ຜັນຂະຫຍາຍການນຳມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດ | |
ໄຂກອງປະຊຸມຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII |
![]() |
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (ພາບ: baoquocte.vn) |
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ຫາກໍ່ຕາງໜ້າໃຫ້ກົມການເມືອງລົງລາຍເຊັນປະກາດໃຊ້ມະຕິກ່ຽວກັບການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ, ເຜີຍແຜ່ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ມະຕິໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນການສະຫຼຸບ ທິດສະດີ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງ, ເຕົ້າໂຮມພູມປັນຍາ, ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງທົ່ວພັກ, ທົ່ວບວງຊົນ ແລະ ທົ່ວກອງທັບ, ວາງອອກທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025…
ເພື່ອຜັນຂະຫຍາຍການປະຕິບັດບັນລຸຜົນສຳເລັດ, ກົມການເມືອງໄດ້ຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງຂອງພັກ ຖືການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ, ເຜີຍແຜ່ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກ ແມ່ນວຽກງານປະຈຳ, ຕ້ອງປະຕິບັດຢ່າງເຂັ້ມງວດ, ມີແບບມີແຜນ ແລະ ມີວິທະຍາສາດໃນຕະຫຼອດໄລຍະຂອງທັງອາຍຸການ.
ຕາມກົມການເມືອງແລ້ວ, ນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງປີ 2021 ແມ່ນການດຳລົງຊີວິດດ້ານການເມືອງຢ່າງເລິກເຊິ່ງ ເພື່ອໃຫ້ພະນັກງານ, ສະມາຊິກພັກແຕ່ລະຄົນລ້ວນແຕ່ກຳແໜ້ນ ແລະ ປະຕິບັດມະຕິຂອງພັກຢ່າງຖືກຕ້ອງ ແລະ ມີຫົວຄິດປະດິດສ້າງ .
ກົມການເມືອງກໍ່ເນັ້ນໜັກວ່າ ວຽກງານຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຕ້ອງໄດ້ຮັບການດຳເນີນຢ່າງຮີບດ່ວນ, ເຂັ້ມງວດ, ມີຄຸນນະພາບ, ສົມທົບລະຫວ່າງ ການຄົ້ນຄ້ວາດ້ວຍເອງ ກັບການຮັບຟັງການເຜີຍແຜ່, ເຊື່ອມຊືມ, ເນັ້ນໜັກເຖິງການເຮັດ ບັນດາບັນຫາໃໝ່, ຫຼັກແຫຼ່ງໃຫ້ຈະແຈ້ງ, ຍົກສູງບົດບາດຄວາມຮັບຜິດຊອບຂອງນັກລາຍງານ, ຜູ້ນຳໜ້າອົງຄະນະພັກໃນບົດລາຍງານຖ່າຍທອດມະຕິ.
![]() | ຜັນຂະຫຍາຍການນຳມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດ ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ ເລຂານຸການໃຫ່ຍສະພາທິດສະດີສູນກາງ, ກຳມະການປະຈຳໜ່ວຍບັນນາທິການເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເປັນຜູ້ບັນລະຍາຍການໂອ້ລົມທີ່ມີຫົວເລື່ອງ “ຈຸດສຸມໂຄສະນາກ່ຽວກັບມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ” |
![]() | ກອງປະຊຸມໃຫຍ່ຄັ້ງທີ 2 ປະສົບຜົນສຳເລັດຢ່າງຈົບງາມ ຍສໝ - ກອງປະຊຸມ ໄດ້ຮັດໃຫ້ແຈ້ງບາງບັນຫາເພື່ອເຫັນດີເປັນເອກະພາບໃນການຈັດຕັ້ງ, ຊີ້ນຳປະຕິບັດທີ່ກ່ຽວຂ້ອງໂຄງການດຳເນີນງານທົ່ວອາຍຸການຂອງຄະນະບໍລິຫານງານສູນການພັກຊຸດທີ 13 ແລະ ກ່ຽວກັບການແນະນຳບຸກຄະລາກອນການນຳຂອງອົງການແຫ່ງລັດ. |
![]() | ໄຂກອງປະຊຸມຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ກ່າວຄຳເຫັນໄຂກອງປະຊູມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ກອງປະຊຸມໄດ້ດຳເນີນໃນບັນຍາກາດທົ່ວປະເທດ ຫາກໍ່ຕ້ອນຮັບບຸນເຕັດ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພວມຕັ້ງໜ້າຜັນຂະຫຍາຍ ການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. |
vovworld.vn