ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຈັດ​ຕັ້ງ​ກອງ​ປະ​ຊຸມໃຫຍ່ ສະພາສັນ​ຕິ​ພາບໂລກ

15:56 | 29/11/2022

ຍ​ສໝ - ທ່ານ Fernando Gonzalez Llort ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ນັກ​ວິ​ລະ​ຊົນ ສ.ກຸຍ​ບາ, ປະ​ທານ​ສະ​ຖາ​ບັນ​ກຸຍ​ບາ ມິດ​ຕະ​ພາບ​ກັບ​ບັນ​ດາ​ຊົນ​ຊາດ (ICAP) ກ່າວ​ຄຳ​ເຫັນ​ຄື​ດັ່ງ​ກ່າວ​ຢູ່​ການ​ພົບ​ປະ​ກັບ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອ​ງາ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ ຫວຽດ​ນາມ (VUFO) ໃນ​ວັນ​ທີ 19 ພະ​ຈິກ ເນື່ອງ​ໃນ​ໂອ​ກາດ​ມາ​ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ຄັ້ງ​ທີ 22 ຂອງ ສະພາສັນ​ຕິ​ພາບໂລກ.

ເສ​ດ​ຖະ​ກິດ​ຫວຽດ​ນາມ ມີ​ສັນ​ຍານ​ຕັ້ງ​ໜ້າຫຼາຍ​ຢ່າງ ໃນ​ເດືອນ ຕຸ​ລາ ແລະ 10 ເດືອ​ນປີ 2022 ເສ​ດ​ຖະ​ກິດ​ຫວຽດ​ນາມ ມີ​ສັນ​ຍານ​ຕັ້ງ​ໜ້າຫຼາຍ​ຢ່າງ ໃນ​ເດືອນ ຕຸ​ລາ ແລະ 10 ເດືອ​ນປີ 2022
ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝ​ັ້ນ​ສັນ​ຍາ​ຢ່າງ​ແຮງ​ເພື່ອ​ແກ້​ໄຂ​ບັດ​ເຫຼືອງ IUU ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝ​ັ້ນ​ສັນ​ຍາ​ຢ່າງ​ແຮງ​ເພື່ອ​ແກ້​ໄຂ​ບັດ​ເຫຼືອງ IUU
ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຈັດ​ຕັ້ງ​ກອງ​ປະ​ຊຸມໃຫຍ່ ສະພາສັນ​ຕິ​ພາບໂລກ
ການ​ຕ້ອນ​ຮັບ

ທ່ານ​ກ່າວ​ວ່າ: ຫວຽດ​ນາມ ໄດ້​ເສຍ​ສະຫຼະ​ຊີ​ວິດ ແລະ ສູນເສຍຫຼາຍ​ຢ່າງ​ເພື່ອ​ຮັກ​ສາ​ພື້ນ​ຖານ​ສັນ​ຕິ​ພາບ ແລະ ມີຫຼາຍ​ບົດ​ຮຽນ​ປະ​ສົບ​ການໃນ​ການ​ຕໍ່​ສູ້​ເພື່ອ​ສັນ​ຕິ​ພາບ. ກຸຍ​ບາ ສະ​ໜັບ​ສະ​ໜູນ ເລື່ອງ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 22 ສະ​ພາ​ສັນ​ຕິ​ພາບ ໂລກ.

ໂດຍ​ຂ່ຳ​ນັບ​ຮັບ​ຕ້ອນ​ສະ​ຫາຍ Fernando Gonzalez Llort ແລະ ຄະ​ນະ​ຜູ້​ແທນ ສ.ກຸຍ​ບາ, ທ່ານ​ນາງ ປະ​ທານ ຫງວຽນ​ເຟືອງ​ງາ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຄັ້ງ​ທຳ​ອິດໃນ​ປະ​ຫວັດ​ສາດ 72 ປີ​ແຫ່ງວັນ​ສ້າງ​ຕັ້ງ ແລະ ພັດ​ທະ​ນາຂອງ​ສະ​ພາສັນ​ຕິ​ພາບ​ໂລກ, ຫວຽດ​ນາມ ເປັນ​ກ​ຽດ​ເປັນເຈົ້າພາບຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່.

