ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປ​ະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຂອງ ລັດ​ຖະ​ບານ

00:00 | 24/07/2023

ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຕ້ອງຍູ້ແຮງການປະຕິຮູບບໍລິຫານ, ເພີ່ມທະວີການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດ, ສ້າງກົງຈັກການຈັດຕັ້ງລັດໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ສືບຕໍ່ເປັນຈຸດສຸມ, ບຸກທະລຸຍຸດທະສາດໃນການສ້າງລັດແຫ່ງກົດໝາຍ ສັງຄົມນິຍົມ ຢູ່ ຫວຽດນາມ ໃນໄລຍະໃໝ່.

ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳການປະຕິຮູບບໍລິຫານຂອງລັດຖະບານ (ຄະນະຊີ້ນຳ), ເປັນປະທານກອງປະຊຸມຄັ້ງທີ 5 ຂອງຄະນະຊີ້ນຳ.

ກ່າວຄຳເຫັນທີ່ກອງປະຊຸມ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຕ້ອງຍູ້ແຮງການປະຕິຮູບບໍລິຫານ, ເພີ່ມທະວີການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດ, ສ້າງກົງຈັກການຈັດຕັ້ງລັດໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ສືບຕໍ່ເປັນຈຸດສຸມ, ບຸກທະລຸຍຸດທະສາດໃນການສ້າງລັດແຫ່ງກົດໝາຍ ສັງຄົມນິຍົມ ຢູ່ ຫວຽດນາມ ໃນໄລຍະໃໝ່.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປ​ະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຂອງ ລັດ​ຖະ​ບານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: TTXVN)

ໄລຍະຜ່ານມາ, ວຽກງານປະຕິຮູບດ້ານການບໍລິຫານ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ, ຄົບຊຸດ. ໝາກຜົນທີ່ບັນລຸໄດ້ ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບ, ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ປະຕິບັດ 3 ຂົງເຂດບຸລິມະສິດ ໃນການປະຕິຮູບດ້ານການບໍລິຫານ, ລວມມີ: ສຳຫຼວດກວດກາຄືນລະບົບເອກະສານນິຕິກຳ, ສຳຫຼວດກວດກາຄືນບັນດາລະບຽບການບໍລິຫານ, ສ້າງເງື່ອນໄຂໃຫ້ແກ່ການຍູ້ແຮງການຜະລິດດຳເນີນທຸລະກິດ, ການທຳມາຫາກິນຂອງປະຊາຊົນ, ຖືປະຊາຊົນ, ວິສາຫະກິດເປັນໃຈກາງເພື່ອສຸມໃສ່ແກ້ໄຂບັນດາບັນຫາຕິດຂັດໃນປັດຈຸບັນ.

ທ່ານນາຍົກລັດຖະມົນຕີ ມອບໜ້າທີ່ລະອຽດໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ຫົວໜ່ວຍທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດໂຄງການປະຕິຮູບດ້ານບໍລິຫານແຫ່ງລັດໄລຍະ 2021 – 2030 ຢ່າງມີປະສິດທິຜົນ, ຜ່ານນັ້ນ ນຳວຽກງານປະຕິຮູບ ບໍລິຫານ, ເປັນຕົ້ນແມ່ນການປະຕິຮູບລະບຽບການບໍລິຫານຕິດພັນກັບການຫັນເປັນດີຈີຕອນ ໄດ້ຮັບການຍູ້ແຮງ, ປະກອບສ່ວນປະຕິບັດບັນດາເປົ້າໝາຍ, ໜ້າທີ່ການເມືອງ, ເສດຖະກິດ - ສັງຄົມປີ 2023 ແລະ ໃນໄລຍະຈະມາເຖິງຢ່າງມີໄຊ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.