ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ກ່ຽວກັບຄວາມໝາຍ, ຈຸດປະສົງ ແລະເນື້ອໃນຈຸດສຸມໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ.
ຍສໝ - ວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ໃຫ້ການຕ້ອນຮັບການນໍາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາອະດີດນັກສຶກສາ ຫວຽດນາມ ທີ່ຮໍ່າຮຽນຢູ່ສະຫະພັນ ລັດເຊຍ.
ຍສໝ - ເນື່ອງໃນໂອກາດສະຫາຍ ໂຕ່ເລີ່ມ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂດຍສະພາແຫ່ງຊາດຫວຽດນາມ ຊຸດທີ 15, ການນຳລາວ, ຈີນ, ກຳປູເຈຍ ໄດ້ສົ່ງໂທລະເລກ ແລະ ຈົດໝາຍຊົມເຊີຍ.
ຍສໝ - ເນື່ອງໃນໂອກາດປີໃໝ່ປີມະໂລງ 2024, ຕອນເຊົ້າວັນທີ 18 ກຸມພາ , ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຖະຫວາຍທູບທຽນ ແລະ ເຂົ້າຮ່ວມພິທີເລີ່ມການຂຽນເປີດປີໃໝ່ຢູ່ເຂດອະນຸສອນວິລະຊົນແຫ່ງຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງໃນໂລກ ຫງວຽນຈ້າຍ, ຢູ່ຕາແສງ ຍິເຄ, ເມືອງ ເທືອງຕິນ, ນະຄອນ ຮ່າໂນ້ຍ. ເຂົ້າຮ່ວມມີກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ສະຫາຍ ດິງຕຽນຢູງ.
ຍສໝ - ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 6-7 ມັງກອນນີ້. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ນັບແຕ່ເມື່ອທ່ານໄດ້ຮັບຕຳແໜ່ງ.
ຍສໝ - ຕອນບ່າຍວັນທີ 26 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ລົງນາມຂໍ້ຕົກລົງເລກທີ 1583/QD-CTN ກ່ຽວກັບການມອບຂອງຂວັນໃຫ້ແກ່ຜູ້ທີ່ມີຄູນງາມຄວາມດີຕໍ່ການປະຕິວັດເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ 2024.
Ngày 26/12, Chủ tịch nước Võ Văn Thưởng ký Quyết định số 1583/QĐ-CTN về việc tặng quà cho một số đối tượng có công với cách mạng nhân dịp Tết Nguyên đán Giáp Thìn năm 2024.
ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງ ຊົມເຊີຍບັນດາກຳລັງທະຫານ, ຕຳຫຼວດ, ການທູດໃນໄລຍະມໍ່ໆມານີ້ ໄດ້ປະຕິບັດບັນດາໜ້າທີ່ການເມືອງ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ ແລະ ຮອບດ້ານ.
ຍສໝ - ຕອນບ່າຍວັນທີ 18 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ແລະ ຄະນະຜູ້ແທນຂັ້ນສູງພັກປະຊາຊົນ ປະຕິວັດລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ ນາງ Pilar Méndez Jiménez ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແອັດສະປາຍ.
ຍສໝ - ເນື່ອງໃນໂອກາດທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສິ້ນສຸດການໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການໄປຢ້ຽມຢາມຄັ້ງນີ້.
ຍສໝ - ຕອນບ່າຍວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມແດນມາກ ຢ່າງເປັນທາງການ, ພາຍຫຼັງເດີນທາງມາຮອດ Copenhagen, ທ່ານຮອງປະທານປະເທດ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ (DAVIFO).
ຍສໝ - ສອງຝ່າຍພ້ອມກັນຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ ຄື ສປຊ ແລະ APEC...; ມານະພະຍາຍາມຮັກສາກຸ່ມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະໜັບສະໜູນ ລາວ ປະຕິບັດສໍາເລັດປີດຳລົງຕຳແໜ່ງປະທານອາຊຽນ 2024.
ຍສໝ - ຕອນບ່າຍວັນທີ 14 ພະຈິກ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ APEC 2023 ແລະ ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.
ຍສໝ - ທີ່ການຕ້ອນຮັບທ່ານນາງຄໍາເພົາ ເອີນທະວັນເອກອັກຄະລັດຖະທູດ ລາວ, ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍຄວາມຮັກແພງ ແລະ ຄວາມສະໜິດສະໜົມທີ່ມີຕໍ່ປະເທດ ແລະ ປະຊາຊົນ ຫວຽດນາມ, ທ່ານນາງເອກອັກຄະລັດຖະທູດ ຄໍາເພົາ ເອີນທະວັນ ຈະປະຕິບັດສຳເລັດໜ້າທີ່ການທູດຂອງຕົນ; ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 25 ຕຸລາ, ຢູ່ຫ້ອງການປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ: ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຫາກໍ່ໄດ້ລົງນາມໃນມະຕິຕົກລົງເລກທີ 1238/QD-CTN ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳກ່ຽວກັບອາຍາ ລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ອາກຊັງຕິນ ຕາມການສະເໜີຂອງລັດຖະບານ ໃນໃບສະເໜີສະບັບເລກທີ 523/TTr-CP ລົງວັນທີ 9 ຕຸລາ 2023.
ຍສໝ - ທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດສປປ.ລາວ, ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງການພົວພັນກັບລາວ, ຖືວ່າ ລາວແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດ.
ຍສໝ - ວັນທີ 6 ຕຸລາ 2013 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ລົງຢ້ຽມຢາມ ແລະພົບ ປະໂອ້ລົມ ປະຊາຊົນບ້ານບວມອໍ້ ເມືອງຊຽງເງິນ ແຂວງຫລວງພະບາງ.
ຍສໝ - ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫາກໍ່ລົງນາມໃນຂໍ້ຕົກລົງເລກທີ 1109 2023 QD-CTN ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍໃນບັນຫາອາຊະຍາກຳລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ເຊັກໂກ ຕາມຄຳຮຽກຮ້ອງຂອງລັດຖະບານໃນບົດລາຍງານວາລະສານສະບັບເລກທີ 394 TTr- CP ລົງວັນທີ 22 ສິງຫາ 2023.
ຍສໝ - ການຢ້ຽມຢາມຂອງເຈົ້າຊາຍ ແລະ ເຈົ້າຍິງ ຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ
ຕອນບ່າຍວັນທີ 28 ທັນວາ, ຢູ່ສໍານັກງານປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດກຳປູເຈຍ ແລະສີລັງກາ ເຂົ້າຢ້ຽມອຳລາ, ສິ້ນສຸດໜ້າທີ່ການທູດຢູ່ຫວຽດນາມ.