມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເປັນກຽວດຳລົງຕຳແໜ່ງເປັນປະທານປະຊາຄົມວັດທະນະທຳ - ສັງຄົມອາຊຽນ ດ້ວຍຫົວຂໍ້ ແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື”.
ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນ, ບົດບາດ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນຂະບວນການສ້າງສັນຕິພາບລວມຂອງມວນມະນຸດ. ນີ້ແມ່ນຂໍ້ສັງເກດຂອງຜູ້ແທນບາງທ່ານທີ່ເຂົ້າຮ່ວມກອງປະຊຸມ.
ເພື່ອຜັນຂະຫຍາຍການປະຕິບັດບັນລຸຜົນສຳເລັດ, ກົມການເມືອງໄດ້ຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງຂອງພັກ ຖືການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ, ເຜີຍແຜ່ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກ ແມ່ນວຽກງານປະຈຳ, ຕ້ອງປະຕິບັດຢ່າງເຂັ້ມງວດ, ມີແບບມີແຜນ ແລະ ມີວິທະຍາສາດໃນຕະຫຼອດໄລຍະຂອງທັງອາຍຸການ.
ດ້ວຍຫົວຂໍ້ “ດອກສະກຸຣະທ່າມກາງ ປ່າຕືບດົງໜາ ມັງແດນ”, ຕອນຄ່ຳວັນທີ 26 ທັນວາຢູ່ເມືອງ ກອນປລົງ, ແຂວງ ກອນຕຸມ, ໄດ້ໄຂສັບປະດາວັດທະນະທຳ - ການທ່ອງທ່ຽວ ມັງແດນ ປີ 2022 ຂຶ້ນ.
ຕາມການຕີລາຄາຂອງນັກຊ່ຽວຊານຫຼາຍທ່ານແລ້ວ, ບໍ່ເຄີຍມີເວລາໃດທີ່ການຫັນເປັນດີຈີຕອນຢູ່ ຫວຽດນາມ ພັດໄດ້ຮັບຄວາມເອົາໃຈໃສ່, ລົງທຶນ ແລະ ຊຸກຍູ້ຢ່າງແຮງຄືໃນໄລຍະຜ່ານມາ. ພັກ, ລັດ ແລະ ລັດຖະບານ ຫວຽດນາມ ໄດ້ຍົກອອກຫຼາຍແຜນນະໂຍບາຍ, ກຳນົດທິດ ແລະ ມາດຕະການສຳຄັນແກ່ການຫັນເປັນດີຈີຕອນ, ໃນຂະນະທີ່ບັນດາອົງການຈັດຕັ້ງຂອງລັດ, ປະຊາຄົມວິສາຫະກິດ ແລະ ປະຊາຊົນຕັ້ງໜ້າຕອບສະໜອງ ແລະ ຜັນຂະຫຍາຍ.
ຍສໝ -ຕອນເຊົ້າວັນທີ 7 ກຸມພາ 2023, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດໃຫ້ແກ່ບັນດານາຍທະຫານໄປປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ ສ.ຊູດັງໃຕ້, ສ.ອາບຟຼິກກາກາງ ແລະ ເຂດ Abyei.
ຍສໝ - ທ່ານ Fernando Gonzalez Llort ສະມາຊິກສະພາແຫ່ງຊາດ, ນັກວິລະຊົນ ສ.ກຸຍບາ, ປະທານສະຖາບັນກຸຍບາ ມິດຕະພາບກັບບັນດາຊົນຊາດ (ICAP) ກ່າວຄຳເຫັນຄືດັ່ງກ່າວຢູ່ການພົບປະກັບທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໃນວັນທີ 19 ພະຈິກ ເນື່ອງໃນໂອກາດມາຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 22 ຂອງ ສະພາສັນຕິພາບໂລກ.
ຍສໝ- ກົມຮ່ວມມືສາກົນ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫາກໍ່ມອບໃບອະນຸຍາດສ້າງຕັ້ງສູນວັດທະນະທຳຈີນຢູ່ຮ່າໂນ້ຍ ໃຫ້ທ່ານ ເຈືອງດຶກເຊີນ, ຜູ້ອຳນວຍການສູນຄົນໃໝ່.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຕ້ອງຍູ້ແຮງການປະຕິຮູບບໍລິຫານ, ເພີ່ມທະວີການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດ, ສ້າງກົງຈັກການຈັດຕັ້ງລັດໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ສືບຕໍ່ເປັນຈຸດສຸມ, ບຸກທະລຸຍຸດທະສາດໃນການສ້າງລັດແຫ່ງກົດໝາຍ ສັງຄົມນິຍົມ ຢູ່ ຫວຽດນາມ ໃນໄລຍະໃໝ່.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ແລະ ອົງການພັດທະນາແມ່ຍິງ ສປຊ (UNWOMEN) ສົມທົບກັນຈັດຕັ້ງກອງປະຊຸມສຳມະນາສາກົນ ກ່ຽວກັບຫົວຂໍ້ “ຊຸກຍູ້ການປະຕິບັດໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ບົດບາດຂອງໂຄງການກະທຳແຫ່ງຊາດ” ຕາມຮູບແບບທາງໄກສົມທົບກັບໂດຍກົງ.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນ ກັນຢ່າງສົມບູນ ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI.
