ສື່ມວນຊົນ ສິງກະໂປ: Fansipan ແມ່ນສະຖານທີ່ທ່ອງທ່ຽວໃນທ້າຍປີ 2022 | |
ຫວຽດນາມ ໄດ້ເຊີດຊູໃນ 16 ລາງວັນການທ່ອງທ່ຽວແຖວໜ້າໂລກ ຂອງ World Travel Awards 2022 |
![]() |
ພາບປະກອບ |
ເຫດການເພື່ອແນໃສ່ແນະນຳຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນພົ້ນເດັ່ນຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ບໍລິເວນແຂວງ ກອນຕຸມ ເວົ້າສະເພາະ ແລະ ເຂດໄຕງວຽນ ເວົ້າລວມ ສູ່ເພື່ອນມິດ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.
ທ່ານ ຟ້າມວັນທັ໊ງ, ຮອງປະທານຄະນະກຳມະການປະຊາຊົນເມືອງກອນປລົງ, ແຂວງກອນຕຸມ ໃຫ້ຮູ້ວ່າ: ນີ້ແມ່ນລາຍການພິເສດຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ກອນຕຸມ. ທາງເມືອງພ້ອມກັບບັນດານັກອອກແບບ, ນັກສະສົມວັດທະນະທຳຂອງເຂດໄຕງວຽນ ໄດ້ຈັດພື້ນທີ່ວັດທະນະທຳ ໄຕງວຽນ ຢູ່ມັງແດນ ເຊິ່ງໄດ້ຮັບການຕີລາຄາສູງຈາກແຂກທ່ອງທ່ຽວ. ໃນໄລຍະຈະມາເຖິງ, ທາງເມືອງຈະອະນຸລັກກໍ່ຄືເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ ເຮັດແນວໃດເພື່ອໃຫ້ແຂກທ່ອງທ່ຽວຢູ່ທຸກເຂດພາກ ແລະ ຕ່າງປະເທດມາລົງພຶດຕິກຳຕົວຈິງ, ຮູ້ສຶກໄດ້ເຖິງວັດທະນະທຳຂອງໄຕງວຽນ.
ເຫດການໄດ້ຈັດຂຶ້ນນັບແຕ່ວັນທີ 26 ຫາວັນທີ 31 ທັນວາ, ສັບປະດາວັດທະນະທຳ - ການທ່ອງທ່ຽວມັງແດນ ປີ 2022 ໄດ້ຈັດບັນດາການເຄື່ອນໄຫວຄື: ງານວາງສະແດງວັດທະນະທຳຮີດຄອງປະເພນີ ໄຕງວຽນ, ການສະແດງເຄື່ອງດົນຕີພື້ນເມືອງ; ວາງສະແດງ, ແນະນະບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະ ອາຫານການກິນ…
ໄຊພອນ