ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້ປິດລົງ ຢ່າງສະຫງ່າງາມ

18:06 | 15/01/2021

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນ ກັນຢ່າງສົມບູນ ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ກອງປະຊຸມສຳມະນາ ກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ": ແກ້ໄຂ 5 ບັນຫາຈຸດໜັກ
ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບ ມີການພັດທະນາ ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບ ມີການພັດທະນາ ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ
ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້ປິດລົງ ຢ່າງສະຫງ່າງາມ
ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້​ດຳ­ເນີນ​ມາ​ແຕ່​ວັນ​ທີ 13 ຮອດ​ວັນ​ທີ 15 ມັງກອນ 2021. ພາບ: ຂປລ

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້​ດຳ­ເນີນ​ມາ​ແຕ່​ວັນ​ທີ 13 ຮອດ​ວັນ​ທີ 15 ມັງກອນ 2021 ທີ່​ນະ­ຄອນຫລວງ​ວຽງ​ຈັນ ມາຮອດນີ້ໄດ້ປິດລົງ ຢ່າງສະຫງ່າງາມ. ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ XI ແມ່ນ​ເຫດ­ການ​ທາງ ​ດ້ານ​ການ​ເມືອງ​-​ສັງ­ຄົມ ​ອັນ​ສຳ­ຄັນ​ຍິ່ງ ຂອງພັກປະຊາຊົນປະ ຕິວັດລາວ ກໍຄື ຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້​ດຳ­ເນີນ​ຢ່າງ​ຖືກ­ຕ້ອງ​ ຕາມ​ກົດ​ລະ­ບຽບ​ຂອງ​ພັກ ພາຍ​ໃຕ້​ບັນ­ຍາ­ກາດຟົດຟື້ນສ້າງ­ສັນ, ເອົາ​ການ​ເອົາ​ງານ, ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ ແລະ ໄດ້​ສິ້ນ​ສຸດ​ລົງດ້ວຍ​ຜົນ­ສຳ­ເລັດ​ອັນ​ຈົບງາມ ທີ່​ໜ້າ​ຊື່ນ​ຊົມ​ຍິນ​ດີ. ເຂົ້າ​ຮ່ວມໃນ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ນີ້ ມີ​ຜູ້​ແທນ​ທັງ​ໝົດ 768 ສະ­ຫາຍ ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ ສະ­ມາ­ຊິກ​ພັກທັງ​ໝົດ 348.686 ສະ­ຫາຍ ຈາກ​ທົ່ວ​ປະ​ເທດ.

ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງພັກ ແມ່ນກອງປະຊຸມແຫ່ງ ການສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເຊິ່ງໄດ້ດໍາເນີນ ພາຍໃຕ້​ຄຳ​ຂວັນ ຫລື ຫົວຂໍ້ໃຫຍ່: “ຍົກສູງຄວາມສາມາດນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງ ປະຊາຊົນໃນຊາດ, ຮັບປະກັນ ສະຖຽນລະພາບ ດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາ ເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນຳປະເທດຊາດພົ້ນ ຈາກສະຖານະດ້ອຍ ພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ”.

​ກອງປະຊຸມໃຫຍ່ຄັ້ງນີ້ ​ແມ່ນ​ກອງ​ປະ­ຊຸມ​ໃຫຍ່ແຫ່ງ​ ຄວາມ​ສາ­ມັກ­ຄີ​ເປັນ ​ເອ­ກະ​ພາບ​ສູງ;​ ແມ່ນ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ໄຊ­ຊະ­ນະ; ​ແມ່ນ​ກອງ​ປະ­ຊຸມ​ໃຫຍ່​ແຫ່ງ ​ການ​ເສີມ​ຂະຫຍາຍ​ ມາ­ນະ​ຈິດ​ປະ­ຕິ­ວັດ; ນີ້​ແມ່ນກອງ​ປະ­ຊຸມ​ໃຫຍ່​ ແຫ່ງ​ຄວາມ​ເຊື່ອ​ໝັ້ນ ​ຕໍ່​ການ​ສືບ­ຕໍ່ນໍາພາປະ­ເທດ​ຊາດ​ກ້າວ​ຂຶ້ນ​​. ທົ່ວ​ພັກ ແລະ ທົ່ວ​ປວງຊົນ​ລາວ ຕ່າງ​ກໍ​ຊື່ນ​ຊົມ​ຍິນ­ດີ ແລະ ຕອບ​ຮັບ​ດ້ວຍ​ບັນ­ຍາ­ກາດ ​ອັນ​ຟົດ­ຟື້ນ ຕໍ່​ຜົນ­ສຳ­ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້.