ຍສໝ - ໃນສະພາບທີ່ເດັກນ້ອຍຫວຽດນາມຢູ່ຕ່າງປະເທດນັບມື້ນັບໄດ້ຮັບອິດທິພົນຈາກສະພາບແວດລ້ອມປະຈຳຖິ່ນ, ນັກຄົ້ນຄ້ວາ ແລະ ຄູສອນພາສາຫວຽດນາມ ຫຼາຍຄົນຢືນຢັນວ່າ ພາສາການສອນບໍ່ສາມາດແຍກອອກຈາກວັດທະນະທຳການສອນ. ເມື່ອແຕ່ລະບົດຮຽນກາຍເປັນປະສົບການທາງດ້ານວັດທະນະທໍາ, ເດັກນ້ອຍບໍ່ພຽງແຕ່ໄດ້ຮຽນຮູ້ການອອກສຽງ ແລະ ການໃຊ້ຄໍາສັບເທົ່ານັ້ນ, ແຕ່ຍັງເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດ, ວິຖີຊີວິດ ແລະຄຸນຄ່າຂອງຫວຽດນາມ - ພື້ນຖານອັນສໍາຄັນໃຫ້ແກ່ການປົກປັກຮັກສາແບບຍືນຍົງ ໃຫ້ພາສາຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ປີ 2021, ສະຖານທູດ ໄດ້ຮັບໃບຍ້ອງຍໍຈາກກະຊວງການຕ່າງປະເທດ ຍ້ອນມີການປະກອບສ່ວນເຂົ້າໃນວຽກງານການທູດວັກຊິນ, ປີ 2022, ສະຖານທູດ ໄດ້ຮັບທຸງແຂ່ງຂັນຂອງລັດຖະບານຍ້ອນມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນສອງປະເທດ, ສ້າງການພົວພັນຄູ່ຮ່ວມມືທ້ອງຖິ່ນ.
ໃນສະພາບການປະຕິວັດອຸດສາຫະກຳ 4.0 ແລະ ການຫັນເປັນດີຈີຕອນພວມດຳເນີນໄປຢ່າງແຮງ, ຂະແໜງກໍ່ສ້າງ ຫວຽດນາມ ຕ້ອງເສີມຂະຫຍາຍນ້ຳໃຈສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ສູ້ຊົນພັດທະນາໃຫ້ທຽບເທົ່າກັບບັນດາປະເທດກ້າວໜ້າ.
ຍສໝ - ຫວ່າງແລ້ວນີ້, ວັດ ເຟີດຕິກ ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ສົມທົບກັບສະຖານທຸດ ຫວຽດນາມ ປະຈຳ ລາວ, ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ສະມາຄົມວິສາຫະກິດ ຫວຽດນາມ ທີ່ຮ່ວມມື ແລະ ລົງທຶນຢູ່ ລາວ (Viet-Lao BACI) ຈັດຕັ້ງພິທີບໍລິຈາກເງິນກໍ່ສ້າງເຂດອານຸສອນການນຳ ແລະ ນັກຮົບປະຕິວັດ ລາວ - ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ຫາກໍ່ລົງນາມປະກາດໃຊ້ຂໍ້ຕົກລົງອະນຸຍາດໜ້າທີ່ດັດປັບການວາງແຜນກຳນົດລວມ ການກໍ່ສ້າງໂກນດາວ, ແຂວງບ່າເຣຍ - ຫວູງເຕົາຮອດປີ 2045.
ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດປະສານກັບອົງການເຄື່ອນຍ້າຍຖິ່ນຖານສາກົນ (IOM) ຈັດຕັ້ງກອງປະຊຸມທົບທວນສະພາບການຈັດຕັ້ງປະຕິບັດຂໍ້ຕົກລົງລະດັບໂລກກ່ຽວກັບການເຄື່ອນຍ້າຍຖິ່ນຖານຕາມກົດໝາຍ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ຕາມຮູບແບບໂດຍກົງປະສົມປະສານກັບທາງໄກອອນລາຍ.
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະຫນາຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ແມ່ນເສົາຄ້ຳ, ແມ່ນກຳລັງຫນູນຢ່າງແຮງໃນການພົວພັນລະຫວ່າງສອງປະເທດ ທີ່ພວມມີຄວາມບົ່ມຊ້ອນອັນໃຫຍ່ຫລວງ.
ຍສໝ - ກອງປະຊຸມໃຫຍ່ຄັ້ງທີ 22 ສະມັດຊາໃຫຍ່ ສັນຕິພາບ ໂລກແມ່ນໂອກາດເພື່ອໃຫ້ ຫວຽດນາມ ສະແດງຄວາມຮູ້ບຸນຄຸນຕໍ່ນ້ຳໃຈສາມັກຄີ, ການສະໜັບສະໜູນຂອງປະຊາຊົນໂລກຕໍ່ການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືພາລະກິດແຫ່ງການກໍ່ສ້າງປະເທດໃນປັດຈຸບັນ ຂອງ ຫວຽດນາມ. ພ້ອມທັງໂຄສະນາບັນດາຜົນສຳເລັດໃນການປ່ຽນແປງໃໝ່, ປະເທດຊາດ ແລະ ຊາວຫວຽດນາມ...
ພາຍຫລັງດຳເນີນໄປດ້ວຍຫຼາຍການເຄື່ອນໄຫວສະແດງວັດທະນະທຳທີ່ພົ້ນເດັ່ນມາເປັນ 3 ວັນ, ວັນທີ 8 ຕຸລາ, ຢູ່ຫໍພິພິທະພັນວັດທະນະທຳບັນດາເຜົ່າຫວຽດນາມ (ນະຄອນທ໊າຍງວຽນ, ແຂວງທ໊າຍງວຽນ), ວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດ ຄັ້ງທີ II ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າຢ້າວ - ສະເໝີພາບ, ສາມັກຄີ, ເຊື່ອມໂຍງ ແລະພັດທະນາ” ໄດ້ອັດລົງ.