“ກຸຍ​ບາ ແມ່ນ​ສະ​ມາ​ຊິກ​ຕັ້ງ​ໜ້າ​ຂອງ​ສະ​ພາສັນ​ຕິ​ພາບ​ໂລກ. ເລື່ອງ​ມີ​ໜ້າ​ຂອງ​ຄະ​ນະ​ຜູ້​ແທນ ສ.ກຸຍ​ບາ, ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ ICAP ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 22, ພ້ອມ​ທັງ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ICAP, VUFO ແລະ ປະ​ຊາ​ຊົນສອງ​ປະ​ເທດ ຫວຽດ​ນາມ - ກຸຍບາ” ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ໃຫ້​ຮູ້.

ຢູ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ຫວນ​ຄືນ​ການ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ, ສະ​ໜິດ​ຕິດ​ພັນ​ບໍ​ລິ​ສຸດ​ຜຸດ​ຜ່ອງ ລະ​ຫວ່າງ​ສອງ​ຊາດ, ແລກ​ປ່ຽນ​ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຮັບ​ຜິດ​ຊອບສົ່ງຕໍ່​ນ້ຳ​ໃຈ​ມິດ​ຕ​ະ​ພາບ​ນີ້​ໄປ​ຍັງ​ຄົ​ນ​ລຸ້ນ​ໜຸ່ມສອງ​ປະ​ເທດ. ທ່ານ Fernando Gonzalez Llort ໃຫ້​ຮູ້​ວ່າ:

ຊາວ​ໜຸ່ມ​ສອງ​ປະ​ເທດ​ຄວນ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ປະ​ຫວັ​ດ​ສາດ​ການ​ພົວ​ພັນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ, ພັດ​ທະ​ນາ​ການ​ພົວ​ພັນ​ນີ້​ໃນ​ອະ​ນາ​ຄົດ. ພວກ​ເຮົາ​ຫວັງ​ວ່າ ຈະ​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ພົບ​ປະ​ໃຫ້​ແກ່​ເດັກ​ນ້ອຍ​ສອງ​ປະ​ເທດ​ນັບ​ແຕ່​ຂັ້ນ​ສູນ​ກາງ ລົງ​ຮອດ​ບັນ​ດາ​ແຂວງ, ນະ​ຄອນ, ເຂດ​ພາກ​ຕາມ​ຮູບ​ແບບ​ໂດຍ​ກົງ ແລະ ທາງ​ອ້ອມ. ພິ​ເສດ​ໃນ​ປີ 2023, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ທ່ານປະ​ທານ​ Fidel Castro ມາ​ຢ້ຽມ​ຢາມ​ເຂດ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ (9/1973-9/2023),), ຄາດ​ວ່າ​ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ Havana ຂອງ ກຸ​ຍ​ບາ ແລະ ນັກ​ສຶກ​ສາ ຫວຽດ​ນາມ…

ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງ​ວຽ​ນ​ເຟື​ອງ​ງາ ສະ​ແດງ​ການ​ສະ​ໜັບ​ສະ​ໜູນ ຕໍ່​ຂໍ້​ສະ​ເໜີ​ຂອງທ່ານ​ປະ​ທານ ICAP Fernando Gonzalez Llort ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ສຶກ​ສາ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ໄວ​ໜຸ່ມ​ສອງ​ປະ​ເທດ.

ທ່ານ​ນາງ​ປະ​ທານ​ ຫງວຽນ​ເຟືອງ​ງາ ໃຫ້​ຮູ້​ວ່າ ປີ 2023 ຫວ​ຽດ​ນາມ​ຈະ​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ສົມ​ກັບ​​ທີ່​ຕັ້ງ​ບົດ​ບາດ ແລະ ຄວາມ​ໝາຍ​ຂອງ​ເຫດ​ການ ການ​ນຳ​ກຸຍ​ບາ ມາ​ຢ້ຽ​ມ​ຢາມ​ເຂດ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ, ໃນ​ນັ້ນ​ມີຫຼາຍ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ບັນ​ດາ​ໂຮງ​ຮຽນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.