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້ປິດລົງ ຢ່າງສະຫງ່າງາມ
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນ ກັນຢ່າງສົມບູນ ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ຜົນການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງ ໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ຄະນະບໍລິຫານງານ ສູນກາງພັກສະໄໝທີ XI ປະກອບມີ ກຳມະການສົມບູນສູນກາງພັກ 71 ສະຫາຍ, ຍິງ 12 ສະຫາຍ ແລະ ກຳມະການ ສຳຮອງສູນກາງພັກ 10 ສະຫາຍ, ຍິງ 02 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນ ກັນຢ່າງສົມບູນ ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເລືອກເອົາ ສະຫາຍ ປອ ຄຳພັນ ພົມມະທັດ ເປັນປະທານ ຄະນະກວດກາ ສູນກາງພັກ ແລະ ເລືອກຮອງປະທານ ຄະນະກວດກາສູນກາງພັກ 06 ສະຫາຍ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດລາວ ໄດ້ກ່າວ​ອັດ​ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ XI ຂອງ​ພັກປະຊາຊົນ​ປະຕິວັດ​ລາວ ວ່າ:ກອງ​ປະຊຸມ​ໃຫຍ່​ ​ໄດ້​ມີ​ຄວາມເປັນ​ເອກະ​ພາບ​ ຕໍ່ລາຍ​ງານ​ການ​ເມືອງ ຂອງ​ຄະນະ​ບໍລິຫານ​ງານ ​ສູນ​ກາງ​ພັກ​ສະ​ໄໝ​ທີ X ​ເປັນ​ຕົ້ນ​ທັດສະນະ​ ການ​ຕີ​ລາຄາຜົນ ​ໄດ້​ຮັບໃນ​ການຈັດ​ຕັ້ງ​ປະຕິບັດ​ ມະຕິ​ກອງ​ປະ ຊຸມ​ໃຫຍ່ຄັ້ງ​ທີ X ຂອງພັກ ​ແລະ ​ປະ​ເມີນຢ່າງກວມລວມ ການ​ສ້າງບັນ​ດາ ປະຖົມປັດ​ໄຈ​ໃຫ້​ແກ່​ ການກ້າວ​ຂຶ້ນ ​ສັງຄົມ​ນິຍົມ ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ກໍ​ຄື​ບັນດາ​ຂໍ້​ສະຫລຸບ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ຈາກ​ພຶດຕິ​ກໍາຕົວຈິງ, ພ້ອມກັນນັ້ນ ກໍໄດ້ໃຫ້​ທິດ​ຊີ້​ນໍາຕໍ່​​ແຜນ ​ພັດທະນາ ​ເສດຖະກິດ-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີIX; ເປັນ​ເອກະ​ພາບ​ໃນ​ລະດັບ​ສູງ ຮັບຮອງ​ເອົາກົດ​ລະບຽບ ​ສະບັບ​ປັບປຸງຂອງ​ພັກ; ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ພວກ​ເຮົາໄດ້ຮັບ​ຟັງ ​ການ​ລາຍ​ງານ​ກ່ຽວ​ກັບ​ ການ​ສໍາ​ຫລວດການ​​ນໍາພາ​ ລວມຂອງ​ຄະນະ ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ X ໃນ​ຖານະ​ທີ່​ເປັນ​ອົງການ​ນໍາ​ສູງ​ສຸດ ໃນລະຫວ່າງສອງ ກອງປະຊຸມໃຫຍ່ຂອງພັກ ​​ເຊິ່ງໄດ້​ເສີມ​ຂະຫຍາຍມູນ​ເຊື້ອ​ ສາມັກຄີເປັນເອກະພາບ ພາຍ​ໃນ​ຢ່າງ​ໜັກ​ແໜ້ນ, ເຊີດ​ຊູ​ຄວາມ​ຮັບຜິດຊອບ​ ທາງການ​ເມືອງ ຕໍ່​ພາລະກິດ​ປະຕິວັດ ແລະ ຊະ​ຕາ​ກໍາ​ຂອງ​ປະ​ເທດ​ຊາດ​ ​ເຮັດໃຫ້​​ຄວາມ​ສາມາດ​ນໍາພາ​ ​ແລະ ລັກສະນະ​ເປັນແບບຢ່າງ ນຳໜ້າຂອງ​ພັກເຮົາໄດ້ຮັບການ​ຍົກ​ສູງ​ຂຶ້ນຕື່ມ.

ຫວຽດນາມສະແດງຄວາມເດັດດ່ຽວ, ຢຶດໝັ້ນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ ເກາະຢ່າງໝັ້ນຄົງ ຫວຽດນາມສະແດງຄວາມເດັດດ່ຽວ, ຢຶດໝັ້ນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ ເກາະຢ່າງໝັ້ນຄົງ

ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021.

ນັກສຶກສາລາວ: 4 ປີທີ່ດໍາລົງຊີວິດ ແລະຮໍ່າຮຽນຢູ່ຮ່າຕິ້ງ ນ້ອງ ຮູ້ສຶກຮັກຫອມດິນແດນແຫ່ງນີ້ ແລະຮັກແພງປະຊາຊົນຢູ່ທີ່ນີ້ຫຼາຍກວ່າ ນັກສຶກສາລາວ: 4 ປີທີ່ດໍາລົງຊີວິດ ແລະຮໍ່າຮຽນຢູ່ຮ່າຕິ້ງ ນ້ອງ ຮູ້ສຶກຮັກຫອມດິນແດນແຫ່ງນີ້ ແລະຮັກແພງປະຊາຊົນຢູ່ທີ່ນີ້ຫຼາຍກວ່າ

10 ກວ່າປີຜ່ານມາ, ມະຫາວິທະຍາໄລຮ່າຕິ້ງ ສສ.ຫວຽດນາມ ໄດ້ກາຍເປັນສະຖານທີ່ບໍາລຸງສ້າງທີ່ດຶງດູດນັກສຶກສາລາວ ມາສຶກສາຮໍ່າຮຽນ, ຈາກແຫຼ່ງບໍາລຸງສ້າງນີ້ມີນັກສຶກສາລາວ ຮຸ່ນຕ່າງໆໄດ້ເຕີບໃຫຍ່ຂະຫຍາຍຕົວ, ນັກສຶກສາລາວຫຼາຍຄົນມີວຽກເຮັດງານທໍາຖືກຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ.

ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ

ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສົມດັ່ງຄວາມມຸ່ງມາດປາຖະໜາ ແລະຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການພົວພັນມິດຕະພາບລະຫວ່າງບັນດາປະເທດອາຊຽນ, ຍົກສູງຖານະບົດບາດຂອງແຕ່ລະປະເທດ ແລະທັງປະຊາຄົມອາຊຽນຢູ່ເວທີສາກົນ.

ໄຊພອນ

ເຫດການ
302 Found

Found

The document has moved here.