ອັດ​ວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຢ້າວທົ່ວ​ປະ​ເທດ ​ຄັ້ງ​ທີ II

08:08 | 10/10/2022

ພາຍຫລັງດຳເນີນໄປດ້ວຍຫຼາຍການເຄື່ອນໄຫວສະແດງວັດທະນະທຳທີ່ພົ້ນເດັ່ນມາເປັນ 3 ວັນ, ວັນທີ 8 ຕຸລາ, ຢູ່ຫໍພິພິທະພັນວັດທະນະທຳບັນດາເຜົ່າຫວຽດນາມ (ນະຄອນທ໊າຍງວຽນ, ແຂວງທ໊າຍງວຽນ), ວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດ ຄັ້ງທີ II ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າຢ້າວ - ສະເໝີພາບ, ສາມັກຄີ, ເຊື່ອມໂຍງ ແລະພັດທະນາ” ໄດ້ອັດລົງ.

ແມ່​ຍິງ​ທີ່​ສຸມ​ຈິດ​ສຸມ​ໃຈ​ຕໍ່​ວຽກ​ງານ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ແມ່​ຍິງ​ທີ່​ສຸມ​ຈິດ​ສຸມ​ໃຈ​ຕໍ່​ວຽກ​ງານ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ
ພິທີອັດວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດ ຄັ້ງທີ II. ພາບ: ສໍານັກຂ່າວສານຫວຽດນາມ
ພິທີອັດວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດ ຄັ້ງທີ II. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນສະຫຼຸບວັນບຸນ, ທ່ານນາງ ຫງວຽນທິຫ໋າຍຍຸງ, ຫົວໜ້າກົມວັດທະນະທຳຊົນເຜົ່າ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ຮອງຫົວໜ້າຄະນະຈັດຕັ້ງວັນບຸນ ໄດ້ຕີລາຄາວ່າ ວັນບຸນໄດ້ຕອບສະໜອງຄວາມມຸ່ງຫວັງລວມຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ພິເສດແມ່ນພໍ່ແມ່ປະຊາຊົນເຜົ່າຢ້າວ ໃນຄອບຄົວ 54 ຊົນເຜົ່າ ຫວຽດນາມ. ຜ່ານນັ້ນ, ຍົກສູງຕື່ມອີກຄວາມຮູ້ ແລະສະຕິຄວາມຮັບຜິດຊອບຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຕໍ່ການອະນຸລັກຮັກສາມໍລະດົກວັດທະນະທຳຂອງຊາດ.

ບັນດາການເຄື່ອນໄຫວຢູ່ວັນບຸນໄດ້ດຳເນີນຢ່າງຟົດຟື້ນ, ເຕັມໄປດ້ວຍສີສັນວັດທະນະທຳຂອງຊົນເຜົ່າຢ້າວ, ວາດພາບບັນດາຄຸນຄ່າວັດທະນະທຳຊົນຊາດ ທີ່ຍັງຊ້ອນແຝງໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນ. ຈາກນັ້ນ, ຢັ້ງຢືນກຳລັງຊີວິດຢ່າງແຮງຂອງວັດທະນະທຳຊົນເຜົ່າຢ້າວ ໃນການພົວພັນແລກປ່ຽນ ແລະຫັນປ່ຽນ, ໃນທ່າອ່ຽງເຊື່ອມໂຍງ.

ຢູ່ພິທີອັດ, ຄະນະຈັດຕັ້ງວັນບຸນ ໄດ້ປະກາດບັນດາທິມຍາດລາງວັນຢູ່ບາງເນື້ອໃນຫຼັກໃນວັນບຸນ, ມອບທຸງເຈົ້າພາບຈັດຕັ້ງວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດ ຄັ້ງທີ III ໃນປີ 2027 ໃຫ້ແກ່ແຂວງລາວກາຍ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.