ສືບ​ຕໍ່​ປະ​ຕິ​ບັດຄວາມ​ໃຝ​່​ຝັນ​ຫັນ​ເປັນ​ດີ​ຈີ​ຕອນ​ ຢູ່ ຫວຽດ​ນ​າມ ໃຫ້​ເປັນ​ຈິງ

07:27 | 06/02/2022

ຕາມການຕີລາຄາຂອງນັກຊ່ຽວຊານຫຼາຍທ່ານແລ້ວ, ບໍ່ເຄີຍມີເວລາໃດທີ່ການຫັນເປັນດີຈີຕອນຢູ່ ຫວຽດນາມ ພັດໄດ້ຮັບຄວາມເອົາໃຈໃສ່, ລົງທຶນ ແລະ ຊຸກຍູ້ຢ່າງແຮງຄືໃນໄລຍະຜ່ານມາ. ພັກ, ລັດ ແລະ ລັດຖະບານ ຫວຽດນາມ ໄດ້ຍົກອອກຫຼາຍແຜນນະໂຍບາຍ, ກຳນົດທິດ ແລະ ມາດຕະການສຳຄັນແກ່ການຫັນເປັນດີຈີຕອນ, ໃນຂະນະທີ່ບັນດາອົງການຈັດຕັ້ງຂອງລັດ, ປະຊາຄົມວິສາຫະກິດ ແລະ ປະຊາຊົນຕັ້ງໜ້າຕອບສະໜອງ ແລະ ຜັນຂະຫຍາຍ.

ຈຳ​ນວນເງິນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ ຈຳ​ນວນເງິນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ
ສາຍການ​ບິນ​ຫວຽດ​ນາມ ເລີ່ມ​ຖ້ຽວ​ບິນ​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ ເອີ​ລົບ ແລະ ຫວຽດ​ນາມ ສາຍການ​ບິນ​ຫວຽດ​ນາມ ເລີ່ມ​ຖ້ຽວ​ບິນ​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ ເອີ​ລົບ ແລະ ຫວຽດ​ນາມ
ພາບປະກອບ: tuyengiao.vn
ພາບປະກອບ: tuyengiao.vn

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດວ່າ ການຫັນເປັນດີຈີຕອນ ແມ່ນກຳລັງໜູນຂອງການພັດທະນາເສດຖະກິດຂອງປະເທດຊາດ. ຕາມການກຳນົດທິດນີ້, ເດືອນພຶດສະພາ 2021, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດພັດທະນາລັດຖະບານດີຈີຕອນ, ມຸ່ງໄປເຖິງລັດຖະບານດີຈີຕອນ ໄລຍະ 2021 – 2025, ວິໄສທັດຮອດປີ 2030. ຖັດຈາກນັ້ນ, ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານສ້າງຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານດີຈີຕອນໃຫ້ສົມບູນແບບ. ຫວ່າງມໍ່ໆມານີ້, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ກໍໄດ້ຍື່ນສະເໜີ ຮ່າງຍຸດທະສາດພັດທະນາເສດຖະກິດດີຈີຕອນ, ສັງຄົມຕໍ່ລັດຖະບານ ດ້ວຍເນື້ອໃນກວມລວມ, ກຳນົດທິດຫັນເປັນດີຈີຕອນໃນຂົງເຂດຕ່າງໆ, ພິເສດແມ່ນ 8 ຂົງເຂດທີ່ໃຫ້ບຸລິມະສິດຫັນເປັນດີຈີຕອນ. ນີ້ໄດ້ຮັບການຕີລາຄາວ່າ ແມ່ນບັນດາບາດກ້າວທີ່ມີລັກສະນະກຳນົດທິດ ແລະ ແມ່ນມາດຕະການສຳຄັນ, ພ້ອມທັງແມ່ນກຳລັງໜູນທີ່ໃຫຍ່ຫຼວງສຳລັບຂະບວນການຫັນເປັນດີຈີຕອນຢູ່ ຫວຽດນາມ. ປະສິດທິຜົນທີ່ໄດ້ຮັບການຮັບຮອງໃນຕົວຈິງ ແມ່ນການຫັນເປັນດີຈີຕອນໄດ້ມີຄວາມຄືບໜ້າຢ່າງຕັ້ງໜ້າ, ໂດຍສະເພາະແມ່ນການຮັບຮູ້. ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນຮຸຍຢຸງ ຢັ້ງຢືນວ່າ:

“ການຫັນເປັນດີຈີຕອນໃນປີ 2021, ໃນເບື້ອຕົ້ນແມ່ນບັນລຸໄດ້ບາງໝາກຜົນສຳຄັນ. ຈະແຈ້ງທີ່ສຸດແມ່ນຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນໃນອົງການຈັດຕັ້ງລັດ, ວິສາຫະກິດ ແລະ ປະຊາຊົນ ໄດ້ຮັບການຍົກສູງຂຶ້ນ. ເຕັກໂນໂລຢີດີຈີຕອນໄດ້ເຊື່ອມຊຶມເຂົ້າໃນການເຄື່ອນໄຫວຂອງລັດຖະບານ, ຂະແໜງການເສດຖະກິດ ແລະ ສັງຄົມ ເທື່ອລະກ້າວ”.

ສິ່ງທີ່ໜ້າສົນໃຈແມ່ນ ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ຄວາມມານະພະຍາຍາມຫັນເປັນດີຈີຕອນພັດໄດ້ຮັບການເພີ່ມທະວີຄວາມໄວໃນເກືອບທຸກຂັ້ນ ແລະ ທຸກຂົງເຂດ. ການຫັນເປັນດີຈີຕອນ ນັບມື້ນັບເຂົ້າສູ່ລ່ວງເລິກໃນທຸກດ້ານຂອງຊີວິດ, ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ, ພົ້ນເດັ່ນແມ່ນໃນບັນດາຂົງເຂດເສດຖະກິດ, ການສຶກສາ, ການຄ້າເອເລັກໂຕນິກ ຫຼືການຄຸ້ມຄອງລັດ… ທ່ານ ຫງວຽນວັນຄວາ, ປະທານສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ຕີລາຄາວ່າ:

“ການຫັນເປັນດີຈີຕອນພວມສ້າງການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນທຸກຂົງເຂດ. ຕົວຢ່າງຄືຢູ່ ດ່າໜັງ, ປະຊາຊົນສາມາດເຮັດລະບຽບການລົງທະບຽນຊື້ໄຟຟ້າດ້ວຍການປະຕິບັດບາງຂັ້ນຕອນທີ່ງ່າຍໆໃນໂທລະສັບມືຖືສະມາດໂຟນ. ຢູ່ລ້າງເຊີນ, ນາຍບ້າຍໄດ້ກາຍເປັນຫົວໜ້າກຸ່ມເຕັກໂນໂລຢີວົງຄະນະຍາດ, ແນະນຳພໍ່ແມ່ປະຊາຊົນພັດທະນາຫ້າງຮ້ານເປັນດີຈີຕອນ, ຊ່ວຍຍົກລາຍຮັບຂາຍຜະລິດຕະພັນກະເສດແບບອອນລາຍເພີ່ມຂຶ້ນທົບ 174ເທົ່າ. ຢູ່ ກວາງນິງ, ເຈົ້າແຂວງນັ່ງຢູ່ຫ້ອງເຮັດວຽກສາມາດເຂົ້າໃນລະບົບ ແລະ ກຳໄດ້ຂັ້ນຕອນ, ຄວາມຄືບໜ້າຂອງການແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດແຕ່ຂັ້ນຕາແສງຂຶ້ນໄປ”.

ເຖິງຢ່າງໃດກໍຕາມ, ໃນເວທີປາໄສຂັ້ນສູງກ່ຽວກັບການຫັນເປັນດີຈີຕອນຢູ່ ຫວຽດນາມ ແບບທາງໄກ ດ້ວຍຫົວຂໍ້: “ເພີ່ມຄວາມໄວໃນການຫັນເປັນດີຈີຕອນ - ມຸ່ງໄປເຖິງ ຫວຽດນາມ ດີຈີຕອນ” ເຊິ່ງຈັດຂຶ້ນໃນຕົ້ນເດືອນ ທັນວາ 2021, ມີນັກຊ່ຽວຊານຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ ການຫັນເປັນດີຈີຕອນຢູ່ ຫວຽດນາມ ຍັງມີສິ່ງທ້າທາຍຫຼາຍຢ່າງ. ພາຍຫຼັງ “ປີຫັນເປັນດີຈີຕອນແຫ່ງຊາດ 2020”, ຫວຽດນາມ ຫາກໍຢູ່ໃນໄລຍະຕົ້ນໆຂອງວິວັດການເລີ່ມເຄື່ອນໄຫວໂຄງການຫັນເປັນດີຈີຕອນ. ເພາະສະນັ້ນ, ຄວນມາຄວາມມານະພະຍາຍາມຫຼາຍກວ່າອີກ ຈຶ່ງຈະສາມາດຍາດແຍ່ງກາລະໂອກາດຫັນເປັນດີຈີຕອນ, ປະຕິບັດສຳເລັດເປົ້າໝາຍ ແລະ ຄວາມໃຝ່ຝັນຫັນເປັນດີຈີຕອນ. ໃນນັ້ນ, ບາດບາດສຳຄັນທີ່ສຸດແມ່ນຢູ່ນຳວິສາຫະກິດເຕັກໂນໂລຢີດີຈີຕອນ. ນີ້ກໍແມ່ນຄວາມປາດຖະໜາຂອງທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໃນເວທີປາໄສແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ດ້ວຍຫົວຂໍ້ “ຫັນເປັນດີຈີຕອນ - ກຳລັງໜູນຟື້ນຟູ ແລະ ພັດທະນາເສດຖະກິດ” ທີ່ຫາກໍຈັດຂຶ້ນຫວ່າງມໍ່ໆນີ້.

“ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຈົ່ງຮັບເອົາຄວາມຮັບຜິດຊອບພັດທະນາບັນດາພື້ນຖານຫັນເປັນດີຈີຕອນແຫ່ງຊາດ. ການຮັບເອົາການພັດທະນາບັນດາພື້ນຖານດີຈີຕອນນີ້ແມ່ນຮັບພາລະກຳຂອງຊາດ. ເພາະວ່າ ບັນດາພື້ນຖານນີ້ ແມ່ນໂຄງລ່າງຂອງພື້ນຖານເສດຖະກິດດີຈີຕອນ ແລະ ບໍ່ພຽງແຕ່ເທົ່ານັ້ນ, ມັນຍັງຮັກສາຊັບພະຍາກອນທາງຂໍ້ມູນຂອງຊາວ ຫວຽດນາມ. ບັນດາພື້ນຖານດີຈີຕອນນີ້ ຈະຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດດີຈີຕອນໂດຍໄວ, ສ້າງກຳລັງໜູນແກ່ການເຕີບໂຕແບບຍືນຍົງ, ເພື່ອປະເທດ ຫວຽດນາມ ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045”.

ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແມ່ງຮຸ່ງ ຢັ້ງຢືນວ່າ ປີ 2022 ແມ່ນປີຊຸກຍູ້ການຫັນເປັນດີຈີຕອນຢ່າງແຮງໃນທຸກດ້ານໃນຂອບເຂດທົ່ວປະເທດ, ທົ່ວປວງຊົນ ແລະ ຮອບດ້ານ. ການຫັນເປັນດີຈີຕອນຕ້ອງສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຮງໃນທຸກຂັ້ນ, ທຸກຂົງເຂດ, ເພື່ອເປົ້າໝາຍກໍ່ສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ບັນລຸ 30% GDP ໃນປີ 2030 ແລະ ຫວຽດນາມ ນອນໃນກຸ່ມ 50 ປະເທດແຖວໜ້າໂລກ ແລະ ຢືນອັນດັບທີ 3 ໃນພາກພື້ນ ອາຊຽນ ກ່ຽວກັບການຫັນເປັນດີຈີຕອນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.