ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ສັນ​ຕິ​ພາບ​ໂລກ ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ ຫວຽດ​ນ​າມ ໃນ​ສະ​ພາ​ສັນ​ຕິ​ພາບ​ໂລກ

07:30 | 23/11/2022

ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນ, ບົດບາດ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນຂະບວນການສ້າງສັນຕິພາບລວມຂອງມວນມະນຸດ. ນີ້ແມ່ນຂໍ້ສັງເກດຂອງຜູ້ແທນບາງທ່ານທີ່ເຂົ້າຮ່ວມກອງປະຊຸມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ຢ້​ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ​ຄັ້ງ​ທີ 40, 41 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຈະ​ຢ້​ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ​ຄັ້ງ​ທີ 40, 41
ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ
ພິທີໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ (ພາບ: VOV5)
ພິທີໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ (ພາບ: VOV5)

ທ່ານນາງ Monisha Rios, ຜູ້ແທນມາຈາກຄະນະກຳມະການສັນຕິພາບ Pueto Rico ຢັ້ງຢືນວ່າ:

“ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້. ຂ້າພະເຈົ້າຖືວ່າ ສຳລັບປະເທດພວກຂ້າພະເຈົ້າ ແມ່ນມີຫຼາຍສິ່ງຫຼາຍຢ່າງຕ້ອງຮຽນຮູ້ຈາກຫວຽດນາມ, ກ່ຽວກັບການສ້າງສາພັດທະນາປະເທດສັນຕິພາບ. ບົດບາດ, ທີ່ຕັ້ງ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນສະພາສັນຕິພາບໂລກ ແມ່ນມີຄວາມສຳຄັນທີ່ສຸດ”.

ທ່ານ Nuwan Kumarasinghe, ຜູ້ແທນຄະນະກຳມະການສັນຕິພາບສາມັກຄີ ສີລັງກາ ຖືວ່າ:

“ເປັນທີ່ຈະແຈ້ງແລ້ວວ່າ ການເຂົ້າຮ່ວມ, ການຮ່ວມມືຂອງ ຫວຽດນາມ ໃນສະພາສັນຕິພາບໂລກ ແມ່ນສຸດຍອດແທ້. ຫວຽດນາມ ໄດ້ເຂົ້າຮ່ວມ, ສະໜັບສະໜູນຢ່າງຕັ້ງໜ້າຕໍ່ບັນດາຂະບວນການສັນຕິພາບໂລກເປັນເວລາຫຼາຍປີ. ໃນອະນາຄົດ, ດ້ວຍບົດບາດ ແລະ ທີ່ຕັ້ງສາກົນທີ່ນັບມື້ນັບສູງຂອງຕົນ, ຫວຽດນາມ ຈະສືບຕໍ່ເປີດກວ້າງການເຄື່ອນໄຫວຂອງຕົນ, ປະກອບສ່ວນເຂົ້າໃນສະພາສັນຕິພາບໂລກ ໄດ້ຫຼາຍກວ່າອີກ”.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.