ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ

09:20 | 10/03/2022

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະຫນາຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ແມ່ນເສົາຄ້ຳ, ແມ່ນກຳລັງຫນູນຢ່າງແຮງໃນການພົວພັນລະຫວ່າງສອງປະເທດ ທີ່ພວມມີຄວາມບົ່ມຊ້ອນອັນໃຫຍ່ຫລວງ.

ຊອກ​ຫາ​ມາດ​ຕະ​ການ​ຜ່ານ​ຜ່າ​ວິ​ກິດ​ການ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ຢູ່ ລັດ​ເຊຍ ຊອກ​ຫາ​ມາດ​ຕະ​ການ​ຜ່ານ​ຜ່າ​ວິ​ກິດ​ການ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ຢູ່ ລັດ​ເຊຍ
ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ພາບ: TTXVN

ຕອນບ່າຍວັນທີ 8 ມີນາ, ກ່າວຄຳເຫັນທີ່ການຕ້ອນຮັບຄະນະນັກທຸລະກິດ ສະພາທຸລະກິດ ອາເມລິກາ -ອາຊຽນ (USABC), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະຫນາຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ແມ່ນເສົາຄ້ຳ, ແມ່ນກຳລັງຫນູນຢ່າງແຮງໃນການພົວພັນລະຫວ່າງສອງປະເທດ ທີ່ພວມມີຄວາມບົ່ມຊ້ອນອັນໃຫຍ່ຫລວງ. ທ່ານ ນາຍົກລັດຖະມົນຕີ ຢືນຢັນ: ຫວຽດນາມ ຍາມໃດກໍ່ຮັບຟັງຄຳເຫັນ, ຄຳແບ່ງປັນ, ການຮ່ວມເດີນທາງ ແລະ ພວມສືບຕໍ່ຜັນຂະຫຍາຍຫລາຍມາດຕະມການ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຫນູນຊ່ວຍ, ສ້າງເງື່ອນໄຂສະດວກທີ່ສຸດ, ຮັບປະກັນນະໂຍບາຍມະຫາພາກໃຫ້ມີສະຖຽນລະພາບ ແລະ ປະຕິບັດການປະຕິຮູບລະບຽບການບໍລິຫານຢ່າງມີປະສິດທິຜົນ ເພື່ອໃຫ້ນັກລົງທຶນຕ່າງປະເທດ, ໃນນັ້ນມີວິສາຫະກິດ ອາເມລິກາ ສືບຕໍ່ດຳເນີນທຸລະກິດຢ່າງມີສະຖຽນລະພາບ, ຍາວນານຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ ອາເມລິກາ ສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດຂອງ ຫວຽດນາມ ໄດ້ສຳຜັດກັບຕະຫຼາດຢ່າງສະດວກ, ຫຼີກລ້ຽງມາດຕະການປ້ອງກັນການຄ້າ ທີ່ອາດຈະສົ່ງຜົນເສຍຫາຍຕໍ່ປະຊາຊົນ ຫວຽດນາມ ແລະ ຜູ້ບໍລິໂພກ ອາເມລິກາ; ສືບຕໍ່ໜູນຊ່ວຍ ຢຸກຢາ, ວັກຊິນ ແລະ ຍົກສູງກຳລັງຄວາມສາມາດດ້ານການແພດໃຫ້ແກ່ ຫວຽດນາມ.

ບັນດາວິສາຫະກິດ USABC ກໍ່ໄດ້ຢັ້ງຢືນຄວາມປາດຖະໜາຢາກເພີ່ມທະວີການຮ່ວມມື, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດໃນຂົງເຂດ ຫັນປ່ຽນພະລັງງານ, ຫຼຸດຜ່ອນອາຍພິດກາກບອນ; ຫັນເປັນດີຈີຕອນ; ວັກຊິນ ແລະ ຢາປິ່ນປົວພະຍາດໂຄວິດ - 19, ຍົກສູງກຳລັງຄວາມສາມາດດ້ານການແພດໃຫ້ແກ່ ຫວຽດນາມ, ຄວາມສາມາດຮັບມືກັບໂລກລະບາດ; logistics.

vovworld.vn

ເຫດການ
302 Found

Found

The document has moved here.