ຫວຽນາມ​ທົບ​ທວນ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້ຕົກ​ລົງລະ​ດັບ​ໂລກ​ກ່ຽວ​ກັບ​ການ​ເຄື່ອນຍ້າຍ​ຖິ່ນ​ຖານ​ຕາມ​ກົດ​ໝາຍ, ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ

07:07 | 27/11/2021

ຍສໝ - ຫວ່າງແລ້ວນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ປະ​ສານ​ກັບ​ອົງ​ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານ​ສາ​ກົນ (IOM) ຈັດ​ຕັ້ງ​ກອງ​ປະ​ຊຸມ​ທົບ​ທວນ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ລະ​ດັບ​ໂລກ​ກ່ຽວ​ກັບ​ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານຕາມ​ກົດ​ໝາຍ, ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ (ຂໍ້​ຕົກ​ລົງ GCM) ຕາມ​ຮູບ​ແບບ​ໂດຍ​ກົງ​ປະ​ສົມ​ປະ​ສານ​ກັບ​ທາງ​ໄກ​ອອນ​ລາຍ.

ການ​ເປີດ​ຕົວ​​ຖານຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ກ່ຽວ​ກັບ​ການ​ຕ້ານ, ສະ​ກັດ​ກັ້ນ “ຂີ​ເຫຍື້ອ​ໂທ​ລະ​ຄົມ​ມະ​ນາ​ຄົມ” ການ​ເປີດ​ຕົວ​​ຖານຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ກ່ຽວ​ກັບ​ການ​ຕ້ານ, ສະ​ກັດ​ກັ້ນ “ຂີ​ເຫຍື້ອ​ໂທ​ລະ​ຄົມ​ມະ​ນາ​ຄົມ”
ເຂົ້າ​​ປະກວດ ຫວຽດ​ນາມ ນຳ​ໜ້າ Top 5 ກ່ອນ​ການ​ຈັດ​ຕັ້ງ​ນາງ​ງາມ​ສັນ​ຕິ​ພາບໂລກ ປີ 2021 ເຂົ້າ​​ປະກວດ ຫວຽດ​ນາມ ນຳ​ໜ້າ Top 5 ກ່ອນ​ການ​ຈັດ​ຕັ້ງ​ນາງ​ງາມ​ສັນ​ຕິ​ພາບໂລກ ປີ 2021
ຫວຽນາມ​ທົບ​ທວນ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້ຕົກ​ລົງລະ​ດັບ​ໂລກ​ກ່ຽວ​ກັບ​ການ​ເຄື່ອນຍ້າຍ​ຖິ່ນ​ຖານ​ຕາມ​ກົດ​ໝາຍ, ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ
​ທ່ານ​ ໂຕ່ ແອັງ ຢຸ໊ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ. ພາບ: TTXVN

ກອງ​ປະ​ຊຸມ​ແນ​ໃສ່​ເພື່ອ​ທົບ​ທວນ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ GCM ຕາມ​ຂໍ້​ຕົກ​ລົງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ; ສົນ​ທະ​ນາ​ວ່າ​ດ້ວຍ​ວິ​ທີ​ທາງ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຈັດ​ຕັ້​ງປະ​ຕິ​ບັດຂໍ້​ຕົກ​ລົງ GCM, ກໍ​ຄື​ການ​ແລກ​ປ່ຽນ​ກ່ຽວ​ກັບ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສົນ​ທະ​ນາ​ທົບ​ທວນ​ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານ​ສາ​ກົນ (IMRF) ທີ່​ຈະ​ດຳ​ເນີນ​ຢູ່​ນິວຢອກ (ອາ​ເມ​ລິ​ກາ) ໃນ​ເດືອນພຶດ​ສ​ະ​ພາ 2022.

ກ່າວ​ເປີດພິ​ທີ ແລະ ມີ​ຄຳ​ເຫັນ​ໂດຍ​ທ່ານ​ ໂຕ່ ແອັງ ຢຸ໊ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຊຶ່ງ​ຢືນ​ຢັນ​ວ່າ​ກະ​ຊວງ​, ອົງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດ​ນາມ ໄດ້​ຕັ້ງ​ໜ້າ, ເປັນ​ເຈົ້າ​ການໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ເຖິງວ່າ​ຍັງ​ພົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ທາງ​ດ້ານ​ເງື່ອນ​ໄຂ ແລະ ແຫຼ່ງ​ກຳ​ລັງ, ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ອັນ​ລວມ​ຂອງ​ຫວຽດ​ນາມ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ GCM.

ທ່ານ ນາງ Park Mi-Hyung ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ອົງ​ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານ​ສາ​ກົນ ຕີ​ລາ​ຄາ​ສູງ​ຕໍ່​ກັບ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ຫວຽດ​ນາມ ໃນ​ຂະ​ບວນ​ການ​ສ້າງ, ພິ​ຈາ​ລະ​ນາຜ່ານ​ຂໍ້​ຕົກ​ລົງ GCM, ຄຳ​ໝັ້ນ​ສັນ​ຍາ​ທີ່​ໜັກ​ແໜ້ນ​ຂອງ​ຫວຽດ​ນາມ​ໃນ​ການ​ຊຸກ​ຍູ້​ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານ​ຕາມ​ກົດ​ໝາຍ, ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ພ້ອມ​ກັນ​ນັ້ນຍັງ​ຄາດ​ຫວັງ​ໃຫ້​ກອງ​ປະ​ຊຸມ​ສືບ​ຕໍ່​ທົບ​ທວນ, ອັບ​ເດດ​ຜົນ​ໄດ້​ຮັບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ກຳ​ນົດ​ສິ່ງ​ທ້າ​ທາຍ​ຕ່າງ​ໆ ແລະ ຂົງ​ເຂດ​ທີ່​ຕ້ອງ​ດຳ​ເນີນ​ໃຫ້​ສົມ​ບູນ​ແບບ​ໃນ​ໄລ​ຍະ​ເວ​ລາ​ຕໍ່​ໜ້າ ເພື່ອ​ກະ​ກຽມ​ເຂົ້າ​ຮ່ວມ​ເວ​ທີ​ສົນ​ທະ​ນາ IMRF ໃນ​ເດືອນ​ພຶດ​ສະ​ພາ 2022 ທີ່​ຈະ​ມາ​ເຖິງ​ນີ້.

ໄຊພອນ

ເຫດການ
302 Found

Found

The document has moved here.