ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ: ຜູ້​ຮັບ​ເໝົາ​ກໍ່​ສ້າງ ຫວຽດ​ນາມ ຕ້ອງ​ບືນ​ຕົວ​ຂຶ້ນ​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ

23:00 | 07/07/2022

ໃນສະພາບການປະຕິວັດອຸດສາຫະກຳ 4.0 ແລະ ການຫັນເປັນດີຈີຕອນພວມດຳເນີນໄປຢ່າງແຮງ, ຂະແໜງກໍ່ສ້າງ ຫວຽດນາມ ຕ້ອງເສີມຂະຫຍາຍນ້ຳໃຈສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ສູ້ຊົນພັດທະນາໃຫ້ທຽບເທົ່າກັບບັນດາປະເທດກ້າວໜ້າ.

ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ
ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 40 ປີ ແລະ ກະກຽມກອງປະຊຸມໃຫຍ່ຄັ້ງທີ IX, ອາຍຸການ 2022 – 2027 ຂອງ ສະມາຄົມໃຫຍ່ກໍ່ສ້າງ ຫວຽດນາມ, ຕອນບ່າຍວັນທີ 5 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນຜູ້ຕາງໜ້າໃຫ້ແກ່ສະມາຊິກສະມາຄົມ, ໝູ່ຄະນະ, ສ່ວນບຸກຄົນຫຼາຍກວ່າ 7000 ຄົນຂອງສະມາຄົມໃຫຍ່ກໍ່ສ້າງ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ ໃນສະພາບການປະຕິວັດອຸດສາຫະກຳ 4.0 ແລະ ການຫັນເປັນດີຈີຕອນພວມດຳເນີນໄປຢ່າງແຮງ, ຂະແໜງກໍ່ສ້າງ ຫວຽດນາມ ຕ້ອງເສີມຂະຫຍາຍນ້ຳໃຈສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ສູ້ຊົນພັດທະນາໃຫ້ທຽບເທົ່າກັບບັນດາປະເທດກ້າວໜ້າ, ຜູ້ຮັບເໝົາກໍ່ສ້າງ ຫວຽດນາມ ຕ້ອງບືນຕົວຂຶ້ນປະຕິບັດບັນດາກິດຈະກຳຢູ່ປະເທດຕ່າງໆໃນໂລກ; ລະດົມຖັນແຖວນັກວິທະຍາສາດ ແລະ ນັກຊ່ຽວຊານຢູ່ພາຍໃນປະເທດ, ດຶງດູດຖັນແຖວປັນຍາຊົນຊາວ ຫວຽດນາມ ຢູ່ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼາຍ ເພື່ອຍົກສູງຄຸນນະພາບການເຄື່ອນໄຫວ, ປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງກໍ່ສ້າງເວົ້າສະເພາະ ແລະ ຂອງປະເທດຊາດເວົ້າລວມ.

ວີ​ໂອ​ວີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເຫດການ
302 Found

Found

The document has moved